

ກອງປະຊຸມອົງການປົກຄອງເມືອງທົ່ງມີໄຊ ປະຈໍາເດືອນ ພະຈິກ 2025 ໄດ້ຈັດຂື້ນໃນ ຕອນເຊົ້າ ວັນທີ 28 ພະຈິກ 2025 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງທ່ານ ສົມຫວັງ ສີສົມພອນ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງທົ່ງມີໄຊ ມີຮອງປະທານກຳມະການປົກຄອງເມືອງ, ມີກຳມະການປະຈຳ, ກຳມະການພັກເມືອງ ຫົວໜ້າ, ກົມກອງ, ອົງການ, ອົງການປົກຄອງບ້ານທົ່ວເມືອງຊຽງຮ່ອນເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງການລາຍງານຫຍໍ້ ກ່ຽວການຈັດຕັ້ງປະຕິບັດວຽກງານທີ່ພົ້ນເດັ່ນ ຂອງອົງ ການປົກຄອງເມືອງ ປະຈໍາເດືອນ ພະຈິກ ແລະ ທິດທາງແຜນວຽກຈຸດສຸມ ເດືອນທັນວາ2025.
ໃນໄລຍະຜ່ານມາ ເຖີງວ່າເມືອງທົ່ງມີໄຊ ໄດ້ພົບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍດ້ານທັງທາງກົງ ແລະ ທາງອ້ອມ ໂດຍສະເພາະຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ການປ່ຽນແປງຂອງດິນຟ້າອາກາດ, ລາຄາສິນຄ້າ, ລາຄານໍ້າມັນເຊື້ອໄຟ, ອັດຕາແລກປ່ຽນ ແລະ ອັດຕາເງີນເຟີ້ຍັງມີທ່າອຽງສູງ; ເສັ້ນທາງເປ່ເພ ເຮັດໃຫ້ການສັນຈອນໄປ-ມາພົບຄວາມຫຍຸ້ງຍາກ, ເຊິ່ງໄດ້ສົ່ງຜົນກະທົບຕໍ່ກັບການພັດທະນາເສດຖະກິດ-ສັງຄົມຂອງເມືອງ. ແຕ່ພາຍໃຕ້ການນໍາພາ-ຊີ້ນໍາຂອງອົງການປົກຄອງເມືອງ ເຮັດໃຫ້ເມືອງສາມາດຮັກສາສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ ຊີວິດການເປັນຢູ່ ຂອງປະຊາຊົນຄ່ອຍໆດີຂຶ້ນ, ບັນດາຄາດໝາຍສູ້ຊົນຂອງບັນດາຫ້ອງການຕ່າງໆໄດ້ບັນລຸຕາມແຜນທີ່ວາງໄວ້ ສະແດງອອກ ໄດ້ສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດຢ່າງແຂງແຮງ;ໄດ້ເລີກຮື້ເປົ້າໝາຍເສບຢາເສບຕິດ ໄດ້ 2 ບ້ານ ມີຜູ້ກຳທຳຜິດ ຈໍານວນ 7 ຄົນ, ກັກຕົວ 1 ຄົນ; ສຸມໃສ່ແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ ດ້ວຍຈິດໃຈບຸກທະລຸ, ປະຈຸບັນ ແຜນ ຈັດເກັບລາຍຮັບທັງໝົດ 60,09 ລ້ານກີບ, ປະຕິບັດໄດ້ 60,84 ເທົ່າກັບ 101%;ແຜນລາຍຈ່າຍທັງ ໝົດ 70,09 ລ້ານກີບ, ປະຕິບັດໄດ້ 70,39ລ້ານກີບ ເທົ່າກັບ 100%; ໄດ້ສຸມໃສ່ຕິດຕາມ ແລະ ຄຸ້ມຄອງລາຄາສິນຄ້າທີ່ສົ່ງຜົນກະທົບຕໍ່ການດໍາລົງຊີວິດປະຈໍາວັນ ຂອງປະຊາຊົນ ຄຸ້ມຄອງບໍ່ໃຫ້ມີການສວຍໂອກາດຂຶ້ນລາຄາແບບບໍ່ເໝາະສົມ ໄປພ້ອມກັບການຈໍາກັດການນໍາເຂົ້າສິນຄ້າທີ່ບໍ່ຈໍາເປັນ, ເຄື່ອນຍ້າຍສິນຄ້າອອກຕ່າງເມືອງ ໄດ້ທັງໝົດ ມູນຄ່າ 946ລ້ານກີບ, ໃນນີ້ ປະເພດສັດລ້ຽງ345 ໂຕ, ມູນຄ່າ 416ລ້ານກີບ, ປະເພດພືດກະສິກໍາ ມູນຄ່າ 530 ລ້ານກີບ (ໃນນີ້: ເຂົ້າເປືອກ ຈໍານວນ 190 ໂຕນ, ມູນຄ່າ 380ລ້ານກີບ, ມັນຕົ້ນດິບ 300 ໂຕນ ມູນຄ່າ 150 ລ້ານກີບ); ການເກັບກ່ຽວເຂົ້ານາປີ ໃນເນື້ອທີ່ 2.283,78 ເຮັກຕາ, ມາຮອດປະຈຸບັນນີ້ ເກັບກູ້ສໍາ ເລັດແລ້ວ 100%; ມີເນື້ອທີ່ປູກພືດທັງໝົດ 3.015,12ເຮັກຕາ. ພ້ອມດຽວກັນນີ້ກໍ່ຍັງໄດ້ຍົກໃຫ້ເຫັນ ດ້ານດີ, ດ້ານອອ່ນ ແລະ ທິດທາງແຜນການຈຸດສຸມໃນ 1ເດືອນຕໍ່ໜ້າ.
ຈາກນັ້ນຜູ້ເຂົ້າຮ່ວມຈະໄດ້ພ້ອມກັນປະກອບຄຳຄິດຄຳເຫັນຕໍ່ກອງປະຊຸມ ໃນແຕ່ລະຂົງເຂດວຽກງານຢ່າງກົງໄປກົງມາ ເພື່ອພ້ອມກັນຊອກຫາວິທີການປັບປຸງແກ້ໄຂບັນຫາທີ່ຍັງຄົງໃຫ້ດີຂື້ນເປັັນກ້າວໆ. ຕອນທ້າຍກອງປະຊຸມ ຍັງຈະໄດ້ຮັບຟັງການໂອ້ລົມຂອງ ທ່ານ ສົມຫວັງ ສີສົມພອນ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງທົ່ງມີໄຊ ຕື່ມອິກ.
ຂ່າວ: ຄ ອ ມ ທົ່ງມີໄຊ