ຊາວໜຸ່ມເມືອງພຽງ ແຂວງໄຊຍະບູລີ ສຳເລັດກອງປະຊຸມຄົບຄະນະບໍລິຫານງານຊາວໜຸ່ມເມືອງ ຄັ້ງທີ 2 ສະໄໝທີ VI

ກອງປະຊຸມຄົບຄະນະບໍລິຫານງານຊາວໜຸ່ມເມືອງພຽງ ແຂວງໄຊຍະບູລີ ຄັ້ງທີ 2 ສະໄໝທີ VI ໄດ້ຈັດຂື້ນໃນຕອນເຊົ້າວັນທີ 4 ທັນວາ 2025 ທີຫ້ອງປະຊຸມຂອງເມືອງ,ໂດຍການເປັນປະທານຂອງ​ສະຫາຍ ພອນ ອິນອຸດົມ ກຳມະການພັກເມືອງ, ເລຂາຄະນະບໍລິຫານງານຊາວໜຸ່ມເມືອງເປັນກຽດເຂົ້າຮ່ວມຂອງສະຫາຍ ນາງ ດາວັນ ພະວົງຈິດ, ຮອງເລຂາພັກມືອງ ຜູ້ຊີ້ນຳວຽກພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນຂອງເມືອງ,ມີບັນດາອົງການຈັດຕັ້ງພາຄີ,ບັນດາສະຫາຍຄະນະບໍລິຫານງານຊາວໜຸ່ມເມືອງ, ເລຂາໜ່ວຍຊາວໜຸ່ມຮາກຖານ ພາຍໃນເມືອງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ໄດ້ຮັບຟັງການຜ່ານບົດສະຫຼຸບ ການຈັດຕັ້ງປະຕິບັດວຽກງານຊາວໜຸ່ມ ປະຈໍາປີ 2025 ແລະ ທິດທາງແຜນການປີ2026ໂດຍໄດ້ຍົກໃຫ້ເຫັນບັນດາຜົນງານດ້ານດີແລະດ້ານຄົງຄ້າງທີຈະຕ້ອງໄດ້ເອົາໃຈໃສ່ສືບຕໍ່ປັບປຸງແກ້ໄຂໃນຕໍ່ໜ້າເຊິ່ງຕະຫຼອດໄລຍະ 1 ປີຜ່ານມາຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວເມືອງພຽງ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ສະມາຊິກຊາວໜຸ່ມ-ໄວໜຸ່ມ ແລະ ເຍົາວະຊົນຢ່າງຕໍ່ເນື່ອງ ໂດຍການນໍາເອົາບັນດາມະຕິ, ຄໍາສັ່ງ, ຂໍ້ກຳນົດ, ກົດລະບຽບຂອງຊາວໜຸ່ມ, ກົດໝາຍຂອງລັດ, ຂໍ້່ກຳນົດວ່າດ້ວຍທີຕັ້ງພາລະບົດບາດຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວຢູ່ຂັ້ນຮາກຖານ ແລະ ເອກະສານວ່າດ້ວຍການຕ້ານ ແລະ ກໍາຈັດປະກົດການຫຍໍ້ທໍ້ໃນໝູ່ຊາວໜຸ່ມ ລົງໄປເຜີຍແຜ່, ເຊື່ອມຊຶມໃຫ້ແກ່ຄະນະໜ່ວຍຊາວໜຸ່ມ, ສະມາຊິກຊາວໜຸ່ມ-ໄວໜຸ່ມ ແລະ ເຍົາວະຊົນທັນວາ. ຜ່ານການສຶກສາອົມຮົມ ແລະ ເຊື່ອມຊຶມ ໄດ້ເຮັດໃຫ້ຄະນະຊາວໜຸ່ມ, ສະມາຊິກຊາວໜຸ່ມ-ເຍົາວະຊົນ ມີຄວາມຮັບຮູ້ຕໍ່ແນວທາງຂອງພັກ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ກໍາແໜ້ນບັນດາແຜນພັດທະນາເສດຖະກິດ-ສັງຄົມ ແລະ ລະບຽບກົດໝາຍຂອງລັດ ທີ່ໄດ້ວາງອອກແຕ່ລະໄລຍະ ຮູ້ເຄື່ອນໄຫວວຽກງານຂອງຕົນຕາມພາລະບົດບາດ, ສິດໜ້າທີຂອງຕົນ, ໄດ້ເຮັດໃຫ້ອົງການຈັດຕັ້ງຊາວໜຸ່ມ-ເຍົາວະຊົນຢູ່ຂັ້ນຮາກຖານມີຄວາມໜັກແໜ້ນ, ເຂັ້ມແຂງ ເປັນເສນາທິການ ແລະ ເປັນກຳລັງແຮງສັງລວມໃຫ້ແກ່ຄະນະພັກຢູ່ຂັ້ນຮາກຖານ ແລະ ຄະນະ ຊາວໜຸ່ມປະຊາຊົນປະຕິວັດລາວເມືອງ, ພ້ອມນັ້ນວຽກງານດ້ານຕ່າງໆກໍ່ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຢ່າງມີຜົນສຳເລັດຫຼາຍດ້ານ.ກອງປະຊຸມຍັງໄດ້ຜ່ານລະບຽບກອງທຶນຊາວໜຸ່ມຈາກນັ້ນບັນດາຜູ້ເຂົ້າຮ່ວມກໍ່ໄດ້ປະກອບຄຳຄິດເຫັນເພື່ອພ້ອມກັນປັບປຸງບັນຫາຄົງຄ້າງຕ່າງໆໃຫ້ໄດ້ຮັບການແກ້ໄຂເພື່ອພ້ອມກັນສືບຕໍ່ຈັດຕັ້ງປະຕິບັດບັນດາແຜນການໃນຕໍ່ໜ້າໃຫ້ມີຜົນສຳເລັດ

ຕອນທ້າຍກອງປະຊຸມ ສະຫາຍ ນາງ ດາວັນ ພະວົງຈິດ ຮອງເລຂາພັກເມືອງໄດ້ໂອ້ລົມຕໍ່ກອງປະຊຸມສະຫາຍໄດ້ເນັ້ນໃຫ້ເພີ່ມທະວີການສຶກສາອົບຮົມການເມືອງ-ແນວຄິດໃຫ້ຄະນະພັກ, ສະມາຊິກພັກ, ພະນັກງານ​ໃນ​ຄວາມ​ຮັບຜິດຊອບໃຫ້ມີຄວາມຫນັກແຫນ້ນທາງດ້ານການເມືອງ, ມີຄວາມເຊື່ອຫມັ້ນຕໍ່ແນວທາງນະໂຍບາຍຂອງພັກ-ລັດ, ສ້າງໃຫ້ໄດ້ຄວາມສາມັກຄີເປັນປຶກແຜ່ນ, ເສີມຂະຫຍາຍຈິດໃຈເປັນເຈົ້າຕົ້ນ​ເອງ​ເຜິ່ງຕົນ​ເອງ​ ສົ່ງເສີມຫົວຄິດປະດິດສ້າງ ແລະ ນຳ​ເອົາ​ເທັກ​ໂນ​ໂລ​ຊີ​ໃໝ່​ເຂົ້າ​ມາ​ພັດທະນາ​ວຽກ​ງານ​ວິຊາ​ສະ​ເພາະ, ມີທັດສະນະກ້າຄິດ, ກ້າເຮັດ ແລະ ກ້າຮັບຜິດຊອບ ຕໍ່ໜ້າທີ່ວຽກງານ.ເອົາໃຈໃສ່ນໍາພາບັນດາໜ່ວຍ​ງານທີ່ຢູ່​ໃນ​ຄວາມ​ຮັບຜິດຊອບ​ຂອງ​ຕົນ​ໃຫ້ເຄື່ອນໄຫວວຽກງານວິຊາສະເພາະຕາມພາລະບົດບາດ, ສິດ ແລະ ໜ້າທີ່ ຂອງ​ຕົນ​ຢ່າງ​ຕັ້ງໜ້າ.ປັບປຸງແບບແຜນວິທີການນຳພາໃຫ້ມີຄວາມເຂັ້ມແຂງ,ສືບຕໍ່ເອົາໃຈໃສ່ລົງຊຸກຍູ້ໜ່ວຍຊາວໜຸ່ມຮາກຖານ ເປັນປົກກະຕິ ທົ່ວເຖິງ, ສາມາດສ້າງໃຫ້ຊາວໜຸ່ມຮູ້ເຄື່ອນໄຫວປະຕິບັດໜ້າທີຂອງຕົນໄດ້ເປັນຢ່າງດີ ພ້ອມທັງຍູ້ແຮງຂະບວນການຕ່າງໆໃຫ້ເປັນຂະບວນຝົດຟື້ນ.

ໂດຍ:ຂ່າວສານເມືອງພຽງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa