
ໃນຕອນເຊົ້າວັນທີ 2 ທັນວາ 2025 ຄະນະນໍາຂອງເມືອງເງິນ ແຂວງ ໄຊຍະບູລີ ນໍາໂດຍ ສະຫາຍ ທອງພັນ ສຸກສະຫວັດ ເລຂາຄະນະບໍລິຫານງານພັກເມືອງ ພ້ອມດ້ວຍ ຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ອົງການ, ກົມກອງພາຍໃນເມືອງ ໄດ້ວາງພວງມາລາ ແລະ ກະຕ່າດອກໄມ້ຢູ່ອານຸສາວະລີນັກຮົບນິລະນາມ ແລະ ອານຸສອນສະຖານຂອງ ປະທານ ໄກສອນ ພົມວິຫານ,ເນື່ອງໃນໂອກາດ ວັນຊາດທີ 2 ທັນວາ ຄົບຮອບ 50ປີ ຄືວັນທີ 2 ທັນວາ 1975 – 2 ທັນວາ 2025 ແລະ ວັນຄ້າຍວັນເກີດ ປະທານໄກສອນ ພົມວິຫານ ຄົບຮອບ 105 ປີ ທີ່ໄດ້ໝູນວຽນບັນຈົບຄົບຮອບມາອີກວາລະໜື່ງ. ພ້ອມນີ້ທາງຄະນະນໍາຂອງເມືອງຍັງໄດ້ມີການໂຮມຊຸມນຸມມິດຕິ່ງຢູ່ທີ່ສະໂມສອນໃຫຍ່ຂອງເມືອງເພື່ອຮັບຊົມການຖ່າຍທອດສົດພິທີໂຮມຊຸມນຸມໃຫຍ່ ແລະ ເດີນສວນສະໜາມສະເຫຼີມສະຫຼອງວັນຊາດທີ່ 2 ທັນວາ ຄົບຮອບ 50 ປີ ຕື່ມອີກ ຈຸດປະສົງ ກໍ່ເພື່ອສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ ເຖິງຄຸນງາມຄວາມດີ, ນໍ້າໃຈຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈໍານົນຂອງບັນພະບູລຸດລາວ ກໍຄືບັນດານັກຮົບປະຕິວັດ ທີ່ໄດ້ເສຍສະຫຼະຊີວິດ, ເລືອດເນື້ອ ເພື່ອພາລະກິດປະຕິວັດ ຢ່າງອົງອາດກ້າຫານ ພາຍໃຕ້ການນຳພາ-ຊີ້ນໍາ ຂອງພັກປະຊາຊົນ ປະຕິວັດລາວ ຈົນສາມາດຍາດໄດ້ໄຊຊະນະອັນໃຫຍ່ຫຼວງ ແລະ ປະກາດເອກະລາດ, ສະຖາປະນາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975. ແລະ ເພື່ອເປັນການສະແດງຄວາມອາໄລຮັກຕໍ່ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ກໍ່ຄືສະແດງຄວາມກະຕັນຍູຮູ້ບຸນຄຸນຕໍ່ ປະທານ ໄກສອນ ພົມວິຫານ ທີ່ໄດ້ເສຍສະຫຼະເຫື່ອແຮງ, ສຸມສະຕິປັນຍາ ເຂົ້າໃນການນຳພາ-ຊີ້ນໍາ ພາລະກິດປະຕິວັດ ຕໍ່ສູ້ຕ້ານການຮຸກຮານຂອງພວກຈັກກະພັດລ່າເມືອງຂຶ້ນ, ສາມາດຍາດໄດ້ໄຊຊະນະ ແລະ ປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ. ເພື່ອເປັນການເຊື່ອມຊຶມທາງດ້ານຄຸນທາດການເມືອງ ແລະ ຄຸນສົມບັດສິນທໍາປະຕິວັດໃຫ້ການນຳ ພ້ອມສະມາຊິກພັກ,ພະນັກງານທຸກຂັ້ນ, ໃນເງື່ອນແນວທາງປ່ຽນແປງໃໝ່.ເຮັດໃຫ້ການນຳທຸກຂັ້ນ, ສະມາຊິກພັກ, ,ພະນັກງານ,ອົງການ,ກົມກອງຕ່າງໆໄດ້ເຊື່ອມຊຶມຮັບຮູ້ກ່ຽວກັບມູນເຊື້ອວິລະກໍາອັນລໍ້າເລີດ, ຜົນງານ, ຄຸນງາມຄວາມດີ ແລະ ຄຸນສົມບັດສິນທໍາປະຕິວັດຂອງຜູ້ນໍາລາວໃນເມື່ອກ່ອນ ເພື່ອເປັນແບບຢ່າງໃຫ້ແກ່ຄົນຮຸ່ນຫຼັງໄດ້ນໍາມາໝູນໃຊ້ເຂົ້າໃນພາລະກິດໄລຍະໃໝ່ຂອງພັກ-ຂອງຕົນເອງ ແລະ ໄດ້ຮັບຮູ້ເຖິງຄວາມເປັນມາ ການເຕີບໃຫ່ຍຂະຫຍາຍຕົວຂອງຄວາມສາມັກຄີ ແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງລາວ-ຫວຽດນາມຕະຫຼອດໄລຍະການຕໍ່ສູ້ກູ້ຊາດ ຕ້ານການຮຸກຮານຂອງພວກລ່າເມືອງຂື້ນແບບເກົ່າ ແລະ ແບບໃໝ່ ເພື່ອປົກປັກຮັກສາ, ສ້າງສາພັດທະນາປະເທດຊາດໃຫ້ໝັ້ນຄົງ.
ຂ່າວຍັງໃຫ້ຮູ້ອີກວ່າ ພາຍຫລັງສຳເລັດຮັບຊົມການຖ່າຍທອດສົດພິທີໂຮມຊຸມນຸມໃຫຍ່ ແລະ ເດີນສວນສະໜາມສະເຫຼີມສະຫຼອງວັນຊາດທີ່ 2 ທັນວາ ຄະນະນຳຂອງເມືອງ ຍັງໄດ້ໄປຢ້ຽມຢາມຄົນເຈັບຢູ່ທີໂຮງຫມໍຊຸມຊົນເມືອງເງິນ, ຢ້ຽມຢາມ ພະນັກງານປະຕິວັດ ອາວຸໂສບຳນານ ແລະ ຕອນແລງຂອງວັນດຽວກັນນີ້ ໄດ້ພ້ອມກັນຈັດກິດຈະກຳແຂ່ງຂັນກິລາບານເຕະຍິງ-ຊາຍ ອີກດ້ວຍ.
ຂ່າວ: ອິນແປງ ແຫວນຄຳ (ຄ.ນ.ອ ເມືອງເງິນ)