ຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງໄຊຍະບູລີ ຈັດພິທີມອບຮັບ-ໜ້າທີ່ຫົວໜ້າຫ້ອງການຜູ້ເກົ່າ ແລະ ຮັກສາການຫົວໜ້າຜູ້ໃໝ່.

 

ຕອນບ່າຍວັນທີ 6 ກຸມພາ 2026 ຜ່ານມານີ້ ຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງໄຊຍະບູລີໄດ້ຈັດພິທີມອບ-ຮັບໜ້າທີ່ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງ ຜູ້ເກົ່າ ແລະ ຮັກສາການຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງ ຜູ້ໃໝ່; ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ຈັນເພັງ ອູ່ທອງຄໍາ ປະທານຄະນະກຳມະການປົກຄອງເມືອງ, ມີທ່ານ ຈິລະມິດ ຄໍາພູວົງ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງໄຊຍະບູລີ ພ້ອມດ້ວຍພະນັກງານພາຍໃນຫ້ອງການດັ່ງກ່າວເຂົ້າຮ່ວມ.

ທ່ານ ເພັດມັງກອນ ສີວິໄລ ກຳມະການພັກເມືອງ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ (ຜູ້ເກົ່າ) ໄດ້ຂື້ນຜ່ານບົດບັນທຶກການມອບ-ຮັບໜ້າທີ່ບາງຕອນທ່ານໃຫ້ຮູ້ວ່າ: ຕະຫຼອດໄລຍະຜ່ານມາໄດ້ສຸມໃສ່ການຕິດຕາມ ກວດກາການຈັດຕັ້ງປະຕິບັດບັນດານິຕິກຳຕ່າງໆ  ຂອງແຕ່ລະໜ່ວຍງານ ເພື່ອຮັບປະກັນການປະຕິບັດວຽກງານໃຫ້ຄວາມສອດຄ່ອງກັບແນວທາງນະໂຍບາຍຂອງພັກ ແລະ ດ້ານລະບຽບກົດໝາຍ ເປັນຕົ້ນກວດກາແຕ່ຫົວທີກ່ຽວກັບການປະຕິບັດໂຄງການກໍ່ສ້າງພື້ນຖານໂຄງລ່າງ, ໄດ້ສຸມໃສ່ວຽກກໍ່ສ້າງສ້ອມແປງ ແລະ ບົວລະບັດຄຸ້ມ​ຄອງ, ຮັກສາເສັ້ນທາງຄຸ້ມຄອງຕິດຕາມ ໄດ້ຈັດຕັ້ງປະຕິບັດວຽກໂຄງການ​ກໍ່​ສ້າງ ແລະ ສ້ອມ​ແປງທັງໝົດມີ: 36 ໂຄງການ, ລວມເປັນທຶນທັງໜົດ: 163.119.627.631 ກີບ, ທຶນລັດ: 161.030.304.972 ກີບ; ທຶນປະຊາຊົນ: 1.523.741.199 ກີບ;ໃນນັ້ນ: ໂຄງການກໍ່​ສ້າງທຶນປົກກະຕິມີຈຳນວນ: 17 ໂຄງການ: ມູນຄ່າທັງໝົດ: 122.504.353.103    ກີບ; ໂຄງການແກ້ໄຂ ແລະ ສ້ອມແປງທືນສຸກເສີນມີຈໍານວນ: 8 ໂຄງການ: ມູນຄ່າທັງໝົດ: 7.113.028.116  ກີບ; ໂຄງການສ້ອມແປງ ແລະ ຟື້ນຟູເສັ້ນທາງ ຫຼັງລະດູຝົນມີຈໍານວນ: 4 ໂຄງການ: ມູນຄ່າທັງໝົດ: 23.843.525.460  ກີບ; ໂຄງການສ້ອມແປງ ແລະ ຟື້ນຟູຕ້ານເຈື່ອນແຄມນ້ຳຮຸ່ງຫຼັງຝົນມີຈໍານວນ: 4 ໂຄງການ: ມູນຄ່າທັງໝົດ: 8.124.979.753  ກີບ; ໂຄງການກໍ່ສ້າງທາງຊອຍປູເບຕົງ ມີຈໍານວນ: 5 ໂຄງການ: ມູນຄ່າທັງໝົດ: 968.159.739  ກີບ, ທຶນລັດ: 30.000.000 ກີບ; ທຶນປະຊາຊົນ: 1.523.741.199 ກີບ; ເອົາໃຈໃສ່ຊີ້ນໍາ-ນໍາພາຄຸ້ມຄອງດ້ານຜັງເມືອງເທດສະບານເມືອງກໍ່ຄືຂອງແຂວງໃຫ້ເຂົ້າສູ່ລະບຽບຫຼັກການ, ຕິດຕາມກວດກາ ແລະ ຄຸ້ມຄອງຄິວລົດໃຫ້ເຂົ້າສູ່ລະບຽບຫຼັກການ, ວ່ອງໄວ່ທັນໃຈ ແລະ ຮັບປະກັນຄວາມປອດໄພ, ຕິດຕາມຄຸ້ມຄອງກິດຈະການກໍ່ສ້າງທາງນ້ຳ, ເປັນຕົ້ນແມ່ນ ການກໍ່ສ້າງ ແລະ ສ້ອມແປງຕາຝັ່ງເຈື່ອນປ້ອງກັນນ້ຳຖ້ວມໃນຕົວເມືອງ ຄຸ້ມຄອງເຂດສະຫງວນຕາມແມ່ນ້ຳຂອງ, ແມ່ນ້ຳສາຂາຕ່າງໆ ລົງກວດກາສະຖານທີ່ ຂຸດຄົ້ນ ດີນດຳ, ແຮ່, ຊາຍ ໃຫ້ຫົວໜ່ວຍທຸລະກິດ ທີ່ມາຂຸດຄົ້ນ ແຮ່, ຊາຍ ຢູ່ເຂດເມືອງຂອງຕົນ; ຈາກນັ້ນໃນພິທີກໍ່ໄດ້ເຊັນບົດບັນທືກມອບ-ຮັບໜ້າທີ່ລະຫວ່າງ ທ່ານ ເພັດມັງກອນ ສີວິໄລ ກຳມະການພັກເມືອງ ຫົວໜ້າຫ້ອງການໂຍທາທິການ ແລະ ຂົ່ນສົ່ງ (ຜູ້ເກົ່າ) ແລະ ທ່ານ ສອນເພັດ ໂສພາ ຮັກສາການຫົວໜ້າ ຫ້ອງການ ໂຍທາທິການ ແລະ ຂົນສົ່ງ ຜູ້ໃໝ່ໂດຍຊ້ອງໜ້າ ທ່ານ ຈັນເພັງ ອູ່ທອງຄໍາ ປະທານຄະນະກຳມະການປົກຄອງເມືອງ ແລະ ພາກສ່ວນທີ່ເຂົ້າຮ່ວມເປັນສັກຂີພິຍານ.

ຂ່າວ-ພາບ :​ ລັດດາວອນ ແກ້ວໄພທູນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa