ເມືອງຄອບ ປາຖະກະຖາວັນສາກົນຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ

ໃນຕອນເຊົ້າຂອງວັນທີ 28 ພະຈິກ 2025 ນີ້ ເມືອງຄອບ ແຂວງໄຊຍະບູລີ ໄດ້ຈັດພິທີປາຖະກະຖາວັນສາກົນຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ຢູ່ທີ່ສະໂມສອນຂອງເມືອງ.

ເປັນກຽດເຂົ້າຮ່ວມຂອງທ່ານ ສະໝັກ ລິດສະຖານ ກໍາມະການປະຈໍາພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ, ມີຫົວໜ້າ-ຮອງຫົວໜ້າຫ້ອງການ, ພະນັກງານລັດຖະກອນ ແລະ ສະມາຊິກຫະພັນແມ່ຍິງພາຍໃນເມືອງເຂົ້າຮ່ວມ.

ໃນພິທີທ່ານ ສະໝັກ ລິດສະຖານ ກໍາມະການປະຈໍາພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ ໄດ້ໃຫ້ກຽດຂື້ນປາຖະກະຖາວັນສາກົນຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ເຊິ່ງທ່ານໃຫ້ຮູ້ວ່າ: ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍແມ່ນບັນຫາທີ່ເກີດຂື້ນມາດົນນານແລ້ວໃນທົ່ວໂລກ ແລະ ປະຈຸບັນ ກາຍເປັນປະກົດການຫຍໍ້ທໍ້ອັນໜຶ່ງໃນສັງຄົມ.  ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍແມ່ນມີຫຼາຍ ສາເຫດຄື: ຍ້ອນຮີດຄອງປະເພນີ, ທຳນຽມປະຕິບັດ, ຄວາມເຊື່ອຖື, ຄວາມທຸກຍາກ, ທັດສະນະຂອງສັງຄົມຕໍ່ແມ່ຍິງ, ລະດັບການສຶກສາ ແລະ ອື່ນໆ. ຄວາມຮຸນແຮງທີ່ເກີດຂື້ນມັນໄດ້ສົ່ງຜົນກະທົບທາງດ້ານຮ່າງກາຍ, ຈິດໃຈ ແລະ ເປັນອຸປະສັກກີດຂວາງເຮັດໃຫ້ແມ່ຍິງບໍ່ໄດ້ເຂົ້າຮ່ວມໃນການພັດທະນາ ແລະ ຄວາມສະເໝີພາບລະຫວ່າງຍິງ – ຊາຍ. ນອກຈາກນີ້ຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກນ້ອຍ ຍັງສົ່ງຜົນກະທົບທາງລົບຕໍ່ການພັດທະນາເສດຖະກິດ – ສັງຄົມ ສະນັ້ນ, ພັກ – ລັດຖະບານ ຍາມໃດກໍໃຫ້ຄວາມສຳຄັນຕໍ່ກັບບັນຫາດັ່ງກ່າວ ໂດຍໄດ້ເອົາໃຈໃສ່ໃນການສົ່ງເສີມຄວາມສະເໝີພາບ ແລະ ຄວາມເທົ່າທຽມກັນລະຫວ່າງຍິງ – ຊາຍທາງດ້ານການເມືອງ, ເສດຖະກິດ, ວັດທະນະທຳສັງຄົມ ແລະ ຄອບຄົວ, ລົບລ້າງທຸກຮູບການໃນການຈຳແນກແມ່ຍິງ, ເອົາໃຈໃສ່ໃນການປົກປ້ອງຊ່ວຍເຫຼືອເດັກ  ແລະ ສ້າງມາດຕະການເພື່ອໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອແມ່ຍິງຜູ້ຖືກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງທັງຢູ່ພາຍໃນ ແລະ ຕ່າງປະເທດ ເຊິ່ງໄດ້ສະແດງອອກໃນບັນດານິຕິກຳ ແລະ ນະໂຍບາຍທີ່ໄດ້ຮັບຮອງແລ້ວຄື: ກົດຫມາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ, ແຜນດຳເນີນງານແຫ່ງຊາດກ່ຽວກັບການປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ.

——–

ພາບ-ຂ່າວ: ພົມມະນີ ອິນສະຫວັນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa