
ຕອນເຊົ້າວັນທີ18ພະຈິກ2025 ຄອບຄົວການນຳເມືອງປາກລາຍ ແລະ ນັກທຸລະກິດພາຍໃນເມືອງ ພ້ອມດ້ວຍຕາງຫນ້າຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ໄດ້ນໍາເອົາເຄື່ອງ ຊ່ວຍເຫລືອໄປ ເປັນຕົ້ນແມ່ນ ຜ້າຮົ່ມພ້ອມດ້ວຍເຄື່ອງໃຊ້ຄົວເຮືອນ ມອບໃຫ້ຄອບຄົວປະຊາຊົນຖືກຜົນກະທົບຈາກໄພນໍ້າຖ້ວມຢູ່ ບ້ານ ປາກແລງ ເມືອງປາກລາຍ ແຂວງໄຊຍະບູລີ ຕາງຫນ້າມອບໂດຍທ່ານນາງ ບານເຢັນ ສຸນາເຄນ ພັນລະຍາຂອງທ່ານ ຄໍາຝັ້ນ ວົງສະຫວັນເລຂາພັກເມືອງ ມອບໃຫ້ກັບ 23 ຄອບຄົວ ລວມມູນຄ່າ 8,050,000 ກີບ ແລະ ຕາງຫນ້າອົງການປົກຄອງບ້ານກ່າວຮັບແມ່ນທ່ານ ນາງວັນເພັງ ບົວສະຫວັນ ຮອງນາຍບ້ານປາກແລງ.
ຂ່າວ: ຄະນະໂຄສະນາອົມຮົມເມືອງ.