

…………………….
ກອງປະຊຸມສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໜ່ວຍພັກບ້ານໂພນສັກເມືອງພຽງ ແຂວງໄຊຍະບູລີ ປະຈຳປີ 2025 ໄດ້ຈັດຂື້ນໃນວັນທີ 7 ກຸມພາ 2026 ຢູ່ທີ່ຫ້ອງປະຊຸມຂອງບ້ານພາຍໃຕ້ການເປັນປະທານຂອງສະຫາຍ ນ. ສີທົນ ສະຫງ່າພອນ ເລຂາໜ່ວຍພັກບ້ານວຽງຄຳ ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ດຣ ຄຳພອນຄຳພູບົວກຳມະການພັກເມືອງ ຫົວໜ້າຫ້ອງການສາທາລະນະສຸກເມືອງ, ມີບັນດາກໍາມະການພັກເມືອງ, ທີມງານລົງກໍ່ສ້າງຮາກຖາພ້ອມດ້ວຍຄະນະພັກ ແລະ ສະມາຊິກພັກພາຍໃນໜ່ວຍພັກບ້ານເຂົ້າຮ່ວມ. ກອງປະຊຸມສະຫາຍເລຂາໜ່ວຍພັກບ້ານໄດ້ຂື້ນຜ່ານບົດສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025 ແລະ ທິດທາງແຜນການປະຈຳປີ 2026 ຂອງໜ່ວຍພັກບ້ານ ໂດຍໄດ້ຕີລາຄາປະເມີນຜົນການກໍ່ສ້າງໜ່ວຍພັກປອດໃສ່, ເຂັ້ມແຂງ, ໜັກແໜ້ນປະຈຳປີ 2025 ເຊີ່ງໜວ່ຍພັກບ້ານໂພນສັກເປັນໜວ່ຍພັກຮາກຖານໜື່ງ ທີ່ຂຶ້ນກັບການນໍາພາ-ຊີ້ນໍາຂອງອົງຄະນະພັກເມືອງພຽງ, ມີພາລະບົດບາດໃນການນຳພາ-ຊີ້ນໍາອົງການຈັດຕັ້ງຂັ້ນບ້ານຕະຫຼອດຮອດປະຊາຊົນບັນດາເຜົ່າພາຍໃນບ້ານ ເປັນເສນາທິການໃຫ້ແກ່ອົງຄະນະພັກເມືອງ, ມີຄະນະໜ່ວຍພັກ4 ສະຫາຍ,ຍີງ1 ສະຫາຍ, ມີສະມາຊິກພັກທັງໝົດ 29 ສະຫາຍ, ຍິງ 8 ສະຫາຍ ໃນໄລຍະຜ່ານມາຄະນະໜ່ວຍພັກໄດ້ຖືເອົາການສຶກສາອົບຮົມສະມາຊິກພັກສອດຫ້ອຍໃນທຸກວຽກງານໃຫ້ມີຄວາມເປັນເອກະພາບຕໍ່ແນວທາງປ່ຽນແປງໃໝ່ຂອງພັກ, ເປັນເຈົ້າການປົກປ້ອງແນວທາງ, ອຸດົມການຂອງພັກ, ຕອບຕ້ານໄດ້ປະກົດການຫຍໍ້ທໍ້ຕ່າງໆ ພາຍໃນບ້ານ ແລະ ສັງຄົມ, ມີຄວາມສາມັກຄີເປັນເອກະພາບພາຍໃນພັກ, ສະມາຊິກພັກທີ່ຖືກຕີລາຄາປະເມີນຜົນມີ 29 ສະຫາຍ, ໄດ້ປະເພດແຂງ 29 ສະຫາຍ, ກວມເອົາ 100 % ຕີລາຄາປະເມີນຜົນໜ່ວຍພັກຕາມ 5 ດ້ານ ແມ່ນໄດ້ປະເພດແຂງທັງ 5 ດ້ານ, ຈັດປະເພດໜ່ວຍພັກເປັນໜ່ວຍພັກ ປອດໃສ່, ເຂັ້ມແຂງ, ໜັກແໜ້ນ ແລະ ໃນໂອກາດນີ້ກໍ່ໄດ້ຜ່ານຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາຂອງໜ່ວຍພັກພ້ອມທັງຈັບມື້ແຂ່ງຂັນເພຶ່ອສືບຕໍ່ຮັກສາແຜນການກໍ່ສ້າງໜ່ວຍພັກປອດໃສ່, ເຂັ້ມແຂງ, ໜັກແໜ້ນ. ກອງປະຊຸມທີ່ມີຄວາມໝາຍຄວາມສຳຄັນນີ້ສະຫາຍ ສະຫາຍ ດຣ ຄຳພອນ ຄຳພູບົວ ກຳມະການພັກເມືອງ ຫົວໜ້າຫ້ອງການສາທາລະນະສຸກເມືອງໄດ້ມີຄຳເຫັນໂອ້ລົມສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີນຕໍ່ກັບຜົນງານການຊີ້ນຳໆພາຂອງຄະນະພັກ ສະມາຊິກພັກໃນໄລຍະຜ່ານມາພ້ອມທັງ ເໜັ້ນໃຫ້ເອົາໃຈໃສ່ສືກສາອົບຮົມການເມືອງແນວຄິດໃຫ້ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າໃຫ້ຮັບຮູ້ເຂົ້າໃຈຕໍ່ແນວທາງປ່ຽນແປງໃໝ່ຂອງພັກຢ່າງກ້ວາຂວ້າງ, ມີຄວາມສາມັກຄີພາຍໃນພັກ, ມີຄວາມເອກະພາບພາຍໃນພັກໃນການວາງແຜນການຊີ້ນຳໆພາຂອງໜ່ວຍພັກຕໍ່ກັບການພັດທະນາພື້ນຖານໂຄງລ່າງກໍ່ຄືການພັດທະນາເສດຖະກິດຂອງບ້ານຝຝໃຫ້ມີການພັດທະນາ ເພຶ່ອຮັກສານາມມະຍົດ ໜ່ວຍພັກປອດໃສ່, ເຂັ້ມແຂງ, ໜັກແໜ້ນໃຫ້ມີຄວາມຍືນຍົງຕະຫຼອດໄປ.
ໂດຍ: ແສງສຸດາ ກິ່ງສະຫວັດ.