ເມືອງເງິນ ສືບຕໍ່ລົງເຜີຍແຜ່ ຜົນສໍາເລັດກອງປະຊຸມໃຫຍ່ຜູ້ ແທນອົງຄະ ນະພັກແຂວງ ຄັ້ງທີ VIII. ຕິດພັນກັບ ປະຖະກະຖາ 2 ວັນປະຫວັດສາດ ຢູ່ທ້ອງຖີ່ນຮາກຖານ

ວັນທີ 11 ທັນວາ 2025 ນີ້. ສະຫາຍ ນາງ ສີຈົມ ບຸນມານະທຳ ຮອງເລຂາ ອຶຄະນະບໍລິຫານງານພັກເມືອງ, ຜູ້ຊີ້ນຳວຽກພັກ-ພະນັກງານ, ວຽກງານແນວຄິດ ທິດສະດີ ແລະ ອົງການຈັດຕັ້ງມະຫາຊົນ.  ພ້ອມດ້ວຍທິມງານຂອງເມືອງ ໄດ້ລົງເຄື່ອນໄຫວ ໂຄສະນາ ເຜີຍແຜ່ ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງ ໄຊຍະບູລີ ຄັ້ງທີ VIII ຢູ່ທີໂຮງຮຽນ ມັດທະຍົມສົມບູນ ເມືອງເງິນ ແຂວງ ໄຊຍະບູລີ.  ເຊີ່ງມີບັນດາ ຄະນະອຳນວຍການໂຮງຮຽນ-ຄູອາຈານ ແລະ ນ້ອງນັກຮຽນ ມັດທະຍົມສົມບູນ ເມືອງເງິນ ເຂົ້າຮ່ວມທັງໝົດ 497 ຄົນ, ຍິງ 266 ຄົນ.

ສະຫາຍ  ຄໍາມ່ວນ ພົມປັນຍາ ກໍາມະການພັກເມືອງ ຫົວຫນ້າຄະນະໂຄ ສະ ນາ ອົບຮົມເມືອງ ໄດ້ຂື້ນເຜີຍແຜ່ ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງ ໄຊຍະບູລີ ຄັ້ງທີ VIII. ຈາກນັ້ນ  ສະຫາຍ ນາງ ສີຈົມ  ບຸນມານະທຳ ຮອງເລຂາຄະນະບໍລິຫານງານພັກເມືອງ ຜູ້ຊີ້ນຳວຽກພັກ-ພະນັກງານ, ວຽກງານແນວຄິດ ທິດສະດີ ແລະ ອົງການຈັດຕັ້ງມະຫາຊົນ ກໍໃຫ້ກຽດຂື້ນປະຖະກະຖາ 2 ວັນປະຫວັດສາດຄື: ວັນຊາດທີ 2 ທັນວາ ຄົບຮອບ 50 ປີ(ວັນທີ 2 ທັນວາ 1975 – ວັນທີ 2 ທັນວາ 2025), ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (ວັນທີ 13 ທັນວາ 1920 – 13 ທັນວາ 2025),  ຕິດພັນກັບ ວັນສ້າງຕັ້ງເມືອງເງິນ ຄົບຮອບ 33 ປີ. ທັງໝົດນີ້ກໍ່ເພື່ອເປັນການທົບທວນຄືນມູນເຊື້ອ ແລະ ພາລະກິດຕໍ່ສູ້ປົດ ປ່ອຍຊາດ ໃນເມື່ອກ່ອນ ກໍຄືຜົນສຳເລັດໃນພາລະກິດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພາຍໃຕ້ການນຳພາ – ຊີ້ນຳຂອງພັກ, ຖືເອົາໂອກາດນີ້ ສຶກສາອົບຮົມ ພະນັກງານ-ຄູອາຈານ, ນັກຮຽນ-ນັກສຶກສາ, ນັກຮຽນຮູ້ປັນຍາຊົນ ໃຫ້ຍົກສູງນໍ້າໃຈຮັກຊາດ,ເສີມຂະຫຍາຍ ຄວາມສາມັກຄີເປັນຈິດຫນຶ່ງ ໃຈດຽວ ຂອງປະຊາຊົນບັນດາເຜົ່າ ແລະ ຍູ້ແຮງບົດບາດການນຳພາຂອງພັກ.ຖືເອົາການສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ເປັນການປຸກລະດົມນ້ຳໃຈຮັກຊາດ ຮັກລະບອບໃຫມ່, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສຸມທຸກກໍາລັງ ເພື່ອ ສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ທ້າຍສະໄຫມ ແລະສ້າງຜົນງານຂ່ຳນັບ ຮັບ ຕ້ອນກອງປະຊຸມ ໃຫ່ຍຄັ້ງທີ XII ຂອງພັກໃນຕໍ່ຫນ້ານີ້.ເພື່ອລະນຶກເຖິງຄຸນງາມຄວາມດີຂອງ ປະທານ ໄກສອນ ພົມວິຫານ ທີ່ມີຕໍ່ປະເທດຊາດ ແລະ ຮຽນເອົາແບບຢ່າງ ອັນດີງາມ ທີ່ເປັນມໍລະດົກອັນລໍ້າຄ່າ ຂອງເພີນ ເພື່ອຝຶກຝົນຫຼໍ່ຫຼອມຕົນເອງ  ເພື່ອສືບທອດພາລະກິດ ຂອງພັກ.ເພື່ອເປັນການເສີມຂະຫຍາຍ ມູນເຊື້ອການຕໍ່ສູ້ອັນບາກບັ່ນ ພະຍາຍາມ ຂອງປະຊາຊົນລາວ ບັນດາເຜົ່າ ໂດຍພາຍໃຕ້ການນຳພາຂອງພັກ ເພື່ອສືບຕໍ່ບຸກທະລຸທາງດ້ານແນວຄິດ ຈິນຕະນາການ,  ສ້າງໃຫ້ມີການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ, ທັງເຮັດສຳເລັດຫນ້າທີ່ວຽກງານ,   ເພື່ອເປັນການຈັດຕັ້ງເຜີຍແຜ່ຜົນ ສຳເລັດກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ຄັ້ງທີ VIIIໃຫ້ ພະນັກງານ-ລັດຖະກອນ, ສະມາຊິກພັກ, ທະຫານ, ຕໍາຫຼວດ, ນັກຮຽນ-ນັກສຶກສາ, ນັກຮຽນຮູ້ປັນຍາຊົນ ຕະຫຼອດ ຮອດປະຊາຊົນບັນດາເຜົ່າ ຊາວເມືອງເງິນທຸກທົ່ວໜ້າ ໄດ້ຮັບຮູ້ເຂົ້າໃຈ ເພື່ອພ້ອມກັນຈັດຕັ້ງຜັນຂະຫຍາຍ ບັນດາເນື້ອໃນຈິດໃຈ ຂອງກອງປະຊຸມໃຫຍ່ ດັ່ງກ່າວ ໃຫ້ກາຍເປັນແຜນການ ລະອຽດ  ແລະ  ພ້ອມກັນຈັດຕັ້ງປະຕິບັດໃຫ້ເກີດດອກ ອອກຜົນຕົວຈິງ.

ໂດຍ: ອິນແປງ ແຫວນຄຳ(ຫ້ອງການ ຄອມ ເມືອງເງິນ)

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa