ວັນທີ 28 ມັງກອນ 2026   ເມືອງພຽງ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມ ເຊື່ອມຊຶມນິຕິກໍາທີ່ສໍາຄັນເພື່ອກະກຽມໃຫ້ແກ່ການປະເມີນ ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ  ຕິດພັນກັບການປະເມີນຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາເຊິ່ງໄດ້ຈັດຂຶ້ນທີ່ຫ້ອງປະຊຸມຂອງເມືຶອງ.ໂດຍໃຫ້ເປັນກຽດເປັນປະທານຂອງ  ສະຫາຍ ເສນ ພັນລັກ, ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ,ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກສໍານັກງານ-ອົງການ, ກົມກອງ, ພະນັກງານຫຼັກແຫຼ່ງຂອງເມືອງ ແລະ ເລຂາພັກບ້ານເທດສະບານເມືອງເຂົ້າຮ່ວມ.

ໃນກອງປະຊຸມສະຫາຍ ເສນ ພັນລັກ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ໄດ້ໃຫ້ກຽດ ເຊື່ອມຊຶມ ເນື້ອໃນຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 28/ຄຈສພ, ລົງວັນທີ 14 ກຸມພາ 2025 ແລະ  ແຈ້ງການແນະນໍາຂອງຄະນະປະຈໍາພັກແຂວງ ສະບັບເລກທີ 651/ຄພຂ,  ວ່າດ້ວຍການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ,ກອງປະຊຸມຍັງໄດ້ເຊື່ອມຊຶມເອກະສານຄຸນທາດການເມືອງ-ແນວຄິດສຳລັບສະມາຊິກພັກພະນັກງານ ພ້ອມທັງຜ່ານມະຕິ ຂອງຄະນະປະຈໍາພັກເມືອງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຂັ້ນເມືອງໃນການລົງປະເມີນສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະໄດ້ແນະນໍາກ່ຽວກັບແບບຟອມຕ່າງໆເພື່ອໃຫ້ມີຄວາມເຂົ້າໃຈແຈ້ງດ້ານຕ່າງໆເພື່ອກະກຽມຄວາມພ້ອມຮອບດ້ານໃນການລົງປະເມີນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຕິດພັນກັບການປະເມີນຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາໃຫ້ມີຜົນສຳເລັດຕາມລະດັບຄາດ  ໝາຍ ແລະ ເມືອງຍັງໄດ້ກຳນົດເອົາບ້ານສົມສະຫວັນເປັນບ້ານທົດລອງຕື່ມອີກ.

 

ໂດຍ: ແສງສຸດາ ກິ່ງສະຫວັດ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa