ບ້ານສີສະອາດຊົມພູສະຫລຸບວຽກງານຮອບດ້ານປະຈໍາປີ 2025

 

…………………………………

ກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຮອບດ້ານປະຈໍາປີ 2025 ແລະ ທິດ ທາງແຜນການປີ 2026 ຂອງບ້ານສີສະອາດຊົມພູ ເມືອງປາກລາຍ ແຂວງໄຊຍະບູລີ ໄດ້ໄຂຂື້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 011 ກຸມພາ 2026 ຢູ່ທີ່ຫໍປະຊຸມ ບ້ານ ສີສະອາດຊົມພູ ພາຍໃຕ້ການເປັນປະທານຂອງທ່ານນາງ ປີດາ ພັນທະສຸກ ເປັນກຽດເຂົ້າຮ່ວມໂດຍທ່ານ ຄໍາຝັ້ນ ວົງສະຫວັນ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະທີມງານລົງກໍ່ສ້າງຮາກຖານການເມືອງຂອງເມືອງ, ຄະນະພັກອົງການປົກຄອງບ້ານ ແລະ ປະຊາຊົນບັນດາເຜົ່າພາຍໃນບ້ານເຂົ້າຮ່ວມ. ກອງປະຊຸມດໍາເນີນໄປດ້ວຍບັນຍາກາດຟົດຟື້ນ ແລະ ປະສົບຜົນສໍາເລັດຕາມຈຸດປະສົງຄາດຫມາຍທີ່ວາງໄວ້.

ກອງປະຊຸມໄດ້ຮັບຟັງ ແລະ ຮັບຮອງເອົາ ບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກ ງານຮອບດ້ານ ປະຈໍາປີ 2025 ແລະ ທິດທາງເເຜນການປີ 2026,ຮັບຮອງເອົາຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາຂອງບ້ານ  ກອງປະຊຸມໄດ້ຮັບຮອງເອົາຂໍ້ຕົກລົງວ່າດ້ວຍການບົ່ງຕົວແຕ່ງຕັ້ງ ຄະນະບ້ານຊຸດໃໝ່ ເຊິ່ງປະກອບມີ: ທ່ານ ບຸນລໍ່າ ພົມມະຈັນ ເປັນນາຍບ້ານ,ທ່ານ ຫຸມພັນ ພັນທະສຸກ ແລະ ທ່ານ ໂກມິນ ສິງຈັນທາ ເປັນຮອງນາຍບ້ານ.

ໃນຕອນທ້າຍກອງປະຊຸມ ໄດ້ຮັບຟັງການໂອ້ລົມຂອງທ່ານ ຄໍາຝັ້ນ ວົງສະຫວັນ ເລຂາຄະນະບໍລິຫານງານພັກເມືອງ ເຊິ່ງກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການນໍາພາຂອງຄະນະບ້ານທີ່ໄດ້ນໍາພາປະຊາຊົນພັດທະນາເສດຖະກິດ-ສັງຄົມຍາດໄດ້ຜົນສໍາເລັດຫຼາຍດ້ານ, ພ້ອມກັນນັ້ນ ທ່ານຍັງໄດ້ສະແດງຄວາມເປັນຫ່ວງເປັນໄຍຕໍ່ຕ້ານອ່ອນ, ຂໍ້ຄົງຄ້າງ ເຊິ່ງທ່ານໄດ້ຮຽກຮ້ອງໃຫ້ຄະນະບ້ານຈະຕ້ອງໄດ້ສືບຕໍ່ປັບປຸງ, ແກ້ໄຂ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ , ການສ້າງບ້ານໃຫ້ເປັນບ້ານພັດທະນາຮອບດ້ານ, ການແກ້ໄຂຄວາມທຸກຍາກ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ບັນລຸຕາມຄາດຫມາຍ ເປັນຕົ້ນຄະນະຫນ່ວຍພັກ, ອົງການປົກຄອງບ້ານ ຕ້ອງເພີ່ມທະວີວຽກງານສຶກສາອົບຮົມ ການເມືອງ-ແນວຄິດ ໃຫ້ແກ່ສະມາຊິກພັກ, ການຈັດຕັ້ງຂອງບ້ານ ແລະ ປະຊາຊົນ ບັນດາເຜົ່າໃຫ້ເຂົ້າໃຈເຊືອມຊຶມກໍາແຫນ້ນແນວທາງ, ລະບຽບກົດຫມາຍ ຂອງຂັ້ນ ເທີງວາງອອກ ມີຄວາມເປັນເອກະພາບ ແລະ ຕື່ນຕົວເປັນເຈົ້າການປະຕິບັດໃຫ້ເປັນຮູບ ປະທໍາຫຼາຍຂຶ້ນກວ່າເກົ່າ, ຕັ້ງຫນ້າປັບປຸງແບບແຜນວິທີເຮັດວຽກ ໃຫ້ໄປຕາມພາລະບົດບາດ- ສິດ ແລະ ຫນ້າທີ່ ຂອງອົງການປົກຄອງບ້ານ, ຂອງນາຍບ້ານ, ຮອງນາຍບ້ານ ທີ່ໄດ້ກໍານົດໄວ້ ບົນ ພື້ນຖານການເຄົາລົບ ແລະ ປະຕິບັດຫຼັກການລວມສູນປະຊາທິປະໄຕ, ເຮັດວຽກເປັນ ຫມູ່ຄະນະ ແບ່ງຄວາມຮັບຜິດຊອບໃຫ້ບຸກຄົນຈະແຈ້ງ ແລະມີການຕິດຕາມກວດກາເປັນປົກກະຕິ, ສືບຕໍ່ສຸກຍູ້ພັດທະນາເສດຖະກິດ, ແກ້ໄຂຊີວິດການເປັນຢູ ່ ຕາມທ່າແຮງ ເຊັ່ນ: ສົ່ງເສີມການປູກພືດ, ລ້ຽງສັດເປັນສິນຄ້າ, ການຄ້າ, ການບໍລິການ ແລະ ອື່ນໆ ເພື່ອສູ້ຊົນໃຫ້ມີລາຍຮັບເພີ້ມຂື້ນບັນລຸຕາມມາດຕະຖານພົ້ນທຸກ ແລະ ມາດຕະຖານການພັດທະນາທີ່ກໍານົດໄວ້, ສືບຕໍ່ຮັກສານາມມະ ຍົດຄອບຄົວ, ບ້ານແບບຢ່າງຕ່າງໆທີ່ຮັບຮອງໄປແລ້ວໃຫ້ມີຄວາມຍືນຍົງ, ຕ້ອງເພີ່ມທະວີຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ນໍາພາຈັດລະບຽບສັງຄົມພາຍໃນບ້ານ, ປກສ, ກອງຫຼອນ ຕ້ອງເປັນໃຈກາງປະສານງານກັບອົງການແນວ , ອົງການຈັດຕັ້ງມະຫາຊົນຊ່ວຍໃນການຈັດຕັ້ງຄຸ້ມຄອງພົນລະເມືອງ, ການແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆ ທີ່ກວດກາພົບເຫັນຄັ້ງນີ້ໃຫ້ລຸດລົງເທື່ອລະກ້າວ, ສືບຕໍ່ເສີມຂະຫຍາຍມູນເຊື້ອຄວາມສາມັກຄີປອງດອງພາຍໃນບ້ານໃຫ້ແຫນ້ນຍິ່ງຂື້ນ, ພ້ອມກັນເປັນເຈົ້າການເຕົ້າໂຮມຄວາມສາມັກຄີຂອງປະຊາຊົນບັນດາເຜົ່າເພື່ອເປັນກໍາລັງເເຮງສັງລວມໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງຫນ່ວຍພັກ, ແຜນພັດທະນາຂອງບ້ານວາງອອກໃຫ້ປະກົດຜົນເປັນຈີງ.

ພາບ-ຂ່າວເ ນັກຂ່າວເມືອງປາກລາຍລາຍ

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa