ເມືອງຫົງສາ ຝຶກອົບຮົມກະກຽມ ແລະ ດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V

ວັນທີ 5 ມັງກອນ 2026 ນີ້ ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມຝຶກອົບຮົມກ່ຽວກັບການກະກຽມ ແລະ ດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ຂື້ນ ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ ພາຍໃຕ້ການເປັນປະທານຂອງທ່ານ ສີທະນົນໄຊ ທອງເທພາ ເລຂາພັກເມືອງ, ມຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ອົງການ, ກົມກອງ, ພະນັກງານຫຼັກແຫຼ່ງຂອງເມືອງ ແລະ ນາຍບ້ານເທດສະບານເມືອງເຂົ້າຮ່ວມຢ່າງພ້ອມພຽງ.

ໃນວາລະດໍາເນີນຝຶກອົບຮົມ ຜູ້ເຂົ້າຮ່ວມໄດ້ຮຽນຮູ້ບັນດາເອກະສານທີ່ສໍາຄັນຄື: ເຊື່ອມຊຶມ ມະຕິຂອງຄະນະປະຈຳພັກແຂວງ ເລກທີ 662/ຄພຂ.ຊຍ, ລົງວັນທີ 09 ທັນວາ 2025 ວ່າດ້ວຍການເພີ່ມທະວີການນໍາພາ-ຊີ້ນໍາ ຂອງຄະນະພັກທຸກຂັ້ນໃນທົ່ວແຂວງຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V, ບາງເນື້ອໃນສໍາຄັນຂອງກົດໝາຍ ວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ, ເພີ່ມທະວີການນໍາພາແນວຄິດ, ເສີມຂະຫຍາຍສິດ ປະຊາທິປະໄຕ ຂອງປວງຊົນລາວບັນດາເຜົ່າ ເພື່ອການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V, ຄໍາແນະນໍາຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ ເລກທີ 09/ຄລຂ, ລົງວັນທີ 30 ທັນວາ 2025 ວ່າດ້ວຍການໂຄສະນາ, ປຸກລະດົມຂະບວນການ ແລະ ຍ້ອງຍໍ ໃນບັ້ນເລືອກຕັ້ງ, ແຈ້ງການແນາະນໍາກ່ຽວກັບການສ້າງແຜນງົບປະມານຮັບໃຊ້ການເລືອກຕັ້ງ, ເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດແຜນດໍາເນີນງານ ຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ ເລກທີ 02/ຄສຂ, ລົງວັນທີ 08 ທັນວາ 2025, ເພື່ອການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V, ຄໍາແນະນໍາຂອງ ຄະນະກຳມະການເລືອກຕັ້ງຂັ້ນແຂວງ ເລກທີ 05/ຄລຂ, ລົງວັນທີ 17 ທັນວາ 2025, ກ່ຽວກັບການແຕ່ງຕັ້ງຂອງ ຄະນຸກຳມະການເລືອກຕັ້ງ ແລະ ຄະນະຮັບຜິດຊອບໜ່ວຍປ່ອນບັດເລືອກຕັ້ງ, ເຊື່ອມຊືມຄໍາແນະນໍາຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ ກ່ຽວກັບການນໍາພາ-ຊີ້ນໍາ ວຽກງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V, ມະຕິ ວ່າດ້ວຍການແຕ່ງຕັ້ງຄະນະກໍາມະການເລືອກຕັ້ງຂັ້ນເມືອງ ປະຈຳເຂດເລືອກຕັ້ງເມືອງ ຫົງສາ ເລກທີ 102/ຄປຈ.ຊຍ, ລົງວັນທີ 17 ທັນວາ 2025, ແຜນດໍາເນີນງານ ຂອງຄະນະກຳມະການເລືອກຕັ້ງຂັ້ນເມືອງ ເພື່ອດໍາເນີນ ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກ ສະພາປະຊາຊົນແຂວງ ຊຸດທີ V, ມະຕິ ວ່າດ້ວຍການແຕ່ງຕັ້ງ ແລະ ການເຄື່ອນໄຫວ ຂອງຄະນະກໍາມະ ການເລືອກຕັ້ງ ຂັ້ນເມືອງ ເພື່ອດຳເນີນການເລືອກຕັ້ງ, ມະຕິຂອງຄະນະກຳມະການເລືອກຕັ້ງຂັ້ນເມືອງ ວ່າດ້ວຍການແບ່ງຄວາມຮັບຜິດຊອບ ພາຍໃນຄະນະກຳມະການເລືອກຕັ້ງ ຂັ້ນເມືອງ ແລະ ມະຕິ ວ່າດ້ວຍການແຕ່ງຕັ້ງຄະນະກຳມະການຮັບຜິດຊອບໜ່ວຍປ່ອນບັດເລືອກຕັ້ງ ຂັ້ນເມືອງ.

ທັງນີ້ ກໍ່ເພື່ອເຮັດໃຫ້ການດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ໃຫ້ໄດ້ຮັບຜົນສໍາເລັດຕາມແຜນການທີ່ວາງໄວ້.

 

ຂ່າວ: ຄ.ອ.ມ ຫົງສາ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa