

ໃນທ້າຍອາທິດທີ່ຜ່ານມາຢູ່ສະໂມສອນ ເມືອງທົ່ງມີໄຊ ແຂວງໄຊຍະບູລີ ໄດ້ເປີດກອງປະຊຸມ ຄົບຄະນະບໍລິຫານງານສະຫະພັນແມ່ຍິງເມືອງຄັ້ງທີ 2 ສະໄໝທີ V ຂຶ້ນໂດຍການເປັນປະທານຂອງສະຫາຍ ນ ບຸນລຽນ ລັດຖະຫັວນ ກຳມະການພັກເມືອງ ປະທານສະຫະພັນແມ່ຍິງເມືອງທົ່ງມີໄຊ ເປັນກຽດເຂົ້າຮ່ວມຂອງ ສະຫາຍ ນ ບົວສອນ ອິນທະວົງ ຮອງເລຂາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ. ມີບັນດາສະຫາຍ ຄະນະບໍລິຫານງານສະຫະພັນແມ່ຍິງເມືອງ, ຫົວໜ້າໜ່ວຍແມ່ຍິງຮາກຖານ, ຫົວໜ້າຈຸຮ່ວມຊີວິດແມ່ຍິງພາຍໃນເມືອງ ເຂົ້າຮ່ວມ.ໃນກອງປະຊຸມໄດ້ຮັບຟັງການ ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຂອງສະຫະພັນແມ່ຍິງເມືອງ ປະຈໍາປີ2025 ແລະ ທິດທາງແຜນການປີ2026 ເຊິ່ງຕະຫຼອດໃນໄລຍະທີ່ຜ່ານມາ ຄະນະສະຫະພັນແມ່ຍິງແຕ່ລະຂົງເຂດ ໄດ້ເປັນເຈົ້າການ ຊີ້ນຳ-ນຳພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ແຕ່ລະຂັ້ນຂອງສະຫະພັນແມ່ຍິງວາງອອກຕິດພັນກັບແຜນຍຸດທະສາດພັດທະນາແມ່ຍິງ ກໍ່ຄືການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຂອງແມ່ຍິງລາວວາງອອກຢ່າງເປັນລະບົບຕໍ່ເນື່ອງ. ເຮັດໃຫ້ສະມາຊິກສະຫະພັນແມ່ຍິງໄດ້ຮັບຮູ້, ເຂົ້າໃຈ ນຳໄປຈັດຕັ້ງ ປະຕິບັດຢ່າງເປັນຂະບວນຟົດຟື້ນ. ມາຮອດປະຈຸບັນທົ່ວເມືອງ ປະກອບມີ 13 ບ້ານມີພົນລະເມືອງທັງໝົດ 10.198 ຄົນ, ຍິງ 5.031 ຄົນ, ເຂົ້າເປັນສະມາຊິກສະຫະພັນແມ່ຍິງແລ້ວ 1.164 ສະຫາຍ ມີ ຄະນະບໍລິຫານງານສະຫະພັນແມ່ຍິງທັງໝົດ 15 ສະຫາຍ, ມີຮາກຖານສະຫະພັນແມ່ຍິງ 15 ຮາກຖານ ແລະ ໜ່ວຍສະຫະພັນແມ່ຍິງ 24 ໜ່ວຍ, ແບ່ງເປັນຈຸຮ່ວມຊິວິດ 122 ຈຸ. ໃນໄລຍະຜ່ານມາອົງການຈັດຕັ້ງສະຫະພັນແມ່ຍິງໄດ້ນໍາພາສະມາຊິກແມ່ຍິງສ້າງຕັ້ງກອງທຶນຊ່ວຍ ເຫຼືອເຊິ່ງກັນ ແລະ ກັນ, ມີສະມາຊິກກອງທຶນທັງໝົດ 193 ສະຫາຍ, ມີເງິນກອງທືນທັງໝົດຈຳນວນ 23 ລ້ານກວ່າກີບ; ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີຂອງສະຫະພັນແມ່ຍິງລາວ. ໄດ້ນໍາພາ-ຊີ້ນໍາສະຫະພັນແມ່ຍິງບ້ານ, ໜ່ວຍອ້ອມຂ້າງນໍາພາກວດກາຂໍ້ແຂ່ງຂັນ 3 ດີ ຢ່າງເປັນປົກກະຕິ ຜ່ານການຊຸກຍູ້, ຕິດຕາມ, ກວດກາສາມາດສະຫຼຸບປະເມີນຜົນຂອງການແຂ່ງຂັນ 03 ດີ, ມີສະມາຊິກທັງໝົດ 1.164 ຄົນ, ໃນນີ້: ເປັນພົນລະເມືອງດີ 1,164 ສະຫາຍ ເທົ່າກັບ 100%, ພັດທະນາດີ 1,136 ສະຫາຍເທົ່າກັບ 92,88% ແລະ ສ້າງຄອບຄົວດີ 1,121 ສະຫາຍເທົ່າກັບ 91,65%; ສະມາຊິກແມ່ຍິງ 3 ດີປະເພດ 1 ເທົ່າກັບ 91,00%, ປະເພດ 2 ເທົ່າກັບ 9%
ກອງປະຊຸມຍັງໄດ້ຮັບຟັງການປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາຢ່າງມີຈຸດສຸມ ເພື່ອພ້ອມກັນຊອກຫາວິທີທາງປັບປຸງແກ້ໄຂບັນຫາທີ່ຍັງຄົງຄ້າງໃຫ້ດີຂື້ນເທື່ອລະກ້າວ.
ຕອນທ້າຍຍັງໄດ້ຮັບຟັງການມີຄໍາເຫັນໂອ້ລົມຈາກສະຫາຍ ນາງ ບົວສອນ ອິນທະວົງ ຮອງເລຂາພັກເມືອງ ຫົວໜ້າ ຄະນະຈັດຕັ້ງເມືອງ ທົ່ງມີໄຊຕື່ມອີກ.
ໂດຍ: ຄ ອ ມ ທົ່ງມີໄຊ