ເມືຶອງ ໄຊຍະບູລີ ເຊື່ອມຊືມເອກະສານເພື່ອກະກຽມ ແລະ ດຳເນີນກອງປະຊຸມການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ຕິດພັນກັບການຂື້ນແຜນກຳນົດພະນັກງານນຳພາຄຸ້ມຄອງປະຈຳປີ 2025.

ໃນຕອນເຊົ້າວັນທີ 23 ທັນວາ 2025 ນີ້ເມືອງ ໄຊຍະບູລີໄດ້ຈັດກອງປະຊຸມ ເຊື່ອມຊືມເອກະສານເພື່ອກະກຽມ ແລະ ດຳເນີນກອງປະຊຸມການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ຕິດພັນກັບການຂື້ນແຜນກຳນົດພະນັກງານນຳພາຄຸ້ມຄອງປະຈຳປີ 2025ຂື້ນ ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໄຊຍະບູລີ ໂດຍການປະທານຂອງສະຫາຍ ຄຳຫຼ້າ ຜີວວັນນາ ຄະນະປະຈຳພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ໄຊຍະບູລີ; ມີຮອງເລຂາພັກເມືອງ, ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ອົງການ, ກົມກອງ ແລະ ພະນັກງານຫຼັກແຫຼ່ງຂອງເມືອງເຂົ້າຮ່ວມ.

ໃນກອງປະຊຸມຜູ້ເຂົ້າຮ່ວມໄດ້ຮັບຟັງ ການຜ່ານແຜນດຳເນີນງານລົງກວດກາປະ​ເມີນ​ຜົນການ​ກໍ່ສ້າງໜ່ວຍພັກປອດ​ໃສ​ເຂັ້ມ​ແຂງ, ໜັກ​ແໜ້ນຕິດ​ພັນ​ຕິດພັນກັບການຂື້ນແຜນກຳນົດຕຳແໜ່ງພະນັກງານນຳພາ-ຄຸ້ມຄອງ ເມືອງ​ໄຊ​ຍະ​ບູລີ ປະຈຳປີ 2025; ຜ່ານມະຕິຕົກລົງ ວ່າ​ດ້ວຍ​ການ​​ແຕ່ງ​ຕັ້ງ​ຄະນະຮັບຜິດຊອບລົງກວດກາປະ​ເມີນ​ຜົນການ​ກໍ່ສ້າງໜ່ວຍພັກປອດ​ໃສ, ​ເຂັ້ມ​ແຂງ, ໜັກ​ແໜ້ນ ຕິດ​ພັນ​ຕິດພັນກັບການຂື້ນແຜນກຳນົດຕຳແໜ່ງພະນັກງານນຳພາ-ຄຸ້ມຄອງ​ຢູ່ສຳນັກງານ, ອົງການ ແລະ ກົມກອງ ເມືອງ​ໄຊ​ຍະ​ບູລີ ປະຈຳປີ 2025; ຜ່ານມະຕິຕົກລົງ ວ່າ​ດ້ວຍ​ການ​​ແຕ່ງ​ຕັ້ງ​ຄະນະຮັບຜິດຊອບລົງກວດກາປະ​ເມີນ​ຜົນການ​ກໍ່ສ້າງໜ່ວຍພັກປອດ​ໃສ, ​ເຂັ້ມ​ແຂງ, ໜັກ​ແໜ້ນ ຕິດ​ພັນ​ຕິດພັນກັບການຂື້ນແຜນກຳນົດຕຳແໜ່ງພະນັກງານນຳພາ-ຄຸ້ມຄອງ​ຢູ່ຮາກຖານບ້ານ ເມືອງ​ໄຊ​ຍະ​ບູລີ ປະຈຳປີ 2025; ຜ່ານມະຕິຕົກລົງ ວ່າ​ດ້ວຍ​ການ​​ແຕ່ງ​ຕັ້ງ​ຄະນະຮັບຜິດຊອບລົງເຮັດທົດລອງກວດກາປະ​ເມີນ​ຜົນການ​ກໍ່ສ້າງໜ່ວຍພັກປອດ​ໃສ, ​ເຂັ້ມ​ແຂງ, ໜັກ​ແໜ້ນ ຕິດ​ພັນ​ຕິດພັນກັບການຂື້ນແຜນກຳນົດຕຳແໜ່ງພະນັກງານນຳພາ-ຄຸ້ມຄອງ​ຢູ່ບ້ານ ນາຍາວ ເມືອງ​ໄຊ​ຍະ​ບູລີ ປະຈຳປີ 2025; ເຊື່ອມ​ຊຶມ​​ເອກະສານ ຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 28/ຄຈສພ, ລົງວັນທີ 14 ກຸມພາ 2025 ກ່ຽວກັບການກໍ່ສ້າງໜ່ວຍ ພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ; ເຊື່ອມ​ຊຶມ​ ບົດແນະນຳຂອງທ່ານເຈົ້າເມືອງ ສະບັບເລກທີ 1136/ຈມ.ຊຍ ລົງວັນທີ 12 ຕຸລາ 2025 ກ່ຽວກັບການຂື້ນແຜນກຳນົດພະນັກງານນຳພາ-ຄຸ້ມຄອງພາຍໃນທົ່ວເມືອງໄຊຍະບູລີ; ແນະນໍາ​ການຕີລາຄາໃຫ້ຄະແນນແບ່ງປະເພດຄະນະພັກ, ສະມາຊິກພັກ ແລະ ໜ່ວຍພັກ; ແນະນຳ​ຖານ​ຂໍ້​ມູນ​ສະຖິທິ F1; ແນະນໍາ​ວຽກ​ງານ​ແນວ​ລາວ​ສ້າງ​ຊາດ​ເມືອງ, ວຽກ​ງານ​ອົງການ​ຈັດ​ຕັ້ງ​ມະຫາຊົນ; ແນະນຳ​ຂໍ້​ແຂ່ງຂັນ​ຮັກ​ຊາດ ​ແລະ ພັດທະນາ; ແນະນຳການທາບທາມການຂື້ນແຜນກຳນົດພະນັກງານນຳພາ-ຄຸ້ມຄອງ; ຜ່ານຄຳ​ແນະນຳ​ຂອງ​ຄະນະ​ປະຈຳ​ພັກ​ແຂວງ ເລກທີ 443/ຄພຂ.ຊຍວ່າ​ດ້ວຍ​ການ​ຜັນ​ຂະຫຍາຍ​ຄຳ​ສັ່ງ ​ເລກທີ 02/ກມສພ ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ນຳພາ-ຊີ້​ນຳ​ຂອງ​ຄະນະ​ພັກ​ແຕ່ລະ​ຂັ້ນຕໍ່​ການ​ສະກັດ​ກັ້ນ ​ແລະ ​ແກ້​ໄຂ​ບັນຫາ​ຢາ​ແສບ​ຕິດ​ຢູ່​ແຂວງ​ໄຊ​ຍະ​ບູລີ; ໜັງສືແຈ້ງການ ສະບັບເລກທີ 46/ຄ.ປກຊ-ປກສ, ລົງວັນທີ 1 ທັນວາ 2025 ກ່ຽວກັບໂຄງປະກອບຂອງຄະນະກຳມະການ ປກຊ-ປກສ ນະຄອນຫຼວງ, ແຂວງ, ເມືອງ, ນະຄອນໃນຂອບເຂດທົ່ວປະເທດ; ຈາກນັ້ນປະທານ ກອງປະຊຸມກໍ່ໄດ້ມີຄຳເຫັນເຈາະເຈີ້ມ ແລະ ຜູ້ເຂົ້າຮ່ວມກໍ່ໄດ້ພ້ອມກັນປະກອບຄຳຄິດເຫັນ ຢ່າງກົງໄປກົງມາ; ຕອນທ້າຍກອງປະຊຸມ ສະຫາຍຄຳຫຼ້າ ຜີວວັນນາ ຄະນະປະຈຳພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ໄຊຍະບູລີ ກໍ່ໄດ້ມີ ຄຳເຫັນສັງລວມ ແລະ ໂອ້ລົມຕໍ່ກອງປະຊຸມຕື່ມອີກ.

ຂ່າວ-ພາບ: ສົມພົງ ສີສະຫວັດ

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa