ຄະນະໂຄສະນາອົບຮົມເມືອງ​ໄຊ​ຍະ​ບູ​ລີເປີດຮຽນສະໜັບສະໜູນເອກະສານພັກປະຊາຊົນປະຕິວັດລາວ​ໃຫ້​ມະ​ຫາ​ຊົນ​ຜູ້​ກ້າວ​ໜ້າ

 

ໃນຕອນບ່າຍວັນທີ 29 ມັງກອນ 2026 ນີ້ຫ້ອງການຄະນະໂຄສະນາອົບຮົມເມືອງ ໄຊຍະບູລີ ໄດ້ຈັດພິທີເປີດຮຽນສະໜັບສະໜູນເອກະສານພັກປະຊາຊົນປະຕິວັດລາວ ໃຫ້ມະຫາຊົນຜູ້ກ້າວໜ້າ ຈໍານວນ 10 ສະຫາຍ, ຍີງ 3 ສະຫາຍ ທີ່ຫ້ອງປະຊຸມຫ້ອງ​ການດັ່ງກ່າວໂດຍເປັນກຽດເຂົ້າຮ່ວມ ແລະ ເຜີຍແຜ່ເອກະສານໂດຍ ທ່ານນາງ ສຸກສະຫວັນ ປີ່ນຄຳ ກຳ​ມະ​ການ​ພັກ​ເມືອງ ຫົວ​ໜ້າ​ຫ້ອງ​ການ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ເມືອງ

ຈຸດປະສົງຂອງການເຜີຍແຜ່ເອກະສານໃນຄັ້ງນີ້ ແມ່ນເພື່ອເຮັດໃຫ້ມະຫາຊົນຜູ້ທີ່ຈະຫຍາຍເຂົ້າເປັນສະມາຊິກພັກຮັບຮູ້ເຂົ້າໃຈກ່ຽວກັບປະຫວັດຄວາມເປັນມາ, ອຸດົມການ ແລະ ທາດແທ້ຂອງພັກປະຊາຊົນປະຕິວັດລາວ ເຂົ້າໃຈກ່ຽວກັບມາດຕະຖານ, ເງື່ອນໄຂມະຫາຊົນຜູ້ທີ່ຈະເຂົ້າເປັນສະມາຊິກພັກ, ຜົນປະໂຫຍດທີ່ສະມາຊິກພັກຈະໄດ້ຮັບ ແລະ ເມື່ອໄດ້ເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວແລ້ວຈະປົກປ້ອງບົດບາດ ແລະ ກຽດສັກສີພັກຄືແນວໃດ ບົນພື້ນຖານຕາມຮັບຮູ້ເຂົ້າໃຈດັ່ງກ່າວ, ເຮັດໃຫ້ມະຫາຊົນຜູ້ທີ່ຈະເຂົ້າເປັນສະມາຊິກພັກ ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີມາດຖານ, ເງື່ອນໄຂຄົບຖ້ວນ ແລະ ມີຄວາມຕືນຕົວສະໝັກໃຈເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວເພື່ອເພີ້ມກໍາລັງສູ້ຮົບໃຫ້ແກ່ພັກນັບມື້ນັບຫລາຍຂື້ນ.

ຂ່າວ: ສົມ​ພົງ ສີ​ສະ​ຫັວດ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa