

ວັນທີ 2 ກຸມພາ 2026 ນີ້ສະຫະພັນກໍາມະບານເມືອງໄຊສະຖານ ແຂວງໄຊຍະບູລີ ໄດ້ຈັດພິທີປາຖະກາຖາ ວັນສ້າງຕັ້ງສະຫະພັນກໍາມະບານລາວ ຄົບຮອບ 70 ປີ ( ວັນທີ 1 ກຸມພາ 1956- 1 ກຸມພາ 2026 ) ຂື້ນຢ່າງເປັນທາງການ ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ ໂດຍການເຂົ້າຮ່ວມເປັນກຽດຂອງສະຫາຍ ພັທ ພອນສະຫວັນ ວໍລະສັກ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ອົງການ, ກົມກອງ, ປະທານ, ຮອງປະທານກໍາມະບານຮາກຖານ, ສະມາຊິກກໍາມະບານອ້ອມຂ້າງເມືອງເຂົ້າຮ່ວມຢ່າງພ້ອມພຽງ.
ພິທີໃນຄັ້ງນີ້ຜູ້ເຂົ້າຮ່ວມແມ່ນໄດ້ຮັບຟັງການປາຖະກາຖາເລົ່າຄືນມູນເຊື້ອການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງສະຫະພັນກໍາມະບານລາວ ຄົບຮອບ 70 ປີ ເຊິ່ງໃຫາກຽດປາຖາກາຖາເລົ່າຄືນມູນເຊື້ອວັນດັ່ງກາວໂດຍ ສະຫາຍ ສະຫາຍ ພັທ ພອນສະຫວັນ ວໍລະສັກ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງເມືອງ ເຊິ່ງໄດ້ຍົກໃຫ້ເຫັນເຖິງ ປະຫວັດແຫ່ງການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງສະຫະພັນກໍາມະບານລາວ ພາຍໃຕ້ການປົກຄອງຂອງພວກລ່າເມືອງຂື້ນຝຣັ່ງ ກໍາມະກອນລາວໄດ້ຖືກກົດຂີ່ຂູດຮິດແຮງງານຢ່າງໜັກໜ່ວງ ໂດຍສະເພາະທາງດ້ານເສດຖະກິດ, ວັດທະນະທໍາ-ສັງຄົມ ພວກເຂົາບັງຄັບກໍາມະກອນອອກແຮງງານ 14-16 ຊົ່ວໂມງຕໍ່ມື້ ອອກແຮງງານຫຼາຍແຕ່ຄ່າຕອບແທນໜ້ອຍ, ຖືກຕັດເງິນເດືອນ, ໄລ່ອອກໂດຍບໍ່ມີເຫດຜົນພຽງພໍ, ຖືກທຸບຕີທໍລະມານຢ່າງແສນສາຫັດຈາກພວກນາຍທຶນ, ມີຄວາມສ່ຽງອັນຕະລາຍຕໍ່ການອອກແຮງງານ ຊີວິດການເປັນຢູ່ຂອງກໍາມະກອນ, ຜູ້ອອກແຮງງານ ແລະ ປະຊາຊົນລາວບັນດາເຜົ່າອຶດຢາກຍາກແຄ້ນ, ບໍ່ໄດ້ຮັບຄວາມເປັນທໍາ, ຂາດສິດເສລີພາບທາງດ້ານດານເມືອງ ແລະກົດໝາຍ, ບໍ່ໄດ້ຮັບການດູແລດ້ານສະຫວັດດີການສັງຄົມ, ບໍ່ໄດ້ຮັບການສຶກສາຮໍ່າຮຽນ. ຍົກໃຫ້ເຫັນການນໍາພາໜ່ວຍກໍາມະບານຢູ່ບໍ່ກົ່ວ ໂຮງໄຟຟ້າ ແລະ ທ່າເຮືອຢູ່ໃນລາວ ໃນການເຄື່ອນໄຫວເຕົ້າໂຮມຄວາມສາມັກຄີຊົ້ນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານລາວບັນດາເຜົ່າ ໃນການປຸກລະດົມຂົນຂວາຍກໍາມະກອນດໍາເນີນການຕໍ່ສູ້ຕ້ານກັບພວກນາຍທືນ. ພາຍໃຕ້ການນໍາພາ-ຊີ້ນໍາ ຂອງພັກປະຊາຊົນລາວ ມາຮອດວັນທີ 1 ກຸມພາ 1956 ສູນກາງພັກໄດ້ມີມະຕິຕົກລົງສ້າງຕັ້ງຫ້ອງການກໍາມະບານຂື້ນຢ່າງເປັນທາງການ ຢູ່ເຂດທີ່ໝັນຫົວພັນ ແລະ ໄດ້ມອບໝາຍໃຫ້ ສະຫາຍສີສົມພອນ ລໍວັນໄຊ ເປັນຜູ້ຮັບຜິດຊອບ ຈຸດປະສົງເພື່ອໂຄສະນາ ປຸກລະດົມຂົນຂວາຍເຕົ້າໂຮມກໍາມະກອນ ຊາວຜູ້ອອກແຮງງາຍລາວບັນດາເຜົ່າ ໃຫ້ມີຄວາມຕື່ນຕົວປະຕິວັດ ມີນໍ້າໃຈຮັກຊາດ ມີທັດສະນະມະຫາຊົນ ມີຄວາມຕື່ນຕົວທາງດ້ານຊົນຊັ້ນຢ່າງຈະແຈ້ງ ເສີມຂະຫາຍປະຊາທິປະໄຕ ມີລະບຽບແບບແຜນ ເປັນພົນລະເມືອງດີຂອງຊາດ ສົ່ງເສີມການມີວຽກເຮັດງານທໍາ ແລະ ເປັນຕົວແທນໃຫ້ແກ່ການປົກປ້ອງສິດຜົນປະໂຫຍດອັນຊອບທໍາໃຫ້ແກ່ກໍາມະກອນຊາວຜູ້ອອກແຮງງານບັນດາເຜົ່າ ກາຍເປັນກໍາລັງແຮງເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ເປັນເຈົ້າໃນການຕໍ່ສູ້ກູ້ຊາດ, ປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດ ຕາມເສັນທາງສັງຄົມນິຍົມ, ຮັບຟັງການຜ່ານກົດລະບຽບກອງທຶນຊ່ວຍເຫຼືອເຊິ່ງກັນ ແລະ ກັນສະບັບປັບປຸງປີ 2026. ພິທີໃນຄັ້ງນີ້ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງຂໍ້ຕົກລົງຂອງປະທານຄະນະກໍາມະການປົກຄອງແຂວງ ສະບັບເລກທີ 54/ຄປຂ. ລົງວັນທີ 22 ມັງກອນ 2026 ວ່າດ້ວຍການອະນຸມັດໃຫ້ພະນັກງານ-ລັດຖະກອນຮັບອຸດໜູນບໍານານ ເຫັນດີອະນຸມັດໃຫ້ທ່ານ ສົມຄວນ ສຸກຜລີ ຫົວໜ້າຫ້ອງການວັດທະນະທໍາ ແລະ ການທ່ອງທ່ຽວເມືອງໄຊສະຖານອອກພັກການ-ຮັບອຸດໜູນບໍານານ, ຮັບຟັງຂໍ້ຕົກລົງແຕ່ງຕັ້ງ ວ່າການແທນຫົວໜ້າຫ້ອງການວັດທະນະທໍາ ແລະ ການທ່ອງທ່ຽວ ເຫັນດີແຕ່ງຕັ້ງ ທ່ານ ຄໍາເພັດ ເພັດສະຫວັນ ຮອງຫົວໜ້າຫ້ອງການວັດທະນະທໍາ ແລະ ການທ່ອງທ່ຽວເມືອງ ເປັນວ່າການແທນຫົວໜ້າຫ້ອງການວັດທະນະທໍາ ແລະ ການທ່ຽວທ່ຽວເມືອງໄຊສະຖານ.
ພິທີໃນຄັ້ງນີ້ ຍັງໄດ້ຮັບຟັງ ຄໍາເຫັນໂອ້ລົມຂອງສະຫາຍ ພັທ ພອນສະຫວັນ ວໍລະສັກ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງຕື່ມອີກ.