
ວັນທີ 5 ທັນວາ 2025 ຢູ່ທີ່ວັດສຼີດອນແຍງ ບ້ານເພຍງາມ ເມືອງເງິນ ແຂວງໄຊຍະບູລີ ໄດ້ ຈັດພິທີປະກາດຮັບຮອງ ວັດ 4 ສໍ ຂຶ້ນຢ່າງເປັນທາງການ. ພາຍໃຕ້ການເປັນປະທານຮ່ວມ ຂອງພຣະອາຈານ ສົມພອນ ຄໍາຈະເລີນ ຮອງປະທານ ອພສ ແຂວງໄຊຍະບູລີໃນນາມປະທານພິທີຝ່າຍສົງ, ແລະ ທ່ານ ຊູລິສິດ ຄໍາພູວົງ ກໍາມະການປະຈໍາພັກເມືອງ ປະທານແນວລາວສ້າງຊາດເມືອງໃນນາມປະທານພິທີຝ່າຍຄາລະວາດ, ມີບັນດາພຣະເຖຣານຸເຖຣະ, ຂະແໜ່ງການທີ່ກ້ຽວຂ້ອງຂອງເມືອງ, ຕະຫຼອດຮອດ ຊາວພຸດທະສະນິກະຊົນພາຍໃນເມືອງເຂົ້າຮ່ວມ.
ໃນພິທີ ທ່ານ ຊູລິສິດ ຄໍາພູວົງ ກໍາມະການປະຈໍາພັກເມືອງ ປະທານແນວລາວສ້າງຊາດເມືອງ ໃຫ້ກຽດ ຈູດທຽນໄຊບູຊາພຣະລັດຕະນະໄຕຣ ຈາກນັ້ນພຣະອາຈານອໍາມະຕະ ຍານະເມທີ ປະທານ ອພສ ເມືອງເງິນ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງມາດຖານເງື່ອນໄຂວັດພັດທະນາ 4 ສໍ. ເມືອງເງິນປະກອບມີ 11 ວັດ ແລະ 1 ສໍານັກສົງ(ທາດໝັດຄໍາ), ນອນຢູ່ໃນ 22 ບ້ານ ໄລຍະຜ່ານມາໄດ້ສ້າງກຸ່ມເປົ້າໝາຍສ້າງເປັນວັດພັດທະນາ 4 ສໍ ຈໍານວນ 5 ວັດຄື: ວັດສຼີດອນແຍງ ບ້ານເພຍງາມ, ວັດບີໝີສີໂພໄຊ ບ້ານບີໝີ, ວັດຂອນສຸວັນນະຣາມ ບ້ານຂອນ, ວັດສີບຸນຍືນ ບ້ານຫຼວງມີໄຊ, ວັດສະຫຼີນາງົວ ບ້ານນາງົວ, ນັບແຕ່ວັນທີ 3 ຕຸລາ 2024ເປັນຕົ້ນມາ. ຜ່ານການຈັດຕັ້ງປະຕິບັດ ມາຮອດ ວັນທີ 28-29 ສິງຫາ 2025 ທາງຄະນະຮັບຜິດຊອບໄດ້ລົງຕິດຕາມກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດເຫັນວ່າ ວັດທີ່ຄົບຕາມມາດຖານເງື່ອນໄຂມີ 3 ວັດຄື: ວັດສຼີດອນແຍງ ບ້ານເພຍງາມ, ວັດສຼີບຸນຍືນ ບ້ານຫຼວງມີໄຊ ແລະ ວັດສະຫຼີນາງົວ ບ້ານນາງົວ.ເຊິ່ງສາມາດປະເມີນຕາມ 4 ມາດຖານ 20 ຕົວຊີ້ວັດດັ່ງນີ້:
1) ວັດສະຫຼີດອນແຍງ ບ້ານເພຍງາມ
– ມາດຖານທີ 1 ສ ສະອາດ ໄດ້ 100 %
– ມາດຖານທີ 2 ສ ສະຫງົບ ໄດ້ 100 %
– ມາດຖານທີ 3 ສ ສີຂຽວ ໄດ້ 95,75 %
– ມາດຖານທີ 4 ສ ສະຫວ່າງ ໄດ້ 100 %
2) ວັດສີບຸນຍືນ ບ້ານຫຼວງມີໄຊ
– ມາດຖານທີ່ 1 ສ ສະອາດ ໄດ້ 90 %
– ມາດຖານທີ 2 ສ ສະຫງົບ ໄດ້ 93,13 %
– ມາດຖານທີ 3 ສ ສີຂຽວ ໄດ້ 92,50 %
ມາດຖານທີ 4 ສ ສະຫວ່າງ ໄດ້ 91,25 %
3) ວັດສະຫຼີນາງົວ ບ້ານນາງົວ
– ມາດຖານທີ 1 ສ ສະອາດ ໄດ້ 96,25 %
– ມາດຖານທີ່ 2 ສ ສະຫງົບ ໄດ້ 95,87 %
– ມາດຖານທີ່ 3 ສ ສີຂຽວ ໄດ້ 90 %
– ມາດຖານທີ 4 ສ ສະຫວ່າງ ໄດ້ 96,25 %
ຈາກນັ້ນກໍ່ໄດ້ ຜ່ານຂໍ້ຕົກລົງຂອງປະທານຄະນະກຳມະການປົກຄອງເມືອງ ວ່າດ້ວຍການຮັບຮອງ ວັດພັດທະນາ 4 ສໍ ແລະ ມອບໃບຢັ້ງຢືນໃຫ້ທັງ 3 ວັດດັ່ງກ່າວ, ລັນຄ້ອງ 9 ບາດເພື່ອເປັນສີລິມຸ່ງຄຸນ ແລະ ເປີດປ້າຍວັດ 4 ສໍຕື່ມຢ່າງເປັນທາງການ.
ພາບ-ຂ່າວ: ສົມຄິດ ຂຽວສີຟ້າ