ໜ່ວຍພັກບ້ານດອນຕັນສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນປະຈໍາປີ2025.


……………….
ກອງປະຊຸມສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນປະຈໍາປີ2025 ໜ່ວຍພັກບ້ານດອນຕັນເມືອງຊຽງຮ່ອນແຂວງໄຊຍະບູລີໄດ້ຈັດຂຶ້ນໃນວັນທີ30 ມັງກອນ2026 ນີ້, ຢູ່ທີ່ຫ້ອງການບ້ານດັ່ງກ່າວ. ໂດຍການເປັນເປັນປະທານຂອງທ່ານນາງ ສະຫຼັດ ມະນີວົງ ເລຂາໜ່ວຍພັກບ້ານ ດອນຕັນ ເປັນກຽດເຂົ້າຮ່ວມຂອງສະຫາຍ ນາງ ຄຳຜິວ ພັນທະວົງ ກໍາມະການປະຈຳພັກແຂວງ, ປະທານແນວລາວສ້າງຊາດແຂວງໄຊຍະບູລີ ມີສະຫາຍ ແສງອາທິດ ລາວເບຼຍຢາທໍ່ ເລຂາຄະນະບໍລິຫານງານພັກເມືອງ, ສະຫາຍ ໜໄຊ ນໍກີຢ່າ ຮອງປະທານກວດກາພັກ-ລັດແຂວງໄຊຍະບູລີ , ມີທີມງານຂອງແຂວງ, ຄະນະຮັບຊອບຂັ້ນເມືອງ, ຄະນະໜ່ວຍພັກ ແລະສະມາຊິກພັກພາຍໜ່ວຍໃນໜ່ວຍພັກເຂົ້າຮ່ວມຢ່າງພ້ອມພຽງ.
ສະຫາຍ ນາງ ສະຫຼັດ ມະນີວົງ ເລຂາໜ່ວຍພັກໄດ້ຜ່ານບົດສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນປະຈໍາປີ 2025 ແລະທິດທາງແຜນການປະຈໍາປີ 2026 ຕໍ່ກອງປະຊຸມວ່າ: ໜ່ວຍພັກບ້ານນາບອນມີສະມາຊິກພັກທັງໝົດ 30 ສະຫາຍ, ຍິງ 8 ສະຫາຍ.ໃນນີ້,ຄະນະໜ່ວຍພັກ 3 ສະຫາຍ, ຍິງ 1 ສະຫາຍ. ການນໍາພາຂອງໜ່ວຍພັກກວມເອົາ 1 ບ້ານແລະ 1ໂຮງຮຽນ, ອົງການແນວລາວສ້າງຊາດບ້ານ, ສະຫະພັນນັກຮົບເກົ່າບ້ານແລະ 2 ອົງການຈັດຕັ້ງມະຫາຊົນ,ມີ 5 ໜ່ວຍງານແລະ 15 ຈຸງານ. ພາຍໃນບ້ານມີ 26 ໜ່ວຍຄຸ້ມຄອງພົນລະເມືອງ, ມີ 380ກວ່າຄອບຄົວ. ຜ່ານການຕີລາຄາແບ່ງປະເພດໜ່ວຍງານໄດ້ປະເພດແຂງ5 ໜ່ວຍງານ, ຈຸງານໄດ້ປະເພດແຂງ15 ຈຸງານ, ຄອບຄົວໄດ້ປະເພດແຂງ340ກວ່າຄອບຄົວ, ກາງ16ຄອບຄົວ, ອ່ອນ 15 ຄອບຄົວ, ໜ່ວຍຄຸ້ມຄອງພົນລະເມືອງໄດ້ປະເພດແຂງ16ໜ່ວຍ, ກາງ10ໜ່ວຍ ແລະ ບ້ານໄດ້ປະເພດແຂງ, ອົງການຈັດຕັ້ງຊາວໜຸ່ມໄດ້ປະເພດ ແຂງ, ອົງການຈັດຕັ້ງແມ່ຍິງໄດ້ປະເພດ ແຂງ, ອົງການແນວລາວສ້າງຊາດໄດ້ປະເພດ ແຂງ ແລະ ອົງການສະຫະພັນນັກຮົບເກົ່າໄດ້ປະເພດ ແຂງ, ສະມາຊິກພັກຖືກຕີລາຄາແບ່ງປະເພດ20ສະຫາຍ, ຍິງ7ສະຫາຍໄດ້ປະເພດແຂງ20ສະຫາຍ, ຍິງ7ສະຫາຍ ແລະ ບໍ່ແບ່ງ 10 ສະຫາຍ, ຍິງ1ສະຫາຍ(ພະນັກງານບຳນານ), ຕີລາຄາຄຸນນະພາບ ແລະ ປະເພດໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຕາມ 5 ເນື້ອໃນດ້ານການເມືອງປະຕິບັດໄດ້ 9 ຄະແນນ, ດ້ານແນວຄິດປະຕິບັດໄດ້ 8 ຄະແນນ, ດ້ານການການຈັດຕັ້ງປະຕິບັດໄດ້ 8 ຄະແນນ, ດ້ານແບບແຜນການນຳພາປະຕິບັດໄດ້ 9 ຄະແນນ ແລະ ດ້ານຄວາມຮັບຜິດຊອບໜ້າທີ່ການເມືອງປະຕິບັດໄດ້ 8 ຄະແນນ, ຄະແນນສະເລ່ຍ 8,4 ຄະແນນຕີລາຄາປະເພດ ໜ່ວຍພັກ ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ.
…………………….
ຂ່າວ: ຄ.ອ.ມ.
#News.XBL

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa