ແກ່ນທ້າວ ກະກຽມຄວາມພ້ອມ ການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V.

 

ໃນວັນທີ 16 ກຸມພາ 2026 ນີ້, ຢູ່ທີ່ສະໂມສອນຫ້ອງວ່າການເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມ ກະກຽມຄວາມພ້ອມ ໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V ຂຶ້ນ. ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຄໍາປຸ່ນ ນວນສະບັບ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ມີກໍາມະການປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ກົມກອງ, ອົງການຈັດຕັ້ງ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມ ໄດ້ຜ່ານມະຕິຕົກລົງ ຂອງຄະນະກໍາມະການເລືອກຕັ້ງຂັ້ນເມືອງ ສະບັບເລກທີ 11/ຄລມ.ກທ, ລົງວັນທີ 10 ກຸມພາ 2026 ວ່າດ້ວຍການແຕ່ງຕັ້ງ ຄະນະກໍາມະການ ຮັບຜິດຊອບໜ່ວຍປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V ຢູ່ແຕ່ລະໜ່ວຍປ່ອນບັດເລືອກຕັ້ງໃນທົ່ວເມືອງ, ມະຕິຕົກລົງ ຂອງຄະນະກໍາມະການເລືອກຕັ້ງຂັ້ນເມືອງ ສະບັບເລກທີ 14/ຄລມ.ກທ, ລົງວັນທີ 11 ກຸມພາ 2026 ວ່າດ້ວຍການແຕ່ງຕັ້ງ ຄະນະຮັບຜິດຊອບ ກະກຽມຕ້ອນຮັບຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V, ຜ່ານລະບຽບ ແລະ ຈັນຍາບັນ ຂອງຄະນະຮັບຜິດຊອບນັບຄະແນນສຽງ ແລະ ຜູ້ຕິດຕາມການນັບຄະນະສຽງ ສະບັບເລກທີ 021/ອຄກ, ລົງວັນທີ 9 ກຸມພາ 2026, ຄໍາແນະນໍາ ຂອງຄະນະປະຈໍາການຄະນະກໍາມະການເລືອກຕັ້ງລະດັບຊາດ ສະບັບເລກທີ 18/ຄປລຊ ລົງວັນທີ 24 ທັນວາ 2025 ກ່ຽວກັບການປ່ອນບັດ, ການນັບຄະແນນສຽງ ແລະ ປະກາດຜົນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ Vແລະ ຜ່ານຕາຕະລາງການນັບຄະແນນສຽງ.

ຕອນທ້າຍ ກອງປະຊຸມ ທ່ານ ເລຂາຄະນະບໍລິຫານງານພັກເມືອງ ຍັງໄດ້ມີຄໍາເຫັນຊີ້ນໍາຄະນະກໍາມະການ ຮັບຜິດຊອບໜ່ວຍປ່ອນບັດເລືອກຕັ້ງ ໃຫ້ກະກຽມຄວາມພ້ອມດ້ານຕ່າງໆ ເປັນຕົ້ນແມ່ນ ສະຖານທີ່ປ່ອນບັດ, ສ້າງຂະບວນການອະນາໄມ, ຕິດຊາດ, ທຸງພັກ, ທຸງທິວ, ເກັບກໍາລາຍຊື່ຜູ້ມີສິດປ່ອນບັດເລືອກຕັ້ງໃຫ້ລະອຽດຈັດເຈນ ເພື່ອລາຍງານໃຫ້ຄະນະກໍາມະການເລືອກຕັ້ງຂັ້ນແຂວງ, ຕິດຮູບ ຜູ້ສະໜັກຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V ໃສ່ປ່ອນທີ່ເໝາະສົມ ແລະ ໃຫ້ເອົາໃຈໃສ່ຮັກສາຄວາມສະຫງົບປອດໄພ 100 ສ່ວນຮ້ອຍ.

ຂ່າວ: ແກ່ນທ້າວ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa