

ໃນວັນທີ 18 ກຸມພາ 2026 ນີ້, ພະແນກພະລາທິການ ກອງພັນໃຫຍ່ 202 ກອງພົນທີ 2 ໄດ້ຈັດພິທີປະກາດບູລະນະການຈັດຕັ້ງພັກຂື້ນ ຢູ່ທີ່ສະໂມສອນກົມກອງດັ່ງກ່າວ, ໂດຍການເຂົ້າຮ່ວມຂອງ ສະຫາຍ ພັນໂທ ສົມສະຄິດ ຄຳຊຸມພູ ຮອງເລຂາຄະນະພັກ ຫົວໜ້າການທະຫານ ກອງພັນໃຫຍ່ 202, ມີສະຫາຍ ພັນໂທ ສົມຈິດ ແສງສະຫງ່າ ຄະນະພັກກອງພັນໃຫຍ່ ເລຂາໜ່ວຍພັກ ຫົວໜ້າພະແນກພະລາທິການ , ແລະຄະນະໜ່ວຍພັກ,ຂະແໜງການທີ່ກ່ຽວຂ້ອງ,ພ້ອມດ້ວຍພະນັກງານສະມາຊິກພັກສົມບູນ ສຳຮອງພະແນກພະລາທິການ ເຂົ້າຮ່ວມ.
ສະຫາຍ ຮອ້ຍເອກ ອຳພອນ ສີສະໝອນ ຫົວໜ້າຂະແໜງຈັດຕັ້ງພັກ ພະແນກການເມືອງກອງພັນໃຫຍ່ 202 ກໍ່ໄດ້ຂື້ນຜ່ານມະຕິຕົກລົງ ຂອງຄະນະພັກກອງພັນໃຫຍ່ທະຫານຮາບ 202 ວ່າດ້ວຍການແຕ່ງຕັ້ງປ່ຽນແທນຂອງຄະນະໜ່ວຍພັກພະແນກພະລາທິການ ກອງພັນໃຫຍ່ 202. ໂດຍປະຕິບັດຕາມກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝ່ທີ XI ໝວດທີ II ມາດຕາ 13 ຂໍ້ທີ 1 ວ່າດ້ວຍການແຕ່ງຕັ້ງທົດແທນ, ອີງຕາມ ຂໍ້ຕົກລົງຂອງກອງພົນທະຫານຮາບທີ 2 ວ່າດ້ວຍການແຕ່ງຕັ້ງຫົວໜ້າຂະແໜງ, ຢູພະແນກພະລາທິການ ທີ່ຂື້ນກັບກອງພັນໃຫຍ່ 202, ຄະນະພັກກອງພັນໃຫຍ່ທະຫານຮາບ 202 ຈຶ່ງໄດ້ຕົກລົງແຕ່ງຕັ້ງ ສະຫາຍ ພັນໂທ ແສງສຸລີ ສຸວັນທາ ເປັນກຳມະການໜ່ວຍພັກພະແນກພະລາທິການ, ປ່ຽນແທນສະຫາຍ ພັນໂທ ບຸນທະວີ ຈັນສະຫວ່າງ ທີ່ໄປຮັບໜ້າທີ່ໃໝ່.
ໂອກາດນີ້ ພັນໂທ ສົມສະຄິດ ຄຳຊຸມພູ ກໍ່ໄດ້ໃຫ້ກຽດໂອ້ລົມ ຍົກໃຫ້ເຫັນພາລະບົດບາດ,ຄວາມຮັບຜິດຊອບໜ້າທີ່ການເມືອງ ແລະຜົນສຳເລັດໃນການນຳພາ-ຊີ້ນຳຂອງຄະນະພັກ,ໜ່ວຍພັກ,ພະນັກງານສະມາຊິກພັກ ພະແນກພະລາທິການ ຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງເນັ້ນໜັກໃຫ້ຄະນະພັກ ພະນັກງານສະມາຊິກພັກ ເວົ້າລວມ ເວົ້າສະເພາະ ສະຫາຍຜູ້ທີ່ໄດ້ຮັບການແຕ່ງຕັ້ງເປັນຄະນະພັກໃໝ່ ເອົາໃຈໃສ່ເພີ່ມທະວີຄວາມສາມັກຄີ ເປັນເອກະພາບພາຍໃນພັກ, ຍົກສູງຄວາມຮັບຜິດຊອບທາງດ້ານການເມືອງ, ເປັນແບບຢ່າງໃນການເຄື່ອນໄຫວນຳພາ-ຊີ້ນຳເຮັດໜ້າທີ່ວຽກງານ, ຮັດແໜ້ນຄວາມສາມັກຄີໃນໝູ່ຄະນະແລະພະນັກງານສະມາຊິກພັກ-ນັກຮົບໃຫ້ແໜ້ນ, ປັບປຸງແບບແຜນວິທີເຮັດວຽກ ດ້ວຍການປະຕິບັດຫຼັກການລວມສູນປະຊາທິປະໄຕ ແບ່ງບຸກຄົນຮັບຜິດຊອບ, ສືບຕໍ່ປັບປຸງກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ແທດເໝາະກັບຂະບວນການຂອງກົມກອງ.
ພາບ : ວທ : ພາໄຊ ລໍກຽດຄຳມີ
ຂ່າວ : ຮທ ຄຳຊາຍ ກວ່າງຄຸນສີ ; ເບີ: 020 97411822.