

ໃນຕອນເຊົ້າຂອງວັນທີ 10 ກຸມພາ 2026 ກອງບັນຊາການປ້ອງກັນຄວາມສະຫງົບ ເມືອງຊຽງຮ່ອນ ແຂວງໄຊຍະບູລີ ໄດ້ຈັດພິທີປະກາດການຈັດຕັ້ງຂັ້ນພະແນກ, ປກສ ກຸ່ມບ້ານ ແລະ ໜ່ວຍງານ ພິທີດັ່ງກ່າວໄດ້ຈັດຂື້ນຢູ່ທີ່ສະໂມສອນເມືອງ ໂດຍການເປັນປະທານຂອງ ທ່ານ ບຸນຈັນ ແກ້ວວິຊາ ຮອງເລຂາຄະນະບໍລິຫານງານພັກເມືອງ,ປະທານຄະນະກໍາມະການປົກຄອງເມືອງ,ມີທ່ານ ພັທ ຄໍາເອກ ພູມີທອນເລຂາຄະນະພັກຮາກຖານ,ຫົວໜ້າກອງບັນຊາການ ປກສ ເມືອງ, ມີຄະນະພັກ, ຄະນະບັນຊາ ຕະຫຼອດຮອດບັນດານາຍ ແລະ ພົນຕໍາຫລວດພາຍໃນກົມກອງ,ແຂກຖຶກເຊີນເຂົ້າຮ່ວມ.
ໃນພິທີສະຫາຍ ພັທ ສົມພົງ ໃສສະອາດ ຮອງເລຂາຄະນະພັກຮາກຖານ ຮອງຫົວໜ້າກອງບັນຊາການ ປກສ ເມືອງ ກໍໄດ້ຂື້ນຜ່ານຂໍ້ຕົກລົງ ຂອງກອງບັນຊາການ ປກສ ແຂວງໄຊຍະບູລີ ສະບັບເລກທີ 614/ປກສ.ຊລ, ລົງວັນທີ 03 ກຸມພາ 2026 ວ່າດ້ວຍ ການອະນຸມັດແຕ່ງຕັ້ງນາຍຕໍາຫຼວດທີ່ຂື້ນກັບກອງບັນຊາການ ປກສ ແຂວງໄຊຍະບູລີ. ກອງບັນຊາການ ປກສ ແຂວງໄຊຍະບູລີ ຕົກລົງແຕ່ງຕັ້ງ ຫົວໜ້າພະແນກ,ຫົວໜ້າ ປກສ ບໍລິການປະຊາຊົນ,ຮອງພະແນກ ແລະ ຫົວໜ້າໜ່ວຍງານ ຂອງກອງບັນຊາການ ປກສ ເມືອງຊຽງຮ່ອນ ໃນນີ້ໄດ້ແຕ່ງຕັ້ງ ສະຫາຍ ພັທ ຫວິນ ອິນທະວົງ ເປັນຫົວໜ້າພະແນກຕໍາຫຼວດ,ສະຫາຍ ພັທ ສົມພອນ ພົມພອນ ເປັນຫົວໜ້າພະແນກການເມືອງ,ສະຫາຍ ພັທ ໂພໄທ ລຽງທອງ ເປັນຫົວໜ້າ ປກສ ກຸ່ມຊຽງລົມ, ສະຫາຍ ສະຫາຍ ຮອ ໂອນ ໄຊຍະແກ້ວ ເປັນຮອງຫົວໜ້າພະແນກຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ, ສະຫາຍ ພັຕ ຍ້າຍ ປາລົມ ເປັນຮອງຫົວໜ້າພະແນກພະລາທິການ, ສະຫາຍ ພັຕ ແຕ້ມ ໄຊຄໍາມູນ ເປັນຮອງຫົວໜ້າພະແນກຕໍາຫຼວດ,ສະຫາຍ ພັຕ ອິນໄຊທະນາ ເປັນຮອງຫົວໜ້າພະແນກຕໍາຫຼວດ ພ້ອມທັງແຕ່ງຕັ້ງ ຫົວໜ້າໜ່ວຍງານ ຢູ່ບັນດາພະແນກ ແລະ ປກສ ກຸ່ມບ້ານອີກຈຳນວນໜຶ່ງ.
ໃນໂອກາດນີ້ ທ່ານ ບຸນຈັນ ແກ້ວວິຊາ ຮອງເລຂາຄະນະບໍລິຫານງານພັກເມືອງ,ປະທານຄະນະກໍາມະການປົກຄອງເມືອງກໍ່ໃຫ້ກຽດໂອ້ລົມ ເຊິ່ງກ່ອນອື່ນ ສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ທີ່ຍາດມາໄດ້ໃນໄລຍະທີ່ຜ່ານມາ ພ້ອມດຽວກັນຍັງໄດ້ຮຽກຮ້ອງມາຍັງ ສະຫາຍ ທີ່ໄດ້ຮັບການແຕ່ງຕັ້ງໃນຄັ້ງນີ້ ຕ້ອງຖືສຳຄັນວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ນາຍ ແລະ ພົນຕຳຫຼວດ ທີ່ຢູ່ໃນຄວາມຮັບຜິດຊອບ ທຸກຂັ້ນເປັນປົກກະຕິ, ປະຕິບັດຕໍ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ໜ້າທີ່ການເມືອງຍົກສູງຄວາມຮັບຜິດຊອບ, ປັບປຸງແບບແຜນວິທີເຮັດວຽກໃຫ້ຖືກຕ້ອງສອດຄ່ອງໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບເພື່ອເຮັດໜ້າທີ່ຮັບໃຊ້ປະຊາຊົນຢ່າງແທ້ຈິງ.