

ໃນຕອນເຊົ້າວັນທີ 26 ມັງກອນ 2026 ນີ້, ຢູ່ທີ່ຫໍປະຊຸມບ້ານນາບອນ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມ ເຊື່ອມຊຶມເອກະສານເພື່ອກະກຽມ ແລະ ດໍາເນີນກອງປະຊຸມ ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2025 ຂຶ້ນ. ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ສີຄານ ແກ່ນມະນີ ຮອງເລຂາຄະນະບໍລິຫານງານພັກເມືອງ, ປະທານຄະນະກໍາມະການປົກຄອງເມືອງ, ສະຫາຍ ຈິນດາ ກະທາທອງ ຮອງເລຂາຄະນະບໍລິຫານງານພັກເມືອງ, ມີຄະນະຮັບຜິດຊອບປະເມີນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2025, ຄະນະພັກ, ອົງການປົກຄອງບ້ານ ແລະ ປະຊາຊົນພາຍໃນບ້ານນາບອນເຂົ້າຮ່ວມ ຢ່າງພ້ອມພຽງ.
ໃນກອງປະຊຸມ ໄດ້ຜ່ານມະຕິຕົກລົງ ຂອງຄະນະປະຈໍາພັກເມືອງ ສະບັບເລກທີ 653, ລົງວັນທີ 1 ທັນວາ 2025 ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາລວມ, ຄະນະຮັບຜິດຊອບປະເມີນຜົນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2025, ມະຕິຕົກລົງ ຂອງຄະນະປະຈໍາພັກເມືອງ ສະບັບເລກທີ 14, ລົງວັນທີ 16 ມັງກອນ 2026 ວ່າດ້ວຍການແຕ່ງຕັ້ງ ຄະນະຮັບຜິດຊອບລົງເຮັດທົດລອງປະເມີນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງໜ່ວຍພັກບ້ານນອນບອນ ປະຈໍາປີ 2025. ຈາກນັ້ນ, ເລຂາພັກບ້ານ-ນາຍບ້ານ ໄດ້ລາຍງານສະພາບລວມຂອງບ້ານ ໃຫ້ຄະນະຮັບຜິດຊອບໄດ້ຮັບຮູ້.
ກອງປະຊຸມຄັ້ງນີ້, ຍັງໄດ້ເຊື່ອມເອກະສານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ປະຊາຊົນ, ມະຕິ ຂອງກົມການເມືອງສູນກາງພັກ ສະບັບເລກທີ 04, ລົງວັນທີ 11 ທັນວາ 2024 ວ່າດ້ວຍ ການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່, ຄໍາສັ່ງ ຂອງກົມການເມືອງ ສະບັບເລກທີ 01, ລົງວັນທີ 3 ມັງກອນ 2018 ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຄໍາແນະນໍາ ຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 28 ລົງວັນທີ 14 ກຸມພາ 2025 ກ່ຽວກັບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ແຈ້ງການແນະນໍາຂອງຄະນະປະຈໍາພັກແຂວງ ສະບັບເລກທີ 651, ລົງວັນທີ 1 ທັນວາ 2025 ກ່ຽວກັບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ດໍາລັດ ສະບັບເລກທີ 348/ລບ ລົງວັນທີ 16 ພະຈິກ 2017 ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ.
ຂ່າວ: ແກ່ນທ້າວ