

ວັນທີ 21 ມັງກອນ 2026 ນີ້ ເມືອງໄຊສະຖານ ແຂວງໄຊຍະບູລີ ໄດ້ຈັດພິທີປາຖະກາຖາ 3 ວັນປະຫວັດສາດຂອງຊາດ ຄື ວັນສ້າງຕັ້ງກອງທັບຊາຊາຊົນລາວ ຄົບຮອບ 77 ປີ, ວັນສາງຕັ້ງອົງການໄອຍະການປະຊາຊົນ ຄົບຮອບ 36 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 22 ປີ ຂື້ນຢ່າງເປັນທາງການ ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ ໂດຍການເປັນກຽດເຂົ້າຮ່ວມປາຖະກາຖາຂອງທ່ານ ແສງຈັນ ກິນດາລາ ຮອງເລຂາຄະນະບໍລິຫານງານພັກເມືອງ ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ອົງການ, ກົມກອງ, ພະນັກງານອາວຸໂສບໍານານ, ພະນັກງານຫຼັກແຫຼ່ງພາຍໃນເມືອງ, ຫະຫານ, ຕໍາຫຼວດ, ລັດວິສາຫະກິດ, ອົງການປົກຄອງບ້ານດອຍກາວເຂົ້າຮ່ວມຮັບຟັງ.
ພິທີໃນຄັ້ງນີ້ ທ່ານ ແສງຈັນ ກິນດາລາ ຮອງເລຂາຄະນະບໍລິຫານງານພັກເທືອງ ໄດ້ໃຫ້ກຽດປາຖະກາຖາເລົ່າຄືນປະຫວັດມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ ( ວັນທີ 20 ມັງກອນ 1949-20 ມັງກອນ 2026 ) ເຊິ່ງໄດ້ຍົກໃຫ້ເຫັນກ່ຽວກັບປະຫວັດການກໍາເນີດຂອງກອງທັບປະຊາຊົນລາວ ສະພາບແວດລ້ອມກ່ອນການສ້າງຕັ້ງກອງທັບປະຊາຊົນລາວ ໂດຍປະຕິບັດຕາມຄໍາສັ່ງຂອງສູນກາງພັກກອມມູນິດອິນດູຈີນ ຕອນເຊົ້າຂອງວັນທີ 20 ມັງກອນ 1949 ຢູ່ເຂດທີ່ໝັ້ນຖໍ້າແມ ເຂດລາວຮຸ່ງພຽງສາ ເມືອງຊຽງຄໍ້ ແຂວງຫົວພັນ ທ່ານໄກສອນພົມວິຫານ ໄດ້ປະກາດສ້າງຕັ້ງ ກອງລາດສະວົງຂື້ນຢ່າງເປັນທາງການ ໂດຍແມ່ນທ່ານ ເພັດສະວົງ ເປັນຫົວໜ້າການທະຫານ ທ່ານ ສີສະຫວາດ ແກ້ວບຸນພັນ ເປັນຫົວໜ້າການເມືອງ ແລະ ທ່ານຄໍາມູນ ເປັນຮອງຜູ້ບັນຊາການ ຍົກໃຫ້ເຫັນການກໍາເນີດກອງທັບປະຊາຊົນລາວ ຄວາມຈໍາເປັນພາວະວິໄສຂອງການສ້າງຕັ້ງກອງທັບປະຊາຊົນລາວ ຄວາມໝາຍຄວາມສໍາຄັນຂອງການສ້າງຕັ້ງກອງທັບປະຊາຊົນລາວ ໃຫ້ເຫັນເຖິງຜົນງານໄຊຊະນະ ການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວ ໃນແຕ່ລະໄລຍະ ເປັນຕົ້ນແມ່ນການຕໍ່ສູຕ້ານການຮຸກຮານຂອງພວກລ່າເມືອງຂື້ນຝຣັ່ງ ແຕ່ປີ 1949-1945, ການຕໍ່ສູຕ້ານການຮຸກຮານຂອງຈັກກະພັດອາເມລິກາ ແຕ່ປີ 1954-1975, ໃຫ້ເຫັນເຖິງທາດແທ້ ແລະ ມູນເຊື້ອອັນສະຫງ່າອົງອາດ ຂອງກອງທັບປະຊາຊົນລາວ. ພ້ອມນີ້ຍັງໄດ້ຮັບຟັງການປາຖະກາຖາເນື່ອງໃນໂອກາດວັນສ້າງຕັ້ງ ອົງການໄອຍະການປະຊາຊົນຄົບຮອບ 36 ປີ( 9 ມັງກອນ 1990-9 ມັງກອນ 2026 ) ເຊິ່ງທ່ານໄດ້ຍົກໃຫ້ເຫັນສະພາບແວດລ້ອມຂອງການກໍາເນີດ ແລະ ສ້າງຕັ້ງອົງການໄອຍະການປະຊາຊົນ, ທາດແທ້ ແລະ ມູນເຊື້ອຂອງອົງການໄອຍະການປະຊາຊົນ, 35 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງອົງການໄອຍະການປະຊາຊົນເຊິ່ງກໍ່ເປັນວຽກງານໜຶ່ງທີ່ສຳຄັນ ປະກອບເຂົ້າໃນການຄຸ້ມຄອງລັດ, ສັງຄົມ ສິດ ແລະ ຜົນປະໂຫຍດອັນຊອບທຳຂອງພົນລະເມືອງ ແລະ ທັງຮັບປະກັນໃຫ້ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ ແລະ ມີຄວາມຍຸດຕິທຳ, ເຊິ່ງໃນວັນທີ 23 ພະຈິກ 1989 ກອງປະຊຸມສະໄຫມສາມັນຂອງສະພາປະຊາຊົນສູງສຸດ ຊຸດທີ II ໄດ້ຮັບຮອງເອົາກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນ ແຫ່ງ ສປປ ລາວ ສະບັບທຳອິດ ແລະ ປະກາດໃຊ້ດຳລັດປະທານປະເທດ ສະບັບເລກທີ 05 ລົງວັນທີ 09 ມັງກອນ 1990 ເປັນຂີດໝາຍປະຫວັດສາດທີ່ສຳຄັນຂອງອົງການໄອຍະການປະຊາຊົນໄດ້ມີການເຕີບໃຫຍ່ຂະຫຍາຍຕົວມາຮອດປະຈຸບັນ ຄົບຮອບ 36 ປີ ພ້ອມນີ້ຍັງໄດ້ຮັບຟັງການປາຖະຖາຖາວັນສ້າງຕັ້ງວັນສ້າງຕັ້ງວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 22 ປີ.
ຈຸດປະສົງໃນການປາຖະກະຖາໃນຄັ້ງນີ້, ກໍ່ເພື່ອເຮັດໃຫ້ສະມາຊິກພັກ-ພະນັກງານແຫຼ່ງ, ທະຫານ, ຕຳຫຼວດ, ແລະ ປະຊາຊົນໃນທົ່ວເມືອງໄດ້ຮັບຮູ້, ເຂົ້າໃຈກ່ຽວກັບຄວາມໝາຍ, ຄວາມສໍາຄັນຂອງ 3 ວັນປະຫວັດສາດດັ່ງກ່າວ ເປັນຕົ້ນແມ່ນມູນເຊື້ອ ແລະ ວິລະກຳການຕໍ່ສູ້ພິລະອາດຫານຂອງກອງທັບປະຊາຊົນລາວ ແລະ ປະຊາຊົນບັນດາເຜົ່າຕ້ານກັບສັດຕູຜູ້ມາຮຸກຮານ ພ້ອມບັນຫາອື່ນໆຕື່ມອີກ.