

ຕອນເຊົ້້າຂອງວັນທີ 26 ພະຈິກ 2025 ນີ້ຢູ່ທີ່ສະໂມສອນຂອງເມືອງບໍ່ແຕນ ແຂວງໄຊຍະບູລີ ຄະນະພັກອົງການປົກຄອງເມືອງບໍ່ແຕນ ໄດຈັດກອງປະຊຸມເຜີຍແພ່ມະຕິຕົກລົງຂອງຄະນະປະຈຳພັກເມືອງບໍ່ແຕນວ່າດ້ວຍການແບ່ງຄວາມຮັບຜິດຊອບໃຫ້ຄະນະປະຈຳພັກເມືອງ ,ກຳມະການພັກເມືອງ ພະນັກງານຫຼັກແຫຼ່ງລົງຊີ້ນຳ ແລະ ຊ່ວຍບ້ານ ເພື່ອກະກຽມຄວາມພ້ອມໃຫ້ແກການລົງກໍ່ສ້າງຮາກຖານການເມືອງ.ໂດຍການເປັນປະທານ ຂອງສະຫາຍ ບຸນພະລັງ ວິໄລສັກ ກຳມະການພັກແຂວງ ເລຂາພັກເມືອງບໍ່ແຕນ
ໃນກອງປະຊຸມ ສະຫາຍ ນາງ ຄຳໝັ້ນ ໄຊຍະລາດ ຄະນະປະຈຳພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງກໍ່ໄດ້ຜ່ານມະຕິຕົກລົງຂອງຄະນະປະຈຳພັກເມືອງ ສະບັບເລກທີ 187/ຄພມ.ບຕ ລົງວັນທີ 24 ພະຈິກ 2025 ວ່າດວຍການແບ່ງຄວາມຮັບຜິດຊອບໃຫ້ຄະນະປະຈຳພັກເມືອງ,ກຳມະການພັກເມືອງ ,ພະນັກງານຫຼັກແຫຼ່ງຂອງເມືອງລົງຊີ້່ນຳ ແລະ ຊ່ວຍບ້ານໃນທົ່ວເມືອງການເຜີຍແພ່ຂ້ໍຕົກລົງໃນຄັ້ງນີ້ເພື່ອເຮັດໃຫ້ຄະນະປະຈຳພັກເມືອງ,ກຳມະການພັກເມືອງພະນັກງານຫຼັກແຫຼ່ງຂອງເມືອງໄດ້ຮັບຮູ້ເຂົ້່ໃຈຕໍ່ມະຕິຕົກລົງທັງເປັນການກຳນົດການແບ່ງຄວາມຮັບຜິດຊອບໃຫ້ພະນັກງານ ເພື່ອນຳໄປຈັດຕັ້ງປະຕິບັດໜ້າທີຂອງຕົນໃຫ້ສຳເຫຼັດຕາມການມອບໝາຍ.ໃນກອງປະຊຸມໄດ້ພ້ອມກັນຄົ້ນຄ້ວາເນື້ອໃນຢ່າງເລິກເຊິ່ງເພື່ອກະກຽມຄວາມພ້ອມໃຫ້ແກ່ການລົງກໍ່ສ້າງຮາກຖານການເມືອງໃນຕໍ່ໜ້ານີ້.
ຂ່າວ: ສາຍຄໍາ ບຸນຍາວົງ ລາຍງານຈາກເມືອງບໍ່ແຕນ ແຂວງໄຊຍະບູລີ