
………………….
ກອງປະຊຸມສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ຂອງໜ່ວຍພັກບ້ານ ບົວບານ ໄດ້ໄຂຂື້ນຢ່າງເປັນທາງການຂອງວັນທີ 4 ກຸມພາ 2026 ຢູ່ທີ່ຫໍທີ່ປະຊຸມຂອງບ້ານ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ເພັດ ພັນທະວົງ ເລຂາໜ່ວຍພັກບ້ານ, ມີບັນດາສະຫາຍ ຄະນະຮັບຜິດຊອບທີມງານຂອງເມືອງ, ຄະນະໜ່ວຍພັກ, ສະມາຊິກພັກ, ຫົວໜ້າໜ່ວຍງານ-ຈຸງານ, ໜ່ວຍຄຸ້ມຄອງຄອບຄົວ ເຂົ້າຮ່ວມທັງໝົດ 70 ສະຫາຍ, ຍິງ 17 ສະຫາຍ.
ກອງປະຊຸມຄັ້ງນີ້ ຄະນະໜ່ວຍພັກ, ສະມາຊິກພັກ, ຫົວໜ້າໜ່ວຍງານ-ຈຸງານ, ຫົວໜ້າໜ່ວຍຄຸ້ມຄອງພົນລະ ເມືອງໄດ້ຄົ້ນຄວ້າຮັບຮອງ ເນື້ອໃນກອງປະຊຸມດັ່ງນີ້: ກອງປະຊຸມໄດ້ຮັບຟັງ ແລະ ຮັບຮອງເອົາບົດສະຫຼຸບ ຜົນຂອງການກວດກາ ປະເມີນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງໜ່ວຍພັກບ້ານ ປະຈຳປີ 2025 ແລະ ທິດທາງແຜນການ ປະຈຳປີ 2026 ຜ່ານການກວດກາຕີລາຄາເຫັນວ່າ ສະມາຊິກພັກຖືກກວດກາທັງໝົດ 23 ສະຫາຍ, ຍິງ 4 ສະຫາຍ, ໄດ້ປະເພດແຂງ 22 ສະຫາຍ, ຍິງ 4 ສະຫາຍ, ກາງ 1 ສະຫາຍ, ບໍ່ແບ່ງ 1 ສະຫາຍ, (ສະມາຊິກພັກສຳຮອງ);ປະເພດໜ່ວຍພັກ ໄດ້ໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ.
ກອງປະຊຸມໄດ້ເປັນກຽດຕ້ອນຮັບ ແລະ ຮັບຟັງການໂອ້ລົມຈາກສະຫາຍ ດຣ ນາງ ແສງເພັດ ແກ້ວປະເສີດ ກຳມະການພັກເມືອງ, ຫົວໜ້າຫ້ອງການສາທາລະນະສຸກເມືອງ, ຮອງຫົວໜ້າຄະນະຮັບຜິດຊອບຊີ້ນຳເຂດບົວບານ-ເມືອງວາ ຊື່ງສະຫາຍກໍໄດ້ເນັ້ນ ໜັກເຖິງຫຼາຍບັນຫາ ໂດຍສະເພາະແມ່ນການກໍ່ສ້າງປັບປຸງ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃນແຕ່ລະດ້ານເປັນຕົ້ນ: ຕ້ອງເພີ່ມທະວີການສືກສາອົບຮົມຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ຄວາມຮູ້-ຄວາມສາມາດ ແລະ ໜ້າທີ່ຄວາມຮັບຜິດຊອບຂອງສະຫາຍສະມາຊິກພັກ, ນອກຈາກນີ້ ຕ້ອງໄດ້ຕິດຕາມ-ກວດກາສະມາຊິກພັກ, ຫົວໜ້າໜ່ວຍງານ-ຈຸງານ, ຫົວໜ້າໜ່ວຍຄຸ້ມຄອງຄອບຄົວ ໃຫ້ເຄື່ອນໄຫວຖືກຕ້ອງຕາມພາລະບົດບາດ, ໜ້າທີ່ຂອງຕົນ, ສິ່ງສໍາຄັນຕ້ອງສຸມໃສ່ການ ປ້ອງກັນເວນຍາມ ຢູ່ຂອບເຂດຄວາມຮັບຜິດຊອບຂອງຕົນ ເພື່ອສະກັດກັ້ນ ບັນຫາທີ່ກໍ່ໃຫ້ເກີດຄວາມບໍ່ສະຫງົບ ເປັນຕົ້ນບັນຫາຢາເສບຕິດ, ຂີ້ລັກງັດແງະ ແລະ ເຫດການຕ່າງໆ ທີ່ອາດຈະເກີດຂື້ນພາຍໃນບ້ານ ພ້ອມທັງຊອກຫາວິທີທາງແກ້ໄຂຢ່າງທັນການ ແລະ ສືບຕໍ່ຮັກສາມູນເຊື້ອໜ່ວຍພັກ ປອດໃສ, ເຂັ້ມແຂງ, ແລະ ໜັກແໜ້ນ ໄວ້ໃຫ້ໝັ້ນຄົງ.
ຂ່າວ : ຄອນສະຫວັນ ໄຊຍະວົງ (ຄ.ອ.ມ ປາກລາຍ)