ກອງປະຊຸມຄົບຄະນະ ຄັ້ງທີ 4ສະໄໝທີ V ຂອງຄະນະ ບໍລິຫານງານພັກເມືອງ ທົ່ງມີໄຊ ແຂວງໄຊຍະບູລີ.

 

ວັນທີ 28 ມັງກອນ  2026 ນີ້ຢູ່ທີ່ສະໂມສອນເມືອງທົ່ງມີໄຊ ແຂວງ ໄຊຍະບູລີ ໄດ້ສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານພັກເມືອງທົ່ງມີໄຊ ​ ຄັ້ງທີ 4 ສະໄໜທີ V ພາຍຫຼັງທີ່ໄດ້ດຳເນີນມາເປັນເວລາ 1ວັນ ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ພົວ. ປອ ບຸນຍອງ ດວງດີ ກຳມະການປະຈຳພັກແຂວງ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງໄຊຍະບູລີ,  ສະຫາຍ ສົມດີ ໄຊຍະລາດ ເລຂາຄະນະບໍລິຫານງານພັກເມືອງທົ່ງມີໄຊ, ມີບັນດາສະຫາຍ ຄະນະປະຈຳພັກເມືອງ, ກຳມະການພັກເມືອງ ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກສໍານັກງານ, ອົງການ, ກົມ​ກອງ, ໂຮງຮຽນ, ໂຮງໝໍ, ລັດວິສາຫະກິດ, ແລະ​ ເລຂາ ໜ່ວຍ​ພັກ​ບ້ານ​ພາຍໃນເມືອງ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ , ໄດ້​ພ້ອມ​ກັນສະຫຼຸບຕີລາຄາການ​​ນຳ​ພາປະຕິບັດວຽກງານຮອບດ້ານ ​ໃນ​ໄລ​ຍະ 1 ປີ​ຜ່ານ​ມາ ​ແລະ ວາງ​ທິດ​ທາງ​ຈຸດ​ສຸມ 1 ​ປີ​ຕໍ່​ໜ້າ.  ເຊິ່ງໃນໄລຍະ ຄະນະບໍລິຫານງານພັກເມືອງໄດ້ຖືເອົາວຽກງານການເມືອງ-ແນວຄິດ ເປັນກົກ, ເປັນວຽກງານສໍາຄັນ ທີ່ຕ້ອງເຮັດເປັນປົກກະຕິຢ່າງຕໍ່ເນື່ອງ ແລະ ສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານໂດຍໄດ້ນຳພາຄົ້ນຄວ້າເຊື່ອມຊຶມ ແລະ ສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິ, ຄຳສັ່ງ, ຄໍາແນະນໍາ, ຂໍ້ກໍານົດຕ່າງໆ ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX; ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຂອງເມືອງ ເຂົ້າສູ່ວຽກງານຕົວຈິງ, ຖືເອົາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບກາຍເປັນຂອງທົ່ວປວງຊົນຮອບດ້ານ ເອົາໃຈໃສ່ຊີ້ນຳກຳລັງປະກອບອາວຸດ ເຄື່ອນໄຫວໃນຂອບເຂດຮັບຜິດຊອບ ຢ່າງເປັນລະບົບຕໍ່ເນື່ອງ ສຸມໃສ່ຊຸກຍູ້ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫົງບ ຢູ່ຮາກຖານ ໃຫ້ມີຄວາມໜັກແໜ້ນ-ເຂັ້ມແຂງ, ປະກົດກາານຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໄດ້ຮັບການແກ້ໄຂຢ່າງຖືກຕ້ອງ ແລະ ທັນເວລາ,  ສຸມໃສ່ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ບັນດາຄາດໝາຍຕ່າງໆມີຜົນສຳເລັດໃນຫຼາຍດ້ານ ສະແດງອອກ: 1 ປີ ຜ່ານມາ ແມ່ນໄດ້ເອົາໃຈໃສ່ຄຸ້ມຄອງການຈັດເກັບ ລາຍຮັບເຂົ້າງົບປະມານໃຫ້ລະອຽດ, ຖີ່ຖ້ວນ ຮັບປະກັນບໍ່ໃຫ້ມີການຮົ່ວໄຫຼ ໄລຍະຜ່ານມາ ໄດ້ຮັບຕົວເລກ ມອບເໝົາ 1.575,66 ລ້ານກີບ, ປະຕິບັດໄດ້ທັງໝົດ 2.530 ລ້ານກວ່າກີບ ເທົ່າກັບ 157,53 %; ດ້ານລາຍຈ່າຍປະຕິບັດໄດ້ 2.672 ລ້ານກວ່າກີບ ເທົ່າກັບ 100 % ຂອງແຜນປີ; ປີ 2025 ໄດ້ຮັບອານຸມັດທຶນທັງໝົດ 14 ໂຄງການ ມູນຄ່າລວມຂອງໂຄງການ 72,75 ຕື້ກີບ. ຊຶ່ງໄດ້ຮັບ ທຶນອານຸມັດໃນການຊຳລະຕົວຈິງ 1,38 ຕື້ກີບ; ໄດ້ເອົາໃຈໃສ່ ຊຸກຍູ້ ສົ່ງເສີມ ໃຫ້ປະຊາຊົນຜະລິດເປັນສິນຄ້າ ປູກພືດລະດູແລ້ງ ເນື້ອທີ່ 180,4 ຮຕ, ເກັບກູ້ສຳເລັດ 100%, ປູກເຂົ້ານາແຊງເນື້ອທີ່ 8,25 ເຮັກຕາ, ຜົນຜະລິດໄດ້ 25 ກວ່າໂຕນ, ການຜະລິດເຂົ້າ ແລະ ພືດ ລະດູຝົນ ເຊັ່ນ: ເຂົ້ານາປີ ໃນເນື້ອທີ່ 2.283,78 ເຮັກຕາ, ຜົນຜະລິດ 7.993,23ໂຕນ, ປູກມັນຕົ້ນ 2.598 ເຮັກຕາ ປະຈຸບັນພວມເກັບກູ້ສຳເລັດແລ້ວ 80%, , ທົ່ວເມືອງ ມີສັດລ້ຽງທັງໝົດ 183,601 ໂຕ; ໃນທົ່ວເມືອງ ມີຕອນດີນທັງໝົດ 11..220 ຕອນ ເນື້ອທີ 164.649.031 ຕາແມັດ; ວຽກງານວັດທະນະທໍາ-ສັງຄົມ, ປັບປຸງຄຸນນະພາບການຮຽນ-ການສອນໃນທຸກລະດັບ ຈັດຕັ້ງການປະຕິບັດບັນດາຄາດ  ໝາຍສະຫັດສະວັດ ຂອງຂະແໜງສຶກສາ ລວມມີ 15 ຄາດໝາຍ, 19 ຕົວຊີ້ບອກ ສາມາດບັນລຸແລ້ວ 12 ຄາດໝາຍ, 16 ຕົວຊີ້ບອກ ແລະ ຍັງບໍ່ທັນບັນລຸ 3 ຄາດໝາຍ 2 ຕົວຊີ້ບອກ; ໄດ້ເອົາໃຈໃສ່ປັງປຸງຍົກລະດັບເຄື່ອງມືຮັບໃຊ້ດ້ານວິຊາການ, ປັບປຸງຂອດບໍລິການໃຫ້ສະດວກວ່ອງໄວ ນັບທັງປັບປຸງສະຖານ ທີ່ບໍລິການຄົນເຈັບໄປຕາມມາດຖານ 5 ດີ 1 ພໍໃຈ ໃຫ້ດີຂຶ້ນເທື່ອລະກ້າວ, ເອົາໃຈໃສ່ໃນ ການປົກປັກຮັກສາມູນເຊື້ອວັດທະນະທໍາອັນດີງາມ, ການຄຸ້ມຄອງແຮງງານພາຍໃນ ແລະ ຕ່າງປະເທດ ເຂົ້າສູ່ລະບຽບກົດໝາຍ.

ນອກຈາກນີ້ ກອງປະຊຸມຍັງໄດ້ພ້ອມກັນເສີມຂະຫຍາຍຄວາມຮັບຜິດຊອບ, ສຸມສະຕິປັນຍາເຂົ້າໃນການ ຄົ້ນຄວ້າ ປະກອບຄໍາຄິດ-ຄໍາເຫັນ ໃສ່ເນື້ອໃນຕ່າງໆ ຂອງກອງປະຊຸມ, ປຶກສາຫາລື ແລະ ການແລກປ່ຽນ ຄວາມເຫັນ ຢ່າງກົງໄປ-ກົງມາ ຖືກກັບຄວາມເປັນຈິງ, ຊອກໃຫ້ເຫັນດ້ານດີ, ຈຸດອ່ອນ ແລະ ສາເຫດຕົ້ນຕໍເພື່ອຄວາມເປັນເອກະພາບ ໃນດ້ານ ທັດສະນະແນວຄິດ ແລະ ສ້າງຄວາມຕັດສິນໃຈ, ເພີ່ມຄວາມຮັບຜິດຊອບ ໃນການເຮັດວຽກໃຫ້ແທດເຖິງຕົວຈິງ, ເຮັດໃຫ້ຂະບວນການດ້ານຕ່າງໆ ມີການຫັນປ່ຽນຢ່າງຕັ້ງໜ້າ ແລະ ບັນລຸຄາດໝາຍມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກເມືອງວາງອອກ ໃຫ້ປະກົດຜົນເປັນຈິງເທື່ອລະກ້າວ

ໂອກາດດຽວກັນນີ້ ສະຫາຍ ຫຸມ ມະໄລຄຳ ຮອງຫົວໜ້າ ຄະນະຈັດຕັ້ງແຂວງໄຊຍະບູລີ ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ວ່າດ້ວຍການແຕ່ງຕັ້ງຄະນະປະຈຳພັກເມືອງ ຈຳນວນ 2 ສະຫາຍຄື: ສະຫາຍ ນັ່ນ ສີສະຫວັດ ປະທານແນວລາວສ້າງຊາດເມືອງ, ສະຫາຍ ພັທ ທອງໄຫຼ ເພັດດາວົງ ຫົວໜ້າກອງບັນຊາການ ປກສ ເມືອງ ແລະ ມະຕິຕົກລົງແຕ່ງຕັ້ງ  ກຳມະການພັກເມືອງ ຈຳນວນ 2 ສະຫາຍ ຄື: ສະຫາຍ ສີປະເສີດ ລັດຖະຫວັນ ຫົວໜ້າ ຫ້ອງການ-ການເງິນເມືອງ ແລະ ສະຫາຍ ບົວເງິນ ສຸກຜາລີ ຫົວໜ້າຫ້ອງການ ວັດທະນຳທຳ ແລະ ທ່ອງທ່ຽວເມືອງ.

ຕອນທ້າຍຂອງກອງປະຊຸມ ຍັງໄດ້ຮັບຟັງການໂອ້ລົມ ຂອງສະຫາຍ ພົວ. ປອ ບຸນຍອງ ດວງດີ ກຳມະການປະຈຳພັກແຂວງ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງໄຊຍະບູລີ ຕື່ມອີກ.

 

 

ຂ່າວ – ພາບ: ຄ ອ ມ ທົ່ງມີໄຊ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa