

ໃນຕອນເຊົ້າຂອງວັນທີ 20 ມັງກອນ ນີ້, ສະມາຊິກສະ ພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 7 ແລະ ສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງ ເຊີ່ງນໍາໂດຍທ່ານ ເພັງນິລັນ ຄໍາພັນເພັງ ກໍາມະການສູນກາງພັກ, ເລຂາຄະນະບໍລິ ຫານງານພັກແຂວງ, ປະທານສະພາປະຊາຊົນແຂວງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວໂຄສະນາເຜີຍແຜ່ບັນດາເນື້ອໃນມະ ຕິກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງໄຊຍະບູລີ ຊຸດທີ IV, ຕິດພັນກັບການພົບປະຄອບລາຜູ້ມີສິດເລືອກຕັ້ງຂອງຕົນຢູ່ເມືອງຊຽງຮ່ອນ; ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ແສງອາທິດ ລາວເບຼຍຢາທໍ່ ກຳມະການພັກແຂວງ ເລຂາຄະນະບໍລິຫານພັກເມືອງຊຽງຮ່ອນ ມີບັນດາຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ອົງການ, ກົມກອງ, ຕະຫຼອດຮອດພະນັກງານ-ລັດຖະກອນເຂົ້າຮ່ວມ.
ໃນການເຜີຍແຜ່ຄັ້ງນີ້, ສສຊ ໄດ້ຮັບຟັງການລາຍງານສະພາບລວມ ໃນການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງເມືອງ ປະຈໍາປີ 2025 ແລະ ທິດທາງແຜນການປີ 2026 ຈາກນັ້ນ, ສະມາ ຊິກສະພາແຫ່ງຊາດ, ປະຈໍາເຂດເລືອກຕັ້ງທີ 7 ໄດ້ພັດປ່ຽນກັນສະເໜີເນື້ອໃນຂອງບັນດາມະຕິກອງປະຊຸມສະ ໄໝສາມັນເທື່ອ ທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງສາລະວັນ ຊຸດທີ IV ທີ່ໄດ້ພິຈາລະນາ ແລະ ຮັບຮອງບັນ ຫາສຳຄັນຕ່າງໆ ເປັນຕົ້ນ: ມະຕິ ສະພາປະຊາຊົນແຂວງ ວ່າດ້ວຍການຮັບຮອງເອົາບັນຫາສໍາຄັນພື້ນຖານຂອງແຂວງ ຄື: ບົດລາຍງານຂອງອົງການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ຄັ້ງທີ VII (2021 -2025), ປະຈໍາປີ 2025; ແຜນງົບປະມານແຫ່ງລັດຂອງແຂວງ 5 ປີ (2021-2025), ປະຈໍາປີ 2025 ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ປະຈໍາປີ 2026; ແຜນງົບປະມານແຫ່ງລັດຂອງແຂວງ ປະຈໍາປີ 2026; ບົດລາຍ ງານການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ການ ແກ້ໄຂບັນຫາຢາເສບຕິດ ໃນໄລຍະ 5 ປີ (2021-2025) ແລະ ທິດທາງແຜນການໃນຕໍ່ໜ້າ; ບົດລາຍງານ ຂອງອົງການກວດສອບປະຈໍາພາກເໜືອ 1 ກ່ຽວກັບການຈັດຕັ້ງປະຕິ ບັດການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025, ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດຂອງແຂວງ ປະຈໍາປີ 2024; ບົດລາຍງານຂອງອົງການກວດກາລັດແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນ ການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025, ບົດລາຍງານຜົນການກວດກາຕາມຜົນການກວດສອບ ປີ 2024; ບົດລາຍງານຂອງສານປະຊາຊົນແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນການ ເຄື່ອນ ໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025 ແລະ ແຜນການເຄື່ອນໄຫວວຽກງານປະຈໍາປີ 2026; ບົດລາຍງານຂອງອົງການໄອຍະການປະຊາຊົນແຂວງ ກ່ຽວກັບການຈັດຕັັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025 ແລະ ແຜນການເຄື່ອນໄຫວວຽກງານປະຈໍາປີ 2026; ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນ ການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025 ຂອງສະພາປະຊາຊົນແຂວງ ຊຸດທີ IV ແລະ ວຽກງານຈຸດສຸມຮອດກອງປະຊຸມຄັ້ງປະຖົມມະລືກຂອງສພຂຊຸດທີVຕື່ມອິກ.
ໂດຍ: ຄ ອ ມ ເມືອງຊຽງຮ່ອນ.