

ພິທີ-ມອບຮັບອາຄານຮຽນຫຼັງໃໝ່ ໂຮງຮຽນປະຖົມສົມບູນ ບ້ານທ່ານຸ່ນ ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂື້ນໃນວັນທີ 4 ທັນວາ 2025 ຢູ່ທີ່ຫ້ອງປະຊຸມຂອງຫ້ອງການສຶກສາທິການ ແລະ ກິລາເມືອງ ລະຫວ່າງ ຫ້ອງການສຶກສາທິການ ແລະ ກິລາເມືອງ ໃນນາມເຈົ້າຂອງໂຄງການ ແລະ ບໍລິສັດ ອາລຸນວັນການຄ້າກໍ່ສ້າງເຄຫະສະຖານ ຜູ້ຮັບເໝົາໃນການກໍ່ສ້າງ, ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ອ່ອນຈັນ ບຸນຍາວົງ ຮອງປະທານຄະນະກຳມະການປົກຄອງເມືອງ, ມີພາກສ່ວນທີ່ກ່ຽວຂ້ອງຂອງເມືອງ, ພະນັກງານຫ້ອງການທີ່ກ່ຽວຂ້ອງ, ແຂກຖືກເຊີນ, ນາຍບ້ານ ແລະ ຄູ – ອາຈານເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ໄນ່ຄຳ ສຸທິວົງສາ ຜູ້ອຳນວຍການ ບໍລິສັດ ອາລຸນວັນການຄ້າກໍ່ສ້າງເຄຫະສະຖານ ໄດ້ໃຫ້ຮູ້ວ່າ: ການກໍ່ສ້າງອາຄານຮຽນຫຼັງໃໝ່ໂຮງຮຽນປະຖົມສົມບູນ ບ້ານທ່ານຸ່ນ ໄດ້ເລີ່ມລົງມືການກໍ່ສ້າງມາແຕ່ວັນທີ 1 ເມສາ ແລະ ໄດ້ສໍາເລັດການກໍ່ສ້າງ 100%ໃນວັນທີ 16 ມິຖຸນາ ຜ່ານມານີ້, ມີມູນຄ່າການກໍ່ສ້າງທັງໝົດ 1.5 ຕື້ກວ່າກີບ, ເຊິ່ງໄດ້ຮັບທຶນຊ່ວຍເຫຼືອສະໜັບສະໜູນຂອງໂຄງການເຫຼັກເສດໄຟຟ້າຫົງສາ ສົກປີ 2023-2024, ຊຶ່ງແມ່ນບໍລິສັດ ບໍລິສັດ ອາລຸນວັນການຄ້າກໍ່ສ້າງເຄຫະສະຖານ ເປັນຜູ້ຮັບເໝົາໃນການກໍ່ສ້າງ.
ໂຮງຮຽນຫຼັງດັ່ງກ່າວເປັນປະເພດອາຄານຖາວອນຊັ້ນດຽວ, ຫຼັງຄາມຸງດ້ວຍກະເບື້ອງ, ພື້ນປູດ້ວຍເບຕົງ, ຝາກໍ່ດ້ວຍດິນບັອກ, ປະກອບມີ 4 ຫ້ອງຮຽນ, 2 ຫ້ອງນ້ຳ. ແຕ່ຫ້ອງຮຽນສາມາດບັນຈຸນັກຮຽນໄດ້ 25-30 ຄົນ, ອາຄານມີຂະໜາດກ້ວາງ 8 ແມັດ, ຍາວ 28 ແມັດ, ປະກອບດ້ວຍເຟີນີເຈີຄົບຊຸດ, ຊຶ່ງໄດ້ນຳໃຊ້ເຂົ້າໃນການຮ່ຳຮຽນສິດສອນໃນສົກຮຽນ 2025-2026 ນີ້.ຈາກນັ້ນ, ໃນພິທີກໍ່ໄດ້ມີການເຊັນບົດບັນທຶກມອບ-ຮັບໂຄງການ ລະຫວ່າງ ທ່ານ ຄອງສີ ສີເມືອງ ຮັກສາການຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ( ໃນນາມເຈົ້າຂອງໂຄງການ ) ແລະ ທ່ານ ໄນ່ຄຳ ສຸທິວົງສາ ຜູ້ອຳນວຍການ ບໍລິສັດ ອາລຸນວັນການຄ້າກໍ່ສ້າງເຄຫະສະຖານ ( ໃນນາມຜູ້ຮັບເໝົາ ) ໂດຍຊ່ອງໜ້າທ່ານ ອ່ອນຈັນ ບຸນຍາວົງ ຮອງປະທານຄະນະກຳມະການປົກຄອງເມືອງ ແລະ ຄະນະກຳມະການຄຸ້ມຄອງການກໍ່ສ້າງຂັ້ນເມືອງ.
ຂ່າວ: ຄ.ອ.ມ ຫົງສາ