

ໃນຕອນເຊົ້າວັນທີ 6 ມັງກອນ 2026 ນີ້ ເມືອງໄຊຍະບູລີ ໄດ້ຈັດພິທີປະກາດພະນັກງານອອກການພັກອູດໜູນບໍານານ, ແລະ ແຕ່ງຕັ້ງຮອງຫົວໜ້າໜ່ວຍງານຂື້ນ ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ຈັນເພັງ ອູ່ທອງຄໍາ ປະທານຄະນະກຳມະການປົກຄອງເມືອງ; ມີຮອງເລຂາພັກເມືອງ, ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ອົງການ, ກົມກອງ ແລະ ພະນັກງານຫຼັກແຫຼ່ງຂອງເມືອງເຂົ້າຮ່ວມ.
ທ່ານ ພອນພິລຸນ ປີ່ນທິບ ຄະນະປະຈຳພັກເມືອງ ຫົວໜ້າຄະນະຈັດຕັ້ງ ເມືອງໄຊຍະບູລີ ໄດ້ຂື້ນຜ່ານຂໍ້ຕົກລົງ ສະບັບເລກທີ 2164/ຄປຂ, ລົງວັນທີ 26 ທັນວາ 2025 ວ່າດ້ວຍການອານຸມັດໃຫ້ພະນັກງານ-ລັດຖະກອນພັກການຮັບອູດບໍານານ ຄະນະກຳມະການປົກຄອງແຂວງໄຊຍະບູລີ ຕົກລົງ ເຫັນດີອານຸມັດ ໃຫ້ ທ່ານ ນາງ ຈັນ ມາສຸວັນ ວິຊາການຫ້ອງການ ວັດທະນະທໍາ ແລະ ການທ່ອງທ່ຽວເມືອງ ພັກການຮັບອູດບໍານານ ແຕ່ວັນທີ 1 ຕຸລາ 2025 ເປັນຕົ້ນໄປ, ຜ່ານຂໍ້ຕົກລົງ ສະບັບເລກທີ 850, 851/ ຄປມ,ຊຍ, ລົງວັນທີ 29 ທັນວາ 2025 ວ່າດ່ວຍການແຕ່ງຕັ້ງຮອງຫົວໜ້າໜ່ວຍງານ ຫ້ອງການຄະນະໂຄສະນາອົບຮົມເມືອງ ປະທານຄະນະກໍາການປົກຄອງເມືອງ ຕົກລົງ ແຕ່ງຕັ້ງ ທ່ານ ສົມພົງ ສີສະຫວັດ ແລະ ທ່ານ ນາງ ລັດດາວອນ ແກ້ວໄພທູນ ພະນັກງານວິຊາການ ຂື້ນເປັນຮອງຫົວໜ້າໜ່ວຍງານ ຫ້ອງການຄະນະໂຄສະນາອົບຮົມເມືອງ.
ຈາກນັ້ນໃນພິທີ ທ່ານ ຈັນເພັງ ອູ່ທອງຄໍາ ປະທານຄະນະກໍາມະການປົກຄອງເມືອງໄຊຍະບູລີ ກໍ່ໄດ້ຂື້ນມອບ ຂໍ້ຕົກລົງ ໃຫ້ພະນັກງານພັກອູດໜູນບໍານານ ແລະ ພະນັກງານທີ່ຖືກແຕ່ງຕັ້ງຕື່ມອີກ. ຂ່າວ-ພາບ: ລັດດາວອນ ແກ້ວໄພທູນ