

ໃນວັນທີ 15 ກຸມພາ 2026 ນີ້, ທ່ານ ສັນຕິພາບ ພົມວິຫານ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການເງິນ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ ແລະ ຊຸກຍູ້ວຽກງານ ຢູ່ດ່ານສາກົນຂົວມິດຕະພາບນໍ້າເຫືອງ ເມືອງແກ່ນທ້າວ ແຂວງໄຊຍະບູລີ. ໂດຍການເປັນກຽດຕ້ອນຮັບ ຂອງທ່ານ ເພັງນິລັນ ຄໍາພັນເພັງ ກໍາມະການສູນການງພັກ, ເລຂາຄະນະບໍລິຫານງານພັກແຂວງ, ພ້ອມດ້ວຍຮອງປະທານຄະນະກໍາມະການປົກຄອງແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ປະທານຄະນະກໍາມະການປົກຄອງເມືອງ ແລະ ຄະນະຄຸ້ມຄອງດ່ານສາກົນຂົວມິດຕະພາບນໍ້າເຫືອງ ໃຫ້ການຕ້ອນຮັບ.
ທ່ານ ອຸ່ມ ພານຸເດດ ຫົວໜ້າຄະນະຄຸ້ມຄອງດ່ານສາກົນຂົວມິດຕະພາບນໍ້າເຫືອງ ໄດ້ລາຍງານສະພາບການເຄື່ອນໄຫວວຽກງານຮອບດ້ານ ປີ 2025 ຜ່ານມາໂດຍຫຍໍ້ ເຊິ່ງໄດ້ຍົກໃຫ້ເຫັນ ຈຸດພິເສດ, ກົງຈັກການຈັດຕັ້ງ, ການຈັດຕັ້ງປະຕິບັດວຽກງານວິຊາສະເພາະການຄຸ້ມຄອງຄົນ, ພາຫະນະ, ສິນຄ້າເຂົ້າ-ອອກຜ່ານດ່ານ, ການຄຸ້ມຄອງ, ຕິດຕາມບັນດາຂະແໜງການຈັດເກັບລາຍຮັບຄ່າທຳນຽມ ແລະ ຄ່າບໍລິການໃຫ້ສອດຄ່ອງຕາມລະບຽບການບໍລິການຜ່ານປະຕູດຽວ ເຊິ່ງສາມາດຈັດເກັບລາຍຮັບໄດ້ທັງໝົດ 523.000.000.000 ກວ່າກີບ ທຽບໃສ່ແຜນການປີເທົ່າກັບ 95,69 ສ່ວນຮ້ອຍ ລາຍຮັບສ່ວນໃຫຍ່ໄດ້ຈາກການນຳເຂົ້ານ້ຳມັນເຊື້ອໄຟ, ຄັງແຮ, ເຄື່ອງກໍ່ສ້າງ ແລະ ເຄື່ອງອຸປະໂພກ-ບໍລິໂພກຈໍານວນໜຶ່ງ.
ໂອກາດນີ້, ທ່ານ ລັດຖະມົນຕີກະຊວງການເງິນ ຍັງໄດ້ມີຄໍາເຫັນຊີ້ນໍາໃຫ້ຄະນະຄຸ້ມຄອງດ່ານ ແລະ ຂະແໜງການກ່ຽວຂ້ອງ ເລັ່ງຊຸກຍູ້ການເກັບລາຍຮັບຜ່ານລະບົບເອເລັກໂຕຣນິກຢູ່ຈຸດດຽວ ເພື່ອຮັບປະກັນຄວາມໂປ່ງໃສ ແລະ ສາມາດກວດສອບໄດ້, ເອົາໃຈໃສ່ປະຕິບັດນະໂຍບາຍປະຢັດ ແລະ ຕ້ານການຟຸມເຟີຍຢ່າງເຂັ້ມງວດ, ເພີ່ມທະວີກົນໄກການປະສານສົມທົບລະຫວ່າງຂະແໜງການພາກສ່ວນຕ່າງໆ ພາຍໃນດ່ານໃຫ້ກົມກຽວ ເພື່ອຮັບປະກັນຄວາມສະຫງົບ ແລະ ຄວາມປອດໄພ 100 ສ່ວນຮ້ອຍ.
ໃນການລົງມາຄັ້ງນີ້, ທ່ານ ລັດຖະມົນຕີກະຊວງການເງິນ ແລະ ທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ຍັງໄດ້ຕິດຕາມ, ກວດກາ ໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນແຄມແມ່ນໍ້າເຫືອງ ຢູ່ພາຍໃນເມືອງແກ່ນທ້າວ ຕື່ມອີກ.
ຂ່າວ: ແກ່ນທ້າວ.