ມອບລົດຖີບ ໃຫ້ນ້ອງນັກຮຽນຊັ້ນປະຖົມສຶກສາ ທີ່ຂາດທຶນການສຶກສາ, ຫ່າງໄກສອກຫຼີກ ແລະ ມີຜົນການຮຽນດີຢູ່ພາຍໃນເມືອງແກ່ນທ້າວ.

ໃນຕອນບ່າຍວັນທີ 3 ກຸມພາ 2026 ນີ້, ຢູ່ທີ່ຫ້ອງການສຶກສາທິການ ແລະ ກິລາເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີ ມອບລົດຖີບໃຫ້ນ້ອງນັກຮຽນຊັ້ນປະຖົມສຶກສາ ທີ່ຂາດທຶນການສຶກສາ, ຫ່າງໄກສອກຫຼີກ ແລະ ມີຜົນການຮຽນດີຢູ່ພາຍໃນເມືອງ ຈໍານວນ 16 ຄັນ. ໂດຍການເປັນກຽດມອບຂອງທ່ານ ດຣ ບຸນຍັງ ພັນທະວົງ ຮອງປະທານຄະນະກໍາມະການປົກຄອງເມືອງ, ມີຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ຜູ້ບໍລິຫານການສຶກສາ, ຄູສອນ, ຜູ້ປົກຄອງນັກຮຽນ ເຂົ້າຮ່ວມ.

ລົດຖີບທີ່ມອບໃນຄັ້ງນີ້, ແມ່ນໄດ້ຮັບຈາກສະພາປະຊາຊົນແຂວງໄຊຍະບູລີ  ຕາມແຜນແບ່ງປັນຂອງພະແນກສຶກສາທິການ ແລະ ກິລາແຂວງ ຈໍານວນ16 ຄັນ ໃຫ້ນ້ອງນັກຮຽນຊັ້ນປະຖົມສຶກສາ ທີ່ຂາດທຶນການສຶກສາ, ຫ່າງໄກຊອກຫຼີກ ແລະ ມີຜົນການຮຽນດີຢູ່ພາຍໃນເມືອງ.

ຂ່າວ: ແກ່ນທ້າວ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa