ເມືອງ ໄຊຍະບູລີ ຈັດກອງປະຊຸມຄະນະກຳມະການປົກຄອງເມືອງປະຈຳເດືອນ ພະຈິກ ແລະ ທິດທາງແຜນການເດືອນທັນວາປີ 2025.

ໃນຕອນເຊົ້າວັນທີ 10 ທັນວາ 2025 ນີ້ເມືອງ ໄຊຍະບູລີໄດ້ຈັດກອງປະຊຸມຄະນະກຳມະການປົກຄອງເມືອງປະຈຳເດືອນພະຈິກ ແລະ ທິດທາງແຜນການເດືອນທັນວາປີ 2025 ຂື້ນ ທີ່ຫ້ອງປະຊຸມຫ້ອງວ່າການເມືອງໄຊຍະບູລີ, ໂດຍການເປັນປະທານຂອງທ່ານ ຈັນເພັງ ອູ່ທອງຄຳ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ; ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ປອ ນາງກິດສະໜາ ຈັນທະຄູນ ຫົວໜ້າຫ້ອງວ່າການເມືອງ ໄຊຍະບູລີໄດ້ຂື້ນຜ່ານບົດສະຫຼຸບວຽກງານພົ້ນເດັ່ນຂອງຄະນະກຳມະການປົກຄອງເມືອງປະຈຳເດືອນພະຈິກ ແລະ ທິດທາງແຜນການເດືອນທັນວາປີ 2025 ບາງຕອນທ່ານໃຫ້ຮູ້ວ່າ: ໃນໄລຍະ 1 ເດືອນຜ່ານມາເມືອງພວກເຮົາກໍ່ໄດ້ຊີ້ນໍາ-ນໍາພາວຽກຈຸດສຸມສ່ວນໃຫຍ່ທີ່ໄດ້ກໍານົດໄວ້ແມ່ນຖືກຈັດຕັ້ງປະຕິບັດໃນຫຼາຍວຽກງານຂະແໜງການ, ຂົງເຂດລາຍຮັບ, ລາຍຈ່າຍຫັນເຂົ້າສູ່ລະບົບທັນສະໄໜ ແລະ ກໍ່ໄດ້ສຸມໃສ່; ນໍາພາຈັດຕັ້ງປະຕິບັດວຽກງານອື່ນໆໄປພ້ອມໆກັນໃນສະພາບຫຍຸ້ງຍາກທາງດ້ານເສດຖະກິດການເງິນ, ຄະນະນໍາ, ພະນັກງານຫ້ອງການການເງິນຍົກສູງຄວາມຮັບຜິດຊອບເອົາໃຈໃສ່ເຮັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍເຄື່ອນໄຫວຈັດຕັ້ງປະຕິບັດວຽກງານວິຊາສະເພາະລົງເດີນສຳຫຼວດພົນລະເມືອງພາຍໃນເມືອງ ໄຊຍະບູລີ ແລະ ສາມາດຈັດເກັບລາຍຮັບຄຸ້ມຄອງລາຍຈ່າຍດັ່ງນີ້: ດ້ານລາຍຮັບ ແຜນ 7,763 ລ້ານກວ່າກີບ, ປະຕິບັດເດືອນ 11 ໄດ້ 653 ລ້ານກວ່າກີບ, ລວມປະຕິບັດ 11 ເດືອນໄດ້ 8,954 ລ້ານກວ່າກີບ, ເທົ່າກັບ 115.35 % ຂອງແຜນການປີ; ດ້ານລາຍຈ່າຍ ແຜນ 4,306 ລ້ານກວ່າກີບ, ປະຕິບັດເດືອນ 11 ໄດ້ 539 ລ້ານກວ່າກີບ, ລວມປະຕິບັດ 11 ເດືອນໄດ້ 4,208 ລ້ານກວ່າກີບ, ເທົ່າກັບ 97.73 % ຂອງແຜນການປີ; ການປູກພືດລະດູຝົນທົ່ວເມືອງມີເນື້ອທີ່ທັງໝົດ 29.700 ເຮັກຕາ, ໃນນີ້: ນາປີເນື້ອທີ່ແຜນການ 4.415 ເຮັກຕາ, ເຂົ້າໄຮ່ເນື້ອທີ່ແຜນການ 2.210 ເຮັກຕາ, ການປູກພືດຊະນິດຕ່າງໆເນື້ອທີ່ແຜນການ 21.955 ເຮັກຕາ, ແຜນການໄມ້ໃຫ້ໝາກທັງໝົດ 1.120 ເຮັກຕາ, ໃນນີ້ແຜນປູກໃໝ່ 50 ເຮັກຕາ, ມາຮອດປັດຈຸບັນປະຕິບັດໄດ້ແລ້ວ 34.985 ກວ່າເຮັກຕາ ລື່ນແຜນການ 7,80%, ເກັບກູ້ໄດ້ 28.602 ເຮັກຕາ, ເທົ່າກັບ 81,75%, ຜົນຜະລິດ 280.524 ໂຕນ, ລົງກວດກາສິນຄ້າ ແລະ ອອກໃບຢັ້ງຢືນແຫຼ່ງກໍາເນີດສີນຄ້າກະສິກໍາ ຈໍານວນ 20 ຄັ້ງ ມີ 77 ຊຸດ ລວມມີ 9.025 ໂຕນ, ຄື: (ສາລີເມັດ)  ມີ 5.050 ໂຕນ, (ໝາກເດືອຍສີ) ມີ 1.590 ໂຕນ, (ແປງມັນຕົ້ນ) ມີ 2.385 ໂຕນ ສົ່ງອອກໄປ ສປ ຈີນ; ສັກຢາປ້ອງກັນພະຍາດສັດໄດ້ 5,719 ໂຕ, ປິ່ນປົວສັດເຈັບໄດ້ທັງໝົດ 261ໂຕ, ສັກຢາຂ້າກາຝາກໃຫ້ແກ່ສັດລ້ຽງໄດ້ 161  ໂຕ, ສັກຢາບໍາລຸງໃຫ້ແກ່ສັດລ້ຽງໄດ້ທັງໝົດ 196 ໂຕ, ກວດກາອະນາໄມຊີ້ນປ້ອນຕະຫຼາດໄດ້ 1,233 ໂຕ, ຂຶ້ນທະບຽນເຄື່ອນຍ້າຍສັດອອກຕ່າງເມືອງມີສັດທັງໝົດ 24 ໂຕ, ລົງກວດກາ ແລະ ຢັ້ງຢືນຢາງພາລາເພື່ອເຄື່ອນຍ້າຍ 08 ຄັ້ງ ມີຈໍານວນ 213 ໂຕນ; ລົງກວດກາເຄື່ອງປ່າຂອງດົງ 03 ຄັ້ງ, ມີຈໍານວນ 1,558 ໂຕນ; ຈາກນັ້ນໃນກອງປະຊຸມປະທານກອງປະຊຸມກໍ່ໄດ້ມີຄຳເຫັນເຈາະຈີ້ມ ແລະ ຜູ້ເຂົ້າຮ່ວມໃນກອງປະຊຸມກໍ່ໄດ້ພ້ອມກັນປະກອບຄຳຄິດເຫັນໃສ່ບັນດາໜ້າວຽກຕ່າງໆ ເພື່ອພ້ອມກັນປັບປຸງດ້ານອ່ອນຂໍ້ຄົງຄ້າງໃຫ້ດີຂື້ນ; ຕອນທ້າຍກອງປະຊຸມທ່ານ ຈັນເພັງ ອູ່ທອງຄຳ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງກໍ່ໄດ້ມີຄຳເຫັນສັງລວມ ແລະ ຊີ້ນຳຕໍ່ກອງປະຊຸມຕື່ມອີກ.

ຂ່າວ-ພາບ: ສົມພົງ ສີສະຫັວດ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa