

ໃນຕອນເຊົ້າວັນທີ 27 ມັງກອນ 2026 ນີ້ ໜ່ວຍພັກບ້ານ ວັງຊອຍ ເມືອງໄຊຍະບູລີ ແຂວງ ໄຊຍະບູລີ ໄດ້ຈັດກອງປະຊຸມ ສະຫຼຸບປະເມີນຜົນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນປະຈຳປີ 2025ຂື້ນ; ທີ່ຫ້ອງປະຊຸມຂອງບ້ານດັ່ງກ່າວ ໂດຍການເປັນປະທານຂອງສະຫາຍ ເມົາ ສຸກຜາລີ ເລຂາໜ່ວຍພັກບ້ານວັງຊອຍ; ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ຄຳພຽນ ປັນຍາວົງ ຄະນະປະຈຳພັກເມືອງ ປະທານຄະນະກວດກາພັກເມືອງ, ປະທານ ອົງການກວດກາລັດເມືອງ, ມີກຳມະການພັກເມືອງ; ຫົວໜ້າ, ຮອງຫົວໜ້າຫ້ອງການ, ໜ່ວຍປະຕິບັດງານຂອງເມືອງ ພ້ອມດ້ວຍສະມາຊິກພັກພາຍໃນໜ່ວຍພັກດັ່ງກ່າວເຂົ້າຮ່ວມ.
ໃນກອງປະຊຸມສະຫາຍ ເມົາ ສຸກຜາລີ ເລຂາໜ່ວຍພັກບ້ານວັງຊອຍ ໄດ້ຂື້ນກ່າວເປີດກອງປະຊຸມ ພ້ອມທັງ ຜ່ານບົດສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2025 ແລະ ທິດທາງແຜນການ ປະຈຳປີ 2026 ບາງຕອນສະຫາຍໃຫ້ຮູ້ວ່າ: ໜ່ວຍພັກບ້ານວັງຊອຍ ເປັນຮາກຖານພັກໜຶ່ງ ທີ່ສັງກັດໃນໂຄງປະກອບການຈັດຕັ້ງພັກ, ພາຍໃຕ້ການນຳພາ-ຊີ້ໂດຍກົງຂອງອົງຄະນະພັກເມືອງໄຊຍະບູລີ, ມີພາລະບົດບາດເປັນແກນນໍາໃນລະບົບການເມືອງຢູ່ຮາກຖານບ້ານ; ມີໜ້າທີ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ, ປະຊາຊົນບັນດາເຜົ່າພາຍໃນບ້ານ ແລະ ຈັດຕັ້ງປະຕິບັດແນວທາງ, ແຜນນະໂຍບາຍຂອງພັກ, ກົດລະບຽບຂອງພັກ ແລະ ກົດໝາຍຂອງລັດຢູ່ຮາກຖານບ້ານ; ມີຄະນະໜ່ວຍພັກ 3 ສະຫາຍ, ມີສະມາຊິກພັກ 14 ສະຫາຍ, ຍິງ 5 ສະຫາຍ; ເປົ້າໝາຍຂະຫຍາຍເຂົ້າພັກ 3 ສະຫາຍ, ຍິງ 2 ສະຫາຍ, ໜ່ວຍພັກບ້ານວັງຊອຍນໍາພາ-ຊີ້ນໍາກວມເອົາ 1 ບ້ານ, ມີ 3 ອົງການຈັດຕັ້ງ, ມີ 5 ໜ່ວຍງານ ແລະ ມີ 15 ຕຳແໜ່ງງານ, ມີ 13 ໜ່ວຍຄຸ້ມຄອງພົນລະເມືອງ, ມີ 159 ຄອບຄົວ, ມີພົນລະເມືອງທີ່ມີໜ້າຕົວຈິງ 747 ຄົນ, ຍິງ 409 ຄົນ; ຜ່ານການຕີລາຄາອົງການຈັດຕັ້ງແນວລາວສ້າງຊາດ ໄດ້ປະເພດແຂງ, ອົງການຈັດຕັ້ງຊາວໜຸ່ມໄດ້ປະເພດກາງ, ອົງການຈັດຕັ້ງສະຫະພັນແມ່ຍິງໄດ້ປະເພດແຂງ, ປະເພດ ປກສ-ກອງຫຼອນໄດ້ປະເພດກາງ, ຜ່ານການກວດກາຕີລາຄາປະເພດສະມາຊິກພັກໄດ້ປະເພດແຂງ 3 ສະຫາຍ, ປະເພດກາງ 6 ສະຫາຍ, ຍິງ 2 ສະຫາຍ, ອ່ອນ 1 ສະຫາຍ; ບໍ່ແບ່ງ 4 ສະຫາຍ; ຍິງ 3 ສະຫາຍ( ພະນັກງານບໍານານ); ຜ່ານການກວດກາຕີລາຄາຕາມ 5 ເນື້ອໃນຄື: ນໍາພາດ້ານການເມືອງຄະແນນເຕັມ 10 ຄະແນນ ປະຕິບັດໄດ້ 8 ຄະແນນ; ນຳພາດ້ານແນວຄິດ ຄະແນນເຕັມ 10 ຄະແນນ ປະຕິບັດໄດ້ 7 ຄະແນນ; ນໍາພາດ້ານການຈັດຕັ້ງຄະແນນເຕັມ 10 ຄະແນນ ປະຕິບັດໄດ້ 7 ຄະແນນ; ດ້ານແບບແຜນວິທີນໍາພາຄະແນນເຕັມ 10 ຄະແນນ ປະຕິບັດໄດ້ 6 ຄະແນນ, ຜ່ານການກວດກາປະເມີນຜົນເຫັນວ່າໜ່ວຍພັກບ້ານວັງຊອຍໄດ້ປະເພດກາງ; ຈາກນັ້ນໃນກອງປະຊຸມກໍ່ໄດ້ຜ່ານບົດບັນທຶກການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນຂອງໜ່ວຍພັກປະຈຳປີ 2025, ພ້ອມນີ້ຄະນະໜ່ວຍພັກຊຸດເກົ່າກໍ່ໄດ້ຂື້ນກ່າວລາໜ້າທີ່; ຈາກນັ້ນໃນກອງປະຊຸມກໍ່ໄດ້ຂື້ນຜ່ານມະຕິຕົກລົງຂອງຄະນະປະຈຳພັກເມືອງ ໄຊຍະບູລີ ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ເລຂາ, ຮອງເລຂາ, ຄະນະໜ່ວຍພັກບ້ານວັງຊອຍ, ຄະນະປະຈຳພັກເມືອງ ໄຊຍະບູລີ ຕົກລົງບົ່ງຕົວແຕ່ງຕັ້ງ ສະຫາຍ ເປ້ຍ ກັນທະວົງ ເປັນເລຂາໜ່ວຍພັກ, ສະຫາຍ ຄໍາຄຽງ ຄອນທະຈັນ ເປັນຮອງເລຂາໜ່ວຍພັກ, ສະຫາຍ ແຫຼ້ ບົວຜາ ເປັນຄະນະໜ່ວຍພັກ, ຕອນທ້າຍກອງປະຊຸມສະຫາຍ ຄຳພຽນ ປັນຍາວົງ ຄະນະປະຈຳພັກເມືອງ ປະທານຄະນະກວດກາພັກເມືອງ, ປະທານ ອົງການກວດກາລັດເມືອງກໍ່ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມຕື່ມອີກ.
ຂ່າວ-ພາບ: ສົມພົງ ສີສະຫວັດ