

ຕອນເຊົ້າ ວັນທີ 19 ກຸມພາ 2026 ນີ້ ເມືອງໄຊຍະບູລີ ໄດ້ຈັດພິທີປະກາດການຈັດຕັ້ງ ຍົກຍ້ານ, ແຕ່ງຕັ້ງຜູ້ອໍານວຍການ, ຮອງຜູ້ອໍານວຍການໂຮງຮຽນ ອ້ອມຂ້າງເມືອງໄຊຍະບູລີຂື້ນ ທີ່ຫ້ອງປະຊຸມ ໂຮງຮຽນ ມັດທະຍົມສົມບູນ ເອກະພາບ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ຈັນເພັງ ແສນຄໍາ ຮອງເລຂາຄະນະບໍລິຫານງານພັກເມືອງ ຜູ້ຊີ້ນໍາວຽກງານການເມືອງແນວຄິດ ວຽກພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນຂັ້ນເມືອງ, ມີ ທ່ານ ພອນພິລຸນ ປີ່ນທິບ ຄະນະປະຈໍາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ, ກຳມະການພັກເມືອງ, ຜູ້ອໍານວຍການ-ຮອງຜູ້ອໍານວຍການໂຮງຮຽນ ທີ່ຖືກແຕ່ງຕັ້ງ ພ້ອມດ້ວຍຄູ-ອາຈານຂົ້າຮ່ວມ.
ທ່ານ ພອນພິລຸນ ປີ່ນທິບ ຄະນະປະຈໍາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ ໄດ້ຂື້ນຜ່ານຂໍ້ຕົກລົງສະບັບເລກທີ 118/ຄປມ.ຊຍ ວ່າດ້ວຍການຍົກຍ້າຍ ປະທານຄະນະກໍາມະການປົກຄອງ ເມືອງໄຊຍະບູລີ ຕົກລົງຍົກຍ້າຍ ທ່ານ ນາງ ເກດລາຄອນ ຈັນທະລັງສີ ຮອງຫົວໜ້າ ໂຮງຮຽນມັດທະຍົມຕອນຕົ້ນມິດຕະພາບ ໄປປະຈໍາການຢູ່ໂຮງຮຽນມັດທະຍົມສົມບູນເອກະພາບ ; ຜ່ານຂໍ້ຕົກລົງ 115,116,117/ຄປມ.ຊຍ ວ່າດ້ວຍການແຕ່ງຕັ້ງ ຮອງຜູ້ອໍານວຍການໂຮງຮຽນມັດທະຍົມສົມບູນ ກວາງຄໍາ ປະທານຄະນະກໍາມະການປົກຄອງ ເມືອງໄຊຍະບູລີ ຕົກລົງ ແຕ່ງຕັ້ງ ທ່ານ ອຸດອນ ມາໂສພາ ຫົວໜ້າໜ່ວຍງານ ໂຮງຮຽນມັດທະຍົມສົມບູນ ກວາງຄໍາ ເປັນຮອງຜູ້ອໍານວຍໂຮງຮຽນມັດທະຍົມສົມບູນ ກວາງຄໍາ, ແຕ່ງຕັ້ງ ທ່ານ ນາງ ເກດລາຄອນ ຈັນທະລັງສີ ຮອງຫົວໜ້າໂຮງຮຽນມັດທະຍົມຕອນຕົ້ນມິດຕະພາບ ມາເປັນຮອງຜູ້ອໍານວຍການໂຮງຮຽນມັດທະຍົມສົມບູນເອກະພາບ, ແຕ່ງຕັ້ງ ທ່ານ ນາງ ສົມສະໄໝ ກອງສີ ຮອງຜູ້ອໍານວຍການ ໂຮງຮຽນມັດທະຍົມສົມບູນນາຫຼາ ເປັນຜູ້ອໍານວຍການໂຮງຮຽນມັດທະຍົມສົມບູນນາຫຼາ, ຜ່ານມະຕິຕົກລົງ ສະບັບເລກທີ 68,69/ຄພມ.ຊຍ ຄະນະປະຈໍາພັກເມືອງໄຊຍະບູລີຕົກລົງ ບົ່ງຕົວແຕ່ງຕັ້ງ ສະຫາຍ ນາງ ສົມສະໄໝ ກອງສີ ເປັນເລຂາໜ່ວຍພັກ ໂຮງຮຽນມັດທະຍົມສົມບູນນາຫຼາ, ບົ່ງຕົວແຕ່ງຕັ້ງ ສະຫາຍ ອຸດອນ ມາໂສພາ ເປັນຮອງເລຂາໜ່ວຍພັກ ໂຮງຮຽນມັດທະຍົມສົມບູນກວາງຄໍາ.
ຈາກນັ້ນ ທ່ານ ຈັນເພັງ ແສນຄໍາ ຮອງເລຂາຄະນະບໍລິຫານງານພັກເມືອງ ຜູ້ຊີ້ນໍາວຽກງານການເມືອງແນວຄິດ ວຽກພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນຂັ້ນເມືອງ ກໍ່ໄດ້ມອບຂໍ້ຕົກລົງ ແລະ ມະຕິຕົກລົງ ໃຫ້ບັນດາທ່ານທີ່ຖືກແຕ່ງຕັ້ງ ພ້ອມທັງໃຫ້ກຽດໂອ້ລົມຕໍ່ພິທີດັ່ງກ່າວຕື່ມອີກ. ຂ່າວ-ພາບ: