ເມືອງຫົງສາ ປະກາດບົ່ງຕົວແຕ່ງຕັ້ງເລຂາ, ຮອງເລຂາ, ຄະນະໜ່ວຍພັກ, ບົ່ງຕົວແຕ່ຕັ້ງນາຍບ້ານ, ຮອງນາຍບ້ານ ແລະ ປະທານສະຫະພັນແມ່ຍິງບ້ານ ສີມຸງຄຸນ

ພິທີປະກາດບົ່ງຕົວແຕ່ງຕັ້ງເລຂາ, ຮອງເລຂາ, ຄະນະໜ່ວຍພັກ, ບົ່ງຕົວແຕ່ຕັ້ງນາຍບ້ານ, ຮອງນາຍບ້ານ ແລະ ປະທານສະຫະພັນແມ່ຍິງບ້ານ ສີມຸງຄຸນ, ເມືອງ ຫົງສາ ໄດ້ຈັດຂຶ້ນໃນວັນທີ 17 ພະຈິກ 2025 ຢູ່ທີ່ຫ້ອງປະຊຸມບ້ານສີມຸງຄຸນ, ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ພົມມາ ພົມມະຫານ ຮອງເລຂາພັກເມືອງ, ຜູ້ຊີ້ນໍາວຽກພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ, ມີກໍາມະການປະຈໍາພັກເມືອງ, ກໍາມະການພັກເມືອງ, ມີພະນັກງານຂະແໜງການທີ່ກ່ຽວຂ້ອງຂອງເມືອງ, ແຂກຖືກເຊີນ, ຄະນະໜ່ວຍພັກ, ສະມາຊິກພັກ ແລະ ປະຊາຊົນພາຍໃນບ້ານ ສີມຸງຄຸນເຂົ້າຮ່ວມຢ່າງພ້ອມພຽງ.

ສະຫາຍ ນາງ ຈັນທີ ຄໍາພູວົງ ກໍາມະການປະຈໍາພັກເມືອງ, ຫົວໜ້າຫ້ອງການຄະນະຈັດຕັ້ງເມືອງ ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈໍາພັກເມືອງສະບັບເລກທີ 358, 359/ຄພມ, ລົງວັນທີ 5 ພະຈິກ 2025 ວ່າດ້ວຍການອະນຸມັດໃຫ້ເລຂາ-ຮອງເລຂາ ພົ້ນຈາກຕໍາແໜ່ງເລຂາ-ຮອງເລຂາໜ່ວຍພັກ ມາເປັນສະມາຊິກພັກທົ່ວໄປ, ຄະນະປະຈໍາພັກເມືອງຫົງສາຕົກລົງ ເຫັນດີໃຫ້ ສະຫາຍ ນາງ ຈັນສະໄໝ ສີຫາລາດ ເລຂາໜ່ວຍພັກບ້ານ ສີມຸງຄຸນ ພົ້ນຈາກຕໍາແໜ່ງເລຂາໜ່ວຍພັກ ແລະ ສະຫາຍ ນ້ອຍ ອານຸວົງ ພົ້ນຈາກຕໍາແໜ່ງຮອງເລຂາໜ່ວຍພັກ ມາເຄື່ອນໄຫວເປັນສະມາຊິກພັກທົ່ວໄປ, ຜ່ານມະຕິຕົກລົງຂອງຄະນະປະຈໍາພັກເມືອງ ສະບັບເລກທີ 360, 361, 362 ວ່າດ້ວຍການບົ່ງຕົວແຕ່ຕັ້ງເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກບ້ານ ສີມຸງຄຸນ, ຄະນະປະຈໍາພັກເມືອງຫົງສາ ຕົກລົງ ບົ່ງຕົວແຕ່ງຕັ້ງ ສະຫາຍ ພິມພາ ໄຊສະຫວັດ ເປັນເລຂາໜ່ວຍພັກ, ສະຫາຍ ມາ ຈັນທະລັງມາ ເປັນຮອງເລຂາ ແລະ ສະຫາຍ ນາງ ນາງ ອານຸວົງ ເປັນຄະນະໜ່ວຍພັກບ້ານ ສີມຸງຄຸນ, ຜ່ານຂໍ້ຕົກລົງຂອງຄະນະປົກຄອງເມືອງ ສະບັບເລກທີ 998, 999/ຄປມ, ລົງວັນທີ 7 ພະຈິກ 2025 ອະນຸມັດໃຫ້ ນາຍບ້ານ-ຮອງນາຍບ້ານ ບ້ານສີມຸງຄຸນ ລາອອກພັກຜ່ອນ. ຄະນະກໍາມະການປົກຄອງເມືອງຫົງສາ ຕົກລົງເຫັນດີອະນຸຍາດໃຫ້ ທ່ານ ນາງ ຈັນສະໄໝ ສີຫາລາດ ລາອອກຈາກການເປັນນາຍບ້ານ, ທ່ານ ນ້ອຍ ອານຸວົງ ລາອອກຈາກການເປັນຮອງນາຍບ້ານ ບ້ານ ສີມຸງຄຸນ, ຜ່ານຂໍ້ຕົກລົງຂອງຄະນະກໍາມະການປົກຄອງເມືອງ ສະບັບເລກທີ 1000,1001/ຄປມ, ລົງວັນທີ 7 ພະຈິກ 2025 ວ່າດ້ວຍການແຕ່ງຕັ້ງນາຍບ້ານ-ຮອງນາຍບ້ານ ສີມຸງຄຸນ. ຄະນະກໍາມະການປົກຄອງເມືອງຫົງສາ ຕົກລົງເຫັນດີແຕ່ງຕັ້ງ ທ່ານ ພິມມາ ໄຊສະຫວັດ ເປັນນາຍບ້ານ, ທ່ານ ນາງ ນາງ ເປັນຮອງນາຍບ້ານ. ຈາກນັ້ນ, ສະຫາຍ ນາງ ກຽງສີ ຄໍາເຄື່ອງ ຮອງປະທານສະຫະພັນແມ່ຍິງເມືອງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງປະທານຄະນະບໍລິຫານງານສະຫະພັນແມ່ຍິງເມືອງ ສະບັບເລກທີ 412/ສຍມ.ຫສ, ລົງວັນທີ 06 ພະຈິກ 2025 ວ່າດ້ວຍການບົ່ງຕົວແຕ່ງຕັ້ງປະທານສະຫະພັນແມ່ຍິງບ້ານ ສີມຸງຄຸນ, ປະທານສະຫະພັນແມ່ຍິງເມືອງຫົງສາ ຕົກລົງ ບົ່ງຕົວແຕ່ງຕັ້ງ ສະຫາຍ ນາງ ຍົກ ເພັງສະຫວັດ ເປັນປະທານສະຫະພັນແມ່ຍິງບ້ານ ສີມຸງຄຸນ.

ພ້ອມດຽວກັນນີ້, ສະຫາຍ ນາງ ຈັນສະໄໝ ສີຫາລາດ ເລຂາໜ່ວຍພັກບ້ານສີມຸງຄຸນຜູ້ເກົ່າ ໄດ້ຂຶ້ນຜ່ານບົດສະຫຼຸບໂດຍຫຍໍ້ ກ່ຽວການນໍາພາ-ຊີ້ນໍາໃນໄລຍະ 1 ປີຜ່ານມາ, ຍົກໃຫ້ເຫັນຜົນງານ, ດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງໃນການນຳພາ-ຊີ້ນຳ ໄລຍະຜ່ານມາ ພ້ອມທັງເຊັນບົດບັນທຶກມອບ-ຮັບວຽກງານລະຫວ່າງ ເລຂາໜ່ວຍພັກ, ນາຍບ້ານຜູ້ເກົ່າ ແລະ ເລຂາໜ່ວຍພັກ, ນາຍບ້ານຜູ້ໃໝ່ຢ່າງເປັນທາງການ.

ໂອກາດດັ່ງກ່າວ, ສະຫາຍ ພົມມາ ພົມມະຫານ ໄດ້ເໜັ້ນໜັກໃຫ້ອົງການຈັດຕັ້ງບ້ານທຸກຂັ້ນ ໂດຍສະເພາະແມ່ນຜູ້ທີ່ໄດ້ຮັບການແຕ່ງຕັ້ງໃນຄັ້ງນີ້ ຕ້ອງກໍາໄດ້ສະພາບລວມຂອງບ້ານໃຫ້ສູງຂຶ້ນຕື່ມ, ສຶບຕໍ່ນໍາພາ-ຊີ້ນໍາວຽກງານຮອບດ້ານພາຍໃນບ້ານ, ມີການມອບວຽກງານ-ມອບຄວາມຮັບຜິດຊອບໃຫ້ບັນດາສະຫາຍໃນຄະນະພັກຢ່າງລະອຽດ, ສຶບຕໍ່ສຶກສາອົບຮົມແນວຄິດຂອງສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າພາຍໃນບ້ານຂອງຕົນໃຫ້ມີຄວາມໜັກແໜ້ນ, ເຮັດວຽກລວມສູນປະຊາທິປະໄຕ, ຕົກລົງ ແລະ ຕັດສິນບັນຫາເປັນໝູ່ຄະນະ, ເປັນແບບຢ່າງໃນດ້ານຕ່າງໆ. ພ້ອມນີ້, ສະຫາຍຍັງໄດ້ຮຽກຮ້ອງມາຍັງອົງການປົກຄອງບ້ານ ແລະ ປະຊາຊົນພາຍໃນບ້ານທັງໝົດ ຈົ່ງພ້ອມກັນພັດທະນາບ້ານຂອງຕົນເອງໃຫ້ມີຄວາມເຂັ້ມແຂງ,  ຈະເລີນຂຶ້ນເປັນກ້າວໆ  ແລະ ພ້ອມກັນແກ້ໄຂປະກົດການຫຍໍ້ທໍ້ຕ່າງໆພາຍໃນບ້ານໃຫ້ໝົດໄປ.

ຂ່າວ: ສຸບັນ ເງິນງາມ ( ຄ.ອ.ມ ຫົງສາ )

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa