
ໃນຕອນເຊົ້າວັນທີ 27 ພະຈິກ 2025 ນີ້ເມືອງ ໄຊຍະບູລີໄດ້ຈັດພິທີເປີດຮັບເຍົາວະຊົນ-ອານຸຊົນທັນວາທີ່ໂຮງຮຽນ ປະຖົມໄຊຍະບູລີ; ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ຈັນເພັງ ແສນຄຳ ຮອງເລຂາຄະນະບໍລິຫານງານພັກເມືອງ ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກພັກພະນັກງານ ແລະ ອົງການຈັດຕັ້ງມະຫາຊົນຂັ້ນເມືອງ, ມີຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ມີກຳມະການພັກເມືອງ, ມີຫົວໜ້າ, ຮອງຫົວໜ້າຫ້ອງການຂອງເມືອງ, ຄູອາຈານ ແລະ ນ້ອງນ້ອຍນັກຮຽນເຂົ້າຮ່ວມ.
ໃນພິທີສະຫາຍ ນາງ ບຸນຍັງ ຈັນທະວົງ ຜູ້ອຳນວຍການໂຮງຮຽນ ປະຖົມໄຊຍະບູລີໄດ້ກ່າວເປີດພິທີຢ່າງເປັນທາງການ, ຈາກນັ້ນຕາງໜ້າມະຫາຊົນກໍ່ໄດ້ຂື້້ນຜ່ານໃບສະໝັກ, ເລຂາຊາວໜຸ່ມໂຮງຮຽນກໍ່ໄດ້ຂື້້ນຜ່ານໃບຢັ້ງຢືນຜົນງານ ແລະ ໃບອານຸມັດຮັບເອົາມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊີກເຍົາວະຊົນ-ອານຸຊົນທັນວາ, ຈາກນັ້ນເຍົາວະຊົນທັນວາກໍ່ໄດ້ມັດແພແດງໃຫ້ມະຫາຊົນ, ພ້ອມນີ້ສະຫາຍນາງ ບົວວົງ ສີຕັນ ກຳມະການພັກເມືອງ ເລຂາຄະນະບໍລິຫານງານຊາວໜຸ່ມເມືອງກໍ່ໄດ້ຂື້ນຜ່ານ ບົດສະຫຼຸບການຈັດຕັ້ງປະຕິບັດຂະບວນການແຂ່ງຂັນຂໍ້ແຂ່ງ 3 ດີ 4 ຮູ້ປະຈຳປີ 2025, ພາຍໃນເມືອງມີເຍົາວະຊົນ 6.044 ນ້ອງ, ຍິງ 3.245 ນ້ອງ, ເຍົາວະຊົນທັນວາ 4.057 ນ້ອງ, ຍິງ2.377 ນ້ອງ, ມີກອງເຍົາວະຊົນທັນວາ 67 ກອງ, ເປັນກອງ 3 ດີ 4 ຮູ້ 67ກອງ, ມີເຍົາວະຊົນນຳໜ້າຂອງເມືອງ11 ກອງ 6 ໂຮງຮຽນ, ຜ່ານການປະເມີນແຕ່ລະດ້ານສາມາດປະຕິບັດໄດ້ດັ່ງນີ້ ມາດຖານ 3 ດີ, ຮ່ຳຮຽນດີສາມາດປະຕິບັດໄດ້4.057 ນ້ອງ, ຍິງ2.377 ນ້ອງ ເທົ່າກັບ 100%, ສາມະຄີດີປະຕິບັດໄດ້ 4.057 ນ້ອງ ເທົ່າກັບ 100%, ອະນາໄມດີໄດ້ 3 ຄັ້ງ ເທົ່າກັບ 100%; ມາດຖານ 4 ຮູ້ ຮູ້ຮັກປະເທດຊາດ ແລະ ທ່ານຜູ້ນໍາ: ສາມາດປະຕິບັດໄດ້ 8 ຄັ້ງ ເທົ່າກັບ 96%; ຮູ້ຮັກພໍ່ແມ່ແລະຄູອາຈານ: ສາມາດປະຕິບັດໄດ້ 4,057 ນອ້ງ, ເທົ່າກັບ 100%;ຮູ້ຮັກທຳມະຊາດແລະການອອກແຮງງານ: ສາມາດປະຕິບັດໄດ້ 8 ຄັ້ງ ເທົ່າກັບ 97%;ຮູ້ຈຳແນກມິດແລະສັດຕູ: ສາມາດປະຕິບັດໄດ້ 4 ຄັ້ງ ເທົ່າກັບ 98%; ຈາກນັ້ນໃນພິທີກໍ່ໄດ້ມອບໃບຢັ້ງຢືນເປັນກອງ 3 ດີ 4 ຮູ້ໃຫ້ໂຮງຮຽນ, ມອບໃບຍ້ອງຍໍໃຫ້ນັກຮຽນເກັ່ງຄະແນນ 7 ຂື້ນໄປທຸກວິຊາ, ມອບຫຼຽນທີ່ລະລືກໃຫ້ເຍົາວະຊົນທັນວາ, ຕອນທ້າຍພິທີກໍ່ໄດ້ຊົມການແຂ່ງຂັນກິລາດ້ວຍບັນຍາກາດທີ່ເບີກບານມ່ວນຊື່ນ.
ຂ່າວ-ພາບ: ສົມພົງ ສີສະຫັວດ