

ກອງປະຊຸມຄົບຄະນະບໍລິຫານງານສະມາຄົມນັກທຸລະກິດໜຸ່ມແຂວງໄຊຍະບູລີ ສະໄໝ IV ຄັ້ງທີ 2 ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 06 ມັງກອນ 2026 ທີ່ຜ່ານມານີ້, ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງໄຊຍະບູລີ ພາຍໃຕ້ການເປັນປະທານຂອງ ທ່ານ ສີວິໄຊ ພົນທະຈັກ ປະທານສະມາຄົມນັກທຸລະກິດໜຸ່ມແຂວງໄຊຍະບູລີ, ເປັນກຽດເຂົ້າຮ່ວມຂອງ ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງ, ປະທານຄະນະກໍາມະການປົກຄອງແຂວງໄຊຍະບູລີ, ທ່ານ ບຸນດີ ທໍ ກໍາມະການພັກແຂວງ, ຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມແຂວງໄຊຍະບູລີ, ມີແຂກຖືກເຊີນ, ພ້ອມດ້ວຍຜູ້ແທນສະມາຄົມນັກທຸລະກິດໝຸ່ມພາຍໃນແຂວງເຂົ້າຮ່ວມ.
ໃນກອງປະຊຸມ ທ່ານ ສີວິໄຊ ພົນທະຈັກ ປະທານສະມາຄົມນັກທຸລະກິດໜຸ່ມແຂວງໄຊຍະບູລີ ໄດ້ຂື້ນກ່າວເປີດກອງປະຊຸມຢ່າງເປັນທາງການ ພ້ອມທັງຜ່ານບົດສະຫຼຸບໃນການຈັດຕັ້ງປະຕິບັດຂອງສະມາຄົມນັກທຸລະກິດໝຸ່ມສະໄໝ IV ຄັ້ງທີ 2 ເຊິ່ງທ່ານໄດ້ກ່າວວ່າ: ສະມາຄົມນັກທຸລະກິດໜຸ່ມຂອງແຂວງ ເປັນອົງການຈັດຕັ້ງໜຶ່ງມີສາຍຕັ້ງຂຶ້ນກັບຄະນະຊາວໜຸ່ມແຂວງ ມີການເຄື່ອນໄຫວພາຍໃຕ້ລັດຖະທຳມະນູນກົດໝາຍແຫ່ງ ສປປ ລາວ ແລະ ຕາມດຳລັດຂອງນາຍົກລັດຖະມົນ ຕີ ເລກທີ 238/ລບ, ລົງວັນທີ 11 ສິງຫາ 2017 ວ່າດ້ວຍສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວມີຖານະທຽບເທົ່າກັບອົງການຈັດຕັ້ງສັງຄົມຕ່າງໆ, ສະມາຄົມນັກທຸລະກິດໜຸ່ມມີພາລະບົດບາດເປັນເສນາທິການໃຫ້ແກ່ ຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວແຂວງ ກໍ່ຄືອົງຄະນະພັກແຂວງ ໃນການເຕົ້າໂຮມຄວາມສາມັກຄີ ມີໜ້າທີ່ສຶກສາອົບຮົມກໍ່ສ້າງປັບປຸງການຈັດຕັ້ງ ສທໜ ຂັ້ນແຂວງ, ຂັ້ນເມືອງ ເປັນຕົວແທນໃນການພົວພັນຮ່ວມມື ແລະ ແລກປ່ຽນບົດຮຽນຂໍ້ມູນຂ່າວສານໃນດ້ານທຸລະກິດ ແລະ ຊຸກຍູ້ສົ່ງເສີມຜູ້ປະກອບການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງສະມາຊິກນັກທຸລະກິດໜຸ່ມ ເພື່ອເປັນກຳລັງແຮງປະກອບສ່ວນເຂົ້າໃນການສ້າງສາ ແລະ ພັດທະນາປະເທດຊາດໂດຍສະເພາະການສ້າງວຽກເຮັດງານທໍາ ໃຫ້ສະມາຊິກຊາວໜຸ່ມບັນດາເຜົ່າ ແລະ ສົ່ງເສີມຜູ້ປະກອບການໜຸ່ມ. ໃນນີ້ສະມາຄົມນັກທຸລະກິດໜຸ່ມຂອງແຂວງ ໄດ້ປະກອບມີຄະນະບໍລິຫານງານ ສທໜ ທັງໝົດ 35 ທ່ານ ຍິງ 4 ທ່ານ, ມີປະທານ 1 ທ່ານ; ຮອງປະທານ 5 ທ່ານ, ປະກອບມີຄະນະປະຈຳ 11 ທ່ານ ເຂົ້າອົງການຈັກຕັ້ງພັກແລ້ວ 3 ທ່ານ. ເຊິ່ງຕະຫລອດໄລຍະ 6 ເດືອນຜ່ານມາ ສທໜ ແຂວງ ກໍ່ໄດ້ເຂົ້າຮ່ວມການເຄື່ອນໄຫວກັບອົງການຈັດຕັ້ງ ພັກ-ລັດ ເປັນຕົ້ນເຂົ້າຮ່ວມກອງປະຊຸມທາບທາມຄັດເລືອກຜູ້ເຂົ້າສະໝັກເປັນຄະນະບໍລິຫານງານ ສທໜ ແຫ່ງຊາດ ຄັ້ງທີ V ປີ 2025, ເຂົ້າຮ່ວມກອງປະຊຸມ 8 ແຂວງພາກເໜືອ ຕາມການແຈ້ງເຊີນສູນກາງພັກ ຄະນະປະຕິຮູບລັດວິສາທຸລະກິດ ທີ່ແຂວງຫລວງພະບາງ, ເຂົ້າຮ່ວມກອງປະຊຸມປະຕິຮູບວ່າດ້ວຍການຟື້ນຟູ ແລະ ລົ້ມລະລາຍລັດວິສາຫະກິດ ຢູ່ແຂວງຫລວງພະບາງ, ເຂົ້າຮ່ວມບຸນມະໂຫລານ ຊາວໜຸ່ມ – ເຍົາວະຊົນ ທົ່ວປະເທດປີ 2025, ເຂົ້າຮ່ວມກອງປະຊຸມແນວລາວສ້າງຊາດແຂວງໄຊຍະບູລີ ປີ 2025 ໃນນັ້ນ ທ່ານປະທານ ແລະ ຮອງປະທານ ກໍ່ໄດ້ຮັບການຄັດເລືອກເຂົ້າເປັນຄະນະບໍລິຫານງານຂອງແນວລາວສ້າງຊາດແຂວງໄຊຍະບູລີ ປີ 2025, ຮ່ວມພິທີມອບຫລຽນກາ 70 ປີ 2025, ເຂົ້າຮ່ວມກອງປະຊຸມໃຫ່ຍຂອງອົງຄະນະພັກແຂວງໄຊຍະບູລີ ຄັ້ງທີ 8 ໃນຄັ້ງວັນທີ 15 ຕຸລາ 2025 ໃນນັ້ນ ທ່ານ ສີວິໄຊ ພົນທະຈັກ ປະທານສະມາຄົມນັກທຸລະກິດໜຸ່ມແຂວງ ກໍ່ໄດ້ປະກອບເງິນຊ່ວຍເຫລືອກອງປະຊຸມໃຫ່ຍອົງຄະນະພັກແຂວງ ເປັນການສ່ວນຕົວ 50,000,000 ກີບ; ທ່ານ ບຸນມີ ອຸທຸມພອນ ຮອງປະທານສະມາຄົມນັກທຸລະກິດໜຸ່ມແຂວງ 20,000,000 ກີບ, ຄະນະປະຈໍາ ທ່ານ ຫງຽນ ວັນບົ່ງ 20,000,000 ກີບ. ສັງລວມແລ້ວ ພາຍຫລັງກອງປະຊຸມໃຫ່ຍ ຄັ້ງທີ IV ຂອງຄະນະບໍລິຫານງານສະມາຄົມນັກທຸລະກິດໜຸ່ມແຂວງ ໄດ້ສຳເລັດລົງ ຄະນະປະທານ – ຄະນະປະຈຳສະມາຄົມນັກທຸລະກິດໜຸ່ມແຂວງ ຕະຫລອດຮອດ ສະມະຊິກ ໄດ້ປະກອບສ່ວນຊ່ວຍເຫລືອ ພັກ-ລັດ ຕະຫຼອດຮອດສັງຄົມ ມີທັງດ້ານງົບປະມານ (ເງິນ) ທາງວັດຖຸ ແລະ ທາງດ້ານເຫື່ອແຮງຈິດໃຈ ມີທັງໝົດ 266,000,000 ກີບ (ສອງຮ້ອຍຫົກສິບຫົກລ້ານກີບ) ໃນນັ້ນເດັ່ນກ່ວາໝູ່ແມ່ນ ບໍລິສັດ PSC ກຣຸບ ຈຳກັດຜູ້ດຽວ ໄດ້ປະກອບສ່ວນອັນ (ດັບ 1 ) 80,000,000 ກີບ, ປະຈຸບັນ ສທໜ ແຂວງ ມີເງິນຄັງເປັນສ່ວນລວມມີ: 30,000,000 ກີບ.
ໃນກອງປະຊຸມຍັງໄດ້ພ້ອມກັນມີຄໍາເຫັນໃສ່ບົດຮ່າງສະຫລຸບ ແລະ ແລກປ່ຽນບົດຮຽນເຊິີ່ງກັນ ແລະ ກັນ ຢ່າງກົງໄປກົງມາ ເພື່ອເປັນທິດທາງໃນການຈັດຕັ້ງປະຕິບັດໃນຕໍ່ໜ້າໃຫ້ປະກົດຜົນເປັນຈີງ. ຈາກນັ້ນ ທ່ານ ມີໄຊພອນ ແກ້ວໂພໄຊ ຫົວໜ້າຫ້ອງການບໍລິຫານ ຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວແຂວງ ກໍ່ໄດ້ຜ່ານລາຍຊື່ຜູ້ທີ່ມີຜົນງານດີເດັ່ນ ແລະ ໄດ້ຮັບຫລຽນກາ ວັນສະຖາປະນາ ແຫ່ງສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ ກໍ່ຄືວັນຊາດ ທີ່ 02 ທັນວາ ຄົບຮອບ 50 ປີ ເຊິ່ງມີຜູ້ໄດ້ຮັບ 04 ທ່ານ ແລະ ຫລຽນກາລານຶກວັນສ້າງຕັ້ງ ຄະນະຊາວໝຸ່ມ ປະຊາຊົນ ປະຕິວັດລາວ ຄົບຮອບ 65 ປີ ເຊິ່ງມີຜູ້ໄດ້ຮັບ 2 ທ່ານ ແລະ ພ້ອມທັງປະດັບຫລຽນໃຫ້ຢ່າງສົມກຽດ.
ຕອນທ້າຍກອງປະຊຸມຍັງໄດ້ຮັບຟັງການມີຄໍາເຫັນຊີ້ນໍາ ຈາກທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງ ປະທານຄະນະກໍາມະການປົກຄອງແຂວງ ຕື່ມອີກ.
ຂ່າວ: ຊາວໜຸ່ແຂວງ.