
ໃນວັນທີ 8 ທັນວາ 2025 ຜ່ານມານີ້ ກອງບັນຊາການທະຫານເມືອງພຽງ ແຂວງໄຊຍະບູລີ ຕ້ອນຮັບ ຄະນະທີມງານເຄື່ຶອນໄຫວ ປະຕິບັດໜ້າທີ່ຂຸດຄົ້ນອັດຖິຂອງທະຫານອາສາສະໝັກ ແລະ ຜູ້ຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ພາຍໃນພື້ນຖານເມືອງພຽງ ຢູ່ທີ່ຫ້ອງປະຊຸມຂອງກອງບັນຊາການທະຫານເມືອງພຽງໂດຍມີທີມງາມເຄື່ອນໄຫວຊອກຫາ, ຂຸດຄົ້ນອັດຖິຂອງທະຫານອາສາສະມັກ ແລະ ຜູ້ຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດໃນປາງສົງຄາມເຊິ່ງນໍາໂດຍສະຫາຍ ພັທ ຫງວຽນ ກິມ ແອງ ຮອງຫົວໜ້າການທະຫານກອງປະຕິບັດງານພິເສດທະຫານເຂດ 2 , ສະຫາຍ ພັຕ ເຈິ່ນ ງ້ອກ ລີນ ພະນັກງານພາສາແປ ພ້ອມຄະນະທິມງານໂດຍໄດ້ຮັບການຕ້ອນຮັບອັນອົບອຸ່ນຂອງສະຫາຍ ພັທ ຈື່ເນັ້ງ ຢົວໄຈລີ ກໍາມະການພັກເມືອງ ເລຂາຄະນະພັກຮາກຖານ ຫົວໜ້າການເມືອງກອງບັນຊາການທະຫານເມືອງພຽງ ພ້ອມດ້ວຍຄະນະ, ມີບັນດາສະຫາຍຄະນະຜູ້ແທນ, ເລຂາໜ່ວຍພັກ-ນາຍບ້ານ 6 ບ້ານ ອອ້ມຂ້າງເມືອງເຂົ້າຮ່ວມ.
ໂອກາດນີ້ ສະຫາຍ ພັທ ຈື່ເນັ້ງ ຢົວໄຈລີ ໄດ້ກ່າວຕ້ອນຮັບຢ່າງອົບອຸ່ນຕໍ່ການມາຢ້ຽມຢາມ ຂອງຄະນະທີມງານກອງປະຕິບັດງານພິເສດທະຫານເຂດ 2 ໃນຄັ້ງນີ້, ແມ່ນເປັນການທົບທວນຄືນມູນເຊື້ອໃນການປະກອບສ່ວນຊ່ວຍເຫຼືອການປະຕິວັດລາວໃນໄລຍະຕໍ່ສູ້ກູ້ຊາດ ແລະ ສະແດງໃຫ້ເຫັນຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງຊາດ-ສອງກອງທັບ, ປະຊາຊົນສອງຊາດລາວ-ຫວຽດນາມ, ທີ່ເປັນມູນເຊື້ອອັນດີງາມມາຕັ້ງແຕ່ດົນນານທັງເປັນປັດໄຈສໍາຄັນໃນການຕັດສິນໄຊຊະນະໃນພາລະກິດປະຕິວັດຂອງສອງຊາດ, ເປັນມໍລະດົກອັນລໍ້າຄ່າທີ່ສຸດຂອງສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນທັງສອງຊາດ. ສືບຕໍ່ຍຶດໝັ້ນໃນການເພີ່ມທະວີສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລາວ-ຫວຽດນາມ.
ສະຫາຍ ພັຕ ເຈິ່ນ ງ້ອກ ລີນ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ ສະຫາຍ ພັທ ຈື່ເນັ້ງ ຢົວໄຈລີ ແລະ ບັນດາສະຫາຍເລຂາໜ່ວຍພັກ-ນາຍບ້ານ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ເຊິ່ງສະແດງໃຫ້ເຫັນມິດຕະພາບ,ຄວາມສາມັກຄີຮັກແພງ ແລະ ສາຍພົວພັນອັນສະນິດແໜ້ນລະຫວ່າງສອງຊາດ ລາວ-ຫວຽດນາມ. ຈຸດປະສົງຂອງການມາຢ້ຽມຢາມໃນຄັ້ງນີ້ກໍ່ແມ່ນເພື່ອເກັບກໍາຂໍ້ມູນ ແລະ ເຄື່ອນໄຫວຊອກຫາ,ຂຸດຄົ້ນ ອັດຖິຂອງທະຫານອາສາສະມັກ ແລະ ຜູ້ຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດໃນປາງສົງຄາມໃນເມື່ອກ່ອນ ເພື່ອລະນຶກເຖິງຄຸນງາມຄວາມດີ ແລະ ການຮ່ວມໄມ້ຮ່ວມມືເປັນຈິດໜຶ່ງໃຈດຽວເສຍສະຫຼະໃນການຕໍ່ສູ້ກູ້ຊາດຂອງນັກຮົບປະຕິວັດທັງສອງຊາດ ພ້ອມທັງອວຍພອນເຖິງສາຍພົວພັນຮ່ວມມືຮອບດ້ານພິເສດລະຫວ່າງລາວ-ຫວຽດນາມ ໃຫ້ໝັ້ນຄົງທະນົງແກ່ນ ແລະ ມີຄວາມຈະເລີນງອກງາມເກີດດອກອອກຜົນຍິ່ງໆຂື້ນ.
ໂດຍ:ຂ່າວສານເມືອງພຽງ