
…………………………..
ຕອນເຊົ້າວັນທີ 3 ກຸມພາ 2026 ນີ້ ທີ່ຫ້ອງປະຊຸມຫ້ອງວ່າການເມືອງໄຊຍະບູລີ, ພະແນກວັດທະນະທໍາ ແລະ ການທ່ອງທ່ຽວແຂວງໄຊຍະບູລີ ໄດ້ຈັດກອງປະຊຸມພົບປະລະຫວ່າງພາກລັດ ແລະ ທຸລະກິດ ເພື່ອກະກຽມຄວາມພ້ອມຕ້ອນຮັບນັກທ່ອງທ່ຽວ ໂດຍການເປັນກຽດເຂົ້າຮ່ວມ ຂອງທ່ານ ບຸດສະກອນ ອິນທະລັງສີ ຮອງປະທານຄະນະກໍາມະການປົກຄອງແຂວງໄຊຍະບູລີ, ທ່ານ ນາງ ພິລາວັນ ອົງແກ້ວ ກໍາມະການພັກແຂວງ ຫົວໜ້າພະແນກວັດທະນະທໍາ ແລະ ການທ່ອງທ່ຽວແຂວງ, ທ່ານ ດຣ ພັນ ພອນສະຫວັດ ຮອງປະທານຄະນະກໍາມະການປົກຄອງເມືອງໄຊຍະບູລີ, ມີບັນດາຫົວໜ້າ, ຮອງຫົວໜ້າພະແນກການ , ແຂກທີ່ຖືກເຊີນ ເຂົ້າຮ່ວມ.
ທ່ານ ນາງ ພິລາວັນ ອົງແກ້ວ ຫົວໜ້າພະແນກວັດທະນະທໍາ ແລະ ການທ່ອງທ່ຽວແຂວງ ຂຶ້ນຜ່ານບົດສະຫຼຸບການຄຸ້ມຄອງວຽກງານການທ່ອງທ່ຽວຂອງແຂວງໄຊຍະບູລີ ວ່າ: ປະຈຸບັນ ທົ່ວແຂວງມີແຫຼ່ງທ່ອງທ່ຽວ ທີ່ໄດ້ຂຶ້ນ ບັນຊີແລ້ວ ຈໍານວນ 149 ແຫ່ງ ໃນນີ້, ແຫຼ່ງທ່ອງທ່ຽວທາງທໍາມະຊາດ 107 ແຫ່ງ, ວັດທະນະທໍາ 31 ແຫ່ງ, ປະຫວັດສາດ 11 ແຫ່ງ, ແຕ່ແຫຼ່ງທ່ອງທ່ຽວທີ່ເປີດບໍລິການແລ້ວ ແລະ ສາມາດເຂົ້າເຖິງໄດ້ມີ 68 ແຫ່ງ. ທົ່ວແຂວງມີໂຮງແຮມ 9 ແຫ່ງ, ມີ 229 ຫ້ອງ; ມີ 317 ຕຽງ, ເຮືອນພັກ 193 ແຫ່ງ, ມີ 2461 ຫ້ອງ; ມີ 2793 ຕຽງ, ຣີສອດ 6 ແຫ່ງ, ມີ 79 ຫ້ອງ; ມີ 84 ຕຽງ, ພັດທະຄານ 2 ແຫ່ງ, ຮ້ານອາຫານ 83 ແຫ່ງ, ຮ້ານບັນເທີງ 19 ແຫ່ງ, ຮ້ານກິນດື່ມ 30 ແຫ່ງ ແລະ ບໍລິສັດທ່ອງທ່ຽວ ມີ 20 ບໍລິສັດ. ໃນນີ້ ໂຮງແຮມທີ່ຈັດເປັນລະດັບ 2 ດາວ ມີ 1 ແຫ່ງ, ເຮືອນພັກທີ່ຈັດເປັນດອກຈໍາປາ 2 ແຫ່ງ. ການແບ່ງຂັ້ນຄຸ້ມຄອງລະຫວ່າງແຂວງ ແລະ ເມືອງ ຫົວໜ່ວຍທຸລະກິດການທ່ອງທ່ຽວ ຂອງແຂວງຄຸ້ມຄອງປະກອບມີ ບໍລິສັດທ່ອງທ່ຽວ, ໂຮງແຮມ, ລິສອດ ເຮືອນພັກ ຈໍານວນ 21 ແຫ່ງ, ຂັ້ນເມືອງມີຄື: ເມືອງໄຊຍະບູລີ 9 ແຫ່ງ, ເມືອງປາກລາຍ 4 ແຫ່ງ, ເມືອງແກ່ນທ້າວ 1 ແຫ່ງ, ເມືອງຫົງສາ 5 ແຫ່ງ, ເມືອງພຽງ 1 ແຫ່ງ, ເມືອງໄຊຍະບູລີ 4 ແຫ່ງ, ເມືອງຫົງສາ 2 ແຫ່ງ. ຈາກນັ້ນ ຜູ້ເຂົ້າຮ່ວມໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນຕໍ່ກອງປະຊຸມເພື່ອໃຫ້ບັນລຸຕາມຈຸດປະສົງຄາດໜາຍທີ່ວາງໄວ້.
…………………….
ຂ່າວ+ພາບ: ຄໍາໝັ້ນ
#News.XBL