

ໃນຕອນເຊົ້າຂອງວັນທີ່ 09 ກຸມພາ 2026 ນີ້, ໂຄງການ VTESS ໄດ້ສະຫລຸບປິດ ແລະ ມອບໃບຍັງຢືນ ໃຫ້ແກ່ຜູ້ສໍາເລັດການຮ່ວມວົງຈອນ ການໃຫ້ຄໍາປຶກສາ ແລະ ສະໜັບສະໜູນ ການສ້າງວຽກເຮັດງານທໍາ ຊຸດທີ່ 4 ຂື້ນ ຢູ່ສະໂມງສອນຂອງພະແນກສຶກສາທິການ ແລະ ກິລາແຂວງໄຊຍະບູລີ ໂດຍເປັນກຽດເຂົ້າຮ່ວມເປັນປະທານ ຂອງ ທ່ານ ບຸນທະວີ ໂສພາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງໄຊຍະບູລີ, ມີຕ່າງໜ້າຈາກພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ຄະນະບໍລິຫານງານຊາວໜຸ່ມແຂວງ, ປະທານສະຫະພັນແມ່ຍິງແຂວງ, ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງໄຊຍະບູລີ, ສູນການສຶກສານອກໂຮງຮຽນ ແລະ ຫົວໜ້າຂະແໜງກິລາແຂວງ, ຄະນະຮັບຜິດຊອບຂອງໂຄງການ, ຜູ້ໃຫ້ຄາປຶກສາ ຕະຫຼອດຮອດນ້ອງໆຜູ້ທີ່ສໍາເລັດການຮ່ວມວົງຈອນ ການໃຫ້ຄໍາປຶກສາ ແລະ ສະໜັບສະໜູນ ການສ້າງວຽກເຮັດງານທໍາ ຊຸດທີ່ 4 ເຂົ້າຮ່ວມ.
ໃນພິທີ່ ທ່ານ ບຸນທະວີ ໂສພາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ໄດ້ຂື້ນກ່າວເປີດພິທີຢ່າງເປັນທາງການ ເຊີ່ງທ່ານໄດ້ກ່າວວ່າ: ໂຄງການຝຶກອົບຮົມວິຊາຊີບ ແລະ ສະໜັບສະໜູນສ້າງວຽກເຮັດງານທໍາ (VTESS) ແມ່ນໂຄງການຮ່ວມມື ຂອງລັດຖະບານ ສປປ ລາວ ແລະ ລັດຖະບານຂອງສະວິດສເຊີແລນ ເຊິ່ງໄດ້ຮັບທຶນສະໜັບສະໜູນຈາກປະຊາຊົນ ສະວິດສເຊີແລນ ຜ່ານອົງການເພື່ອການພັດທະນາ ແລະ ການຮ່ວມມື ແຫ່ງປະເທດສະວິດສເຊີແລນ ຈຳ ນວນ 8.6 ລ້ານ ຝຼັງສະວິດສ. ໂຄງການນີ້ ແມ່ນສົ່ງເສີມ ແລະ ປັບປຸງຊີວິການເປັນຢູ່ຂອງຜູ້ດ້ອຍໂອກາດໃນພື້ນທີ່ໃຫ້ ດີຂຶ້ນ ເຊິ່ງປະກອບດ້ວຍ 4 ກິດຈະກໍາສໍາຄັນຫຼັກຄື: 1. ການຝຶກອົບຮົມວິຊາຊີບ C1,C2,C3, ໄລຍະສັ້ນ, ຫຼັກສູດຄູ່ ຂະໜານ, 2. ການໃຫ້ຄໍາປຶກສາ ແລະ ສະໜັບສະໜູນວຽກເຮັດງານທໍາ, 3. ຝຶກອົບຮົມພື້ນຖານການເປັນຜູ້ ປະກອບການ, ສະໜອງທຶນລິເລີ່ມທຸລະກິດ, 4. ສະໜັບສະໜູນກອງທຶນພັດທະນາອາຊີວະ, ເຊິ່ງໄດ້ຈັດຕັ້ງປະຕິບັດ ຢູ່ພາຍໃນ 6 ແຂວງຄື: ແຂວງໄຊຍະບູລີ, ແຂວງຊຽງຂວາງ, ແຂວງ ອຸດົມໄຊ, ແຂວງຄໍາມ່ວນ, ແຂວງສາລະວັນ ແລະ ນະຄອນຫຼວງວຽງຈັນ ເຊິ່ງມີໄລຍະຈັດຕັ້ງປະຕິບັດໂຄງການ ໄລຍະທີ 2 ເລີ່ມແຕ່ປີ 2024-2027 ເຊິ່ງມີຫຼາຍ ໜ້າວຽກ, ຫຼາຍຄາດໝາຍທີ່ບັນດາຄະນະຮັບຜິດຊອບຂັ້ນແຂວງ, ຜູ້ປະສານງານໂຄງການ, ຄູຝຶກ ພະນັກງານທີ່ກ່ຽວຂ້ອງຕ້ອງໄດ້ສຸມສະຕິປັນຍາຂອງຕົນ ປະກອບສ່ວນໃນການຈັດຕັ້ງປະຕິບັດໂຄງການໃຫ້ບັນລຸຄາດໝາຍ ແລະ ໄດ້ຮັບຜົນສໍາເລັດ ຕະຫຼອດໄລຍະຂອງການຈັດຕັ້ງປະຕິບັດ 9 ເດືອນທີ່ຜ່ານມາ ເຊິ່ງເລີ່ມແຕ່ ເດືອນພຶດສະພາ ຈົນ ມາເຖິງປະຈຸບັນ. ການຮ່ວມວົງຈອນ ການໃຫ້ຄໍາປຶສາ ແລະ ສະໜັບໜູນ ການສ້າງວຽກເຮັດງານທໍາໃນຄັ້ງນີ້ ມີນ້ອງໆເຂົ້າຮ່ວມທັງໜົດ 54 ນ້ອງ, ຍີງ 28 ນ້ອງ, ໃນນີ້ ຕັດຜົມ 4 ນ້ອງ, ລ້ຽງໝູ+ພະພັນກົບ 2 ນ້ອງ, ເສີມສວຍ 11 ນ້ອງ, ຕັດຫຍິບ 12 ນ້ອງ, ສອບແປງລົດຈັກ + ຂັບລົດໃຫ່ຍ+ແປງແອ 23 ແລະ ຕົນຕີຣ 2 ນ້ອງ.
ຈາກນັ້ນ ທ່ານ ສອນໄຊ ໂສພາ ຜູ້ໃຫ້ຄໍາປຶສາຈາກ ພະແນກສຶກສາທິການ ແລະ ກິລາແຂວງ ກໍ່ໄດ້ຂື້ນນໍາສະເໜີຜົນສໍາເລັດຂອງການຈັດຕັ້ງປະຕິບັດໃນໄລຍະຜ່ານມາພ້ອມທັງຮັບຊົມວີດີໂອສັ້ນ ຂອງຜູ້ເຂົ້າຮ່ວມວົງຈອນ ແລະ 1 ນ້ອງຂື້ນກ່າວຄວາມສຶກ ທີ່ຕົນໄດເຂົ້າຮ່ວມກັບວົງຈອນດັ່ງກ່າວ. ພ້ອມນັ້ນກໍ່ໄດ້ມອບໃບຍັງຢືນໃຫ້ຜູ້ທີ່ສໍາເລັດ ການຮ່ວມວົງຈອນການໃຫ້ຄໍາປຶກສາ ແລະ ສະໜັບສະໜູນການສ້າງວຽກເຮັດງານທໍາ ຊຸດທີ່ 4 ຢ່າງສົມກຽດ ແລະ ພ້ອມທັງມອບຂອງຂັວນທີ່ລະນຶກໃຫ້ 5 ພາກສວ່ນທີ່ເຂົ້າຮ່ວມ ເຊີ່ງເປັນກຽດຂື້ນມອບໂດຍ ທ່ານ ບູນທະວີ ໂສພາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ.
ຕອນທ້າຍພິທີກໍ່ໄດ້ຮັບຟັງການມີຄໍາເຫັນໂອລົມຈາກ ທ່ານ ບຸນທະວີ ໂສພາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຕື່ມອີກ.