ເມືອງຊຽງຮ່ອນ ຈັດພິທີ ມອບ-ຮັບໂຮງຮຽນມັດທະຍົມຕອນຕົ້ນ ບ້ານຮ່ອງຄູ

ໃນວັນທີ 27 ພະຈິກ 2025ນີ້ ທີ່ໂຮງຮຽນມັດທະຍົມສຶກສາຕອນຕົ້ນບ້ານຮ່ອງຄູ ເມືອງ ຊຽງຮ່ອນ ແຂວງ ໄຊຍະບູລີ ໄດ້ຈັດພິທີມອບ-ຮັບ ອາຄານຮຽນໂຮງຮຽນມໍຕົ້ນບ້ານຮ່ອງຄູ ແລະ ຫໍພັກນັກຮຽນໂຮງຮຽນມສ ປາກເປັດ ພິທີຂື້ນຢ່າງເປັນທາງການ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ນາງ ນາລີ ສີສຸລິດ ຄອບຄົວຂອງພະນະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງສປປລາວ  ມີທ່ານ ດວງຕາ ໄຊວຸດ ຮອງເລຂາຄະນະບໍລິຫານງານພັກແຂວງໄຊຍະບູລີ ມີທ່ານ ແສງອາທິດ ລາວເບຼຍຢາທໍ່ ເລຂາຄະນະບໍລິຫານພັກເມືອງຊຽງຮ່ອນ ມີຄອບຄົວການນຳຂັ້ນສູນກາງ ຄອບຄົວການນຳຂັ້ນແຂວງ ບັນດາທ່ານຄະນະກຳມະການປົກຄອງເມືອງຊຽງຮ່ອນ, ເມືອງ ຫົງສາ, ເມືອງເງິນ, ເມືອງຄອບ ທີມງານຂັ້ນແຂວງ, ແຂກເຊີນ, ຄູອາຈານ, ອົງການຈັດຕັ້ງບ້ານ, ນ້ອງນ້ອຍນັກຮຽນ ແລະ ປະຊາຊົນບ້ານຮ່ອງຄູເຂົ້າຮ່ວມ.

ໃນພິທີ ທ່ານ ແສງອາທິດ ລາວເບຼຍຢາທໍ່ ໄດ້ຂື້ນລາຍງານສະພາບລວມຂອງເມືອງ ແລະ ຜົນຂອງການກໍ່ສ້າງໂຮງຮຽນມໍຕົ້ນບ້ານຮ່ອງຄູ ແລະ ຫໍພັກນັກຮຽນໂຮງຮຽນມສ ປາກເປັດ ໂດຍທ່ານໄດ້ກ່າວວ່າ: ເມືອງຊຽງຮ່ອນ ຕັ້ງຢູ່ທາງທິດຕາວັນຕົກສຽງເໜືອຂອງແຂວງໄຊບະບູລີ ຫ່າງຈາກເທດສະບານຂອງແຂວງ 190 ກິໂລແມັດ ມີເນື້ອທີ່ປະມານ 1.285 ກິໂລຕາແມັດ ເຂດພູດອຍກວມເອົາ 80% ມີ 43ບ້ານ ມີ 6.996 ຄອບຄົວ, ມີພົນລະເມືອງທັງໝົດ 35.695 ຄົນຍິງ 17.673 ຄົນ ປະກອບມີ 6 ເຜົ່າ ຄື: ເຜົ່າຍວນ, ເຜົ່າລື້, ເຜົ່າກືມຸ, ເຜົ່າມົ້ງ, ເຜົ່າລາວ ແລະ ເຜົ່າໄປຼ ປະຊາຊົນບັນດາເຜົ່າພາຍໃນເມືອງມີອາຊີບ ປູກຝັງ ແລະ ລ້ຽງສັດເປັນຕົ້ນຕໍ່ ໃນໄລຍະຜ່ານມາໄດ້ສຸມໃສ່ການສຸກຍູ້ສົ່ງເສີມການຜະລິດກະສິກຳ ຢ່າງຕັ້ງໜ້າ ປັງປຸງພື້ນຖານໂຄ່ງລ່າງ ອຳນວຍຄວາມສະດວກແກກ່ການຜະລິດ ເພື່ອຄໍ້າປະກັນສະບຽງອາຫານ ແລະ ຜະລິດເປັນສິນຄ້າສົ່ງອອກ. ສະພາບການສຶກສາຢູ່ເມືອງຊຽງຮ່ອນ ທົ່ວເມືອງມີໂຮງຮຽນ 77ແຫ່ງ, ໃນນັ້ນໂຮງຮຽນອະນຸບານ 34 ແຫ່ງ, ປະຖົມ34 ແຫ່ງ, ມັດທະຍົນຕອນຕົ້ນ 3 ແຫ່ງ ແລະ ມັດທະຍົມສຶກສາສົມບູນ 6 ແຫ່ງ ມີຄູອາຈານ 364 ທ່ານຍິງ 212 ທ່ານ ແລະ ທ່ານຍັງໄດ້ລາຍງານໂຄງການກໍ່ສ້າງ ໂຮງຮຽນມໍຕົ້ນຮ່ອງຄູ ເປັນອາຄານ 1 ຫຼັງ ປະອບດ້ວຍ ຫ້ອງຮຽນ 6 ຫ້ອງ ແລະ ຫ້ອງນໍ້າ 4 ຫ້ອງ ຂະໜາດຂອງຫ້ອງຮຽນ 7×8 ແມັດ ໂດຍໄດ້ທຶນຊ່ວຍເຫຼືອຈາກໂຄງການຫ່ວງໄຍໄປເຖິງຄອບຄົວການນຳຂັ້ນສູນກາງ 1.000 ລ້ານກີບ, ໃນນັ້ນທຶນຂອງແຂວງ 2.584 ລ້ານກີບ ສຳລັບໂຄງການກໍ່້ສ້າງຫໍພັກນັກຮຽນ ມສ ປາກເປັດ ມີຈຳນວນ 4 ຫ້ອງ ໄດ້ຮັບທຶນການກໍ່ສ້າງຈາກໂຄງການ ຫ່ວງໄຍໄປເຖິງຄອບຄົວການນຳຂັ້ນສູນກາງ ຈໍນວນ 500 ລ້ານກີບ ແລະ ທຶນຂອງທ້ອງຖິ່ນ 600 ລ້ານກີບ ລວມູນຄ່າການກໍ່ສ້າງທັງໝົດ 4.600 ລ້ານກວ່າກີບ. ໂຮງຮຽນດັ່ງກ່າວນີ້ ກວມເອົານັກຮຽນຢູ່ 2 ບ້ານຄື:ບ້ານ ຮ່ອງຄູ ແລະ ບ້ານນໍ້າແບງ ປະກອບມີນັກຮຽນທັງໝົດ 176 ນ້ອງ ຍິງ 85 ນ້ອງ. ຈາກນັ້ນ ທ່ານ ນາງ ນາລີ ສີສຸລິດ ພ້ອມດ້ວຍທີມງານໂຄງການຫວ່ງໄຍໄປເຖິງຄອບຄົວການນຳຂັ້ນສູນກາງ ກໍ່ໄດ້ກ່າວມອບໂຮງຮຽນຢ່າງເປັທາງການໃຫ້ທາງ ອົງການປົກຄອງເມືອງ, ຫ້ອງການສຶກສາທິການ ແລະ ກິລາ, ອົງການປົກຄອງບ້ານ ແລະ ຄູອາຈານ ເປັນຜູ້ຄຸ້ມຄອງນໍາໃຊ້ ແລະ ປົກປັກຮັກສາ.

ໃນພິທີ ທີ່ມີຄວາມໝາຍຄວາມສໍາຄັນນີ້ ທ່ານ ແສງອາທິດ ລາວເບຼຍຢາທໍ່ ເລຂາຄະນະບໍລິຫານພັກເມືອງຊຽງຮ່ອນ ຕາງໜ້າໃຫ້ອົງການປົກຄອງເມືອງ, ຄູ-ອາຈານ, ພໍ່ແມ່ປະຊາຊົນ ແລະນ້ອງນັກຮຽນ ໄດ້ສະແດງຄວາມຂອບອົກຂອບໃຈເປັນຢ່າງສູງຕໍ່ກັບທ່ານນາງ ນາລີ ສີສຸລິດ ຄອບຄົວຂອງພະນະທ່ານ ທອງລຸນ ສີສຸລິ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປລາວ ພ້ອມດ້ວຍທີມງານ ທີ່ເຫັນຄວາມສໍາຄັນດ້ານການສຶກສາ  ແລະ ປະກອບສ່ວນສົ່ງເສີມວຽກງານສຶກສາ ກໍຄືເມືອງ ຊຽງຮ່ອນ ແລະ ເຮັດໃຫ້ນ້ອງນັກຮຽນໄດ້ມີເງື່ອນທີ່ດີ, ຖືເປັນການປະກອບສ່ວນເຂົ້າໃນການພັດທະນາພື້ນຖານໂຄງລ່າງດ້ານການສຶກສາ. ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າ ຈະນໍາໃຊ້,ປົກປັກຮັກສາໂຮງຮຽນດັ່ງກ່າວໃຫ້ໝັ້ນຄົງຍາວນານ ແລະ ມີປະສິດທິຜົນສູງສຸດ. ໃນໂອກາດດຽວກັນນີ້ທ່ານ ນາງນາລີ ສີສຸລິດ ພ້ອມດ້ວຍທີມງານຍັງໄດ້ນຳເອົາເຄື່ອງຊ່ວຍເຫຼືອເປັນແມ່ນ ເຄື່ອງນຸ່ງຫົມ, ອາຫານແຫ້ງ ແລະ ອະປະກອນການຮຽນ-ການສອນມາມອບໃຫ້ຄູອາຈານ ແລະ ນ້ອງນ້ອຍນັກຮຽນ ລວມມູນຄ່າ 220.000.000 ກີບ  ພ້ອມດຽວກັນນັ້ນທາງອົງການປົກຄອງແຂວງຍັງໄດ້ມອບໃບສົມມະນາບຸນຄຸນໃຫ້ແກ່ທີມງານໂຄງການຫ່ວງໄຍໄປເຖິງຄອບຄົວການນຳຂັ້ນສູນກາງທີ່ໃຫ້ການຊ່ວຍເຫຼືອໃນຄັ້ງນີ້ຕືມອິກ.

ໂດຍ: ຄ ອ ມ ເມືອງຊຽງຮ່ອນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa