ຫ້ອງການສຶກສາ ແລະ ກິລາເມືອງເງິນປິດການແຂ່ງຂັນກິລາປະຈໍາປີ

ວັນທີ 6 ມີນາ 2026 ນີ້. ຢູ່ທີເດິນກິລາເມືອງເງິນ ແຂວງ ໄຊຍະບູລີ ໄດ້ປິດສະຫຼຸບການແຂ່ງກິລາປະຈຳປີ 2025-2026. ເຂົ້າຮ່ວມເປັນກຽດ ມີທ່ານ ທອງພັນ ສຸກສະຫວັດ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ , ມີບັນດາຫົວໜ້າຫ້ອງການ, ກົມກອງ,  ບໍລິສັດ, ນັກທຸລະກິດ, ນັກກິລາ ແລະ ມວນຊົນຊາວເມືອງເງິນເຂົ້າຮ່ວມ.                                                                                                                                                                                                                                                                                                                                                                                                                                                                                                                                                                 ການແຂ່ງຂັນກິລາປະຈຳປີ 2025-2026 ໃນຄັ້ງນີ້.  ມີປະເພດບານເຕະຊາຍ-ຍິງ, ບານສົ່ງຊາຍ-ຍິງ ແລະ ກະຕໍ້ຊາຍ. ເຊີ່ງມີທີມກິລາຈາກສຳນັກງານ, ກົມກອງ,ໂຮງຮຽນ,ບ້ານ ແລະ ບໍລິສັດ ເຂົ້າຮ່ວມແຂ່ງຂັນທັງໝົດ 3 ເປະເພດກິລາຄື: ປະເພດກິລາບານເຕະ (ຍິງ-ຊາຍ), ບານສົ່ງ (ຍິງ-ຊາຍ), ກະຕໍ້ (ຊາຍ), ແບ່ງເປັນ 3 ລຸ້ນການແຂ່ງຂັນ, ລຸ້ນເຍົາວະຊົນຊັ້ນປະຖົມ, ລຸ້ນຊັ້ນມັດທະຍົມຕອນຕົ້ນ ແລະ ລຸ້ນຊາວໜຸ່ມທົ່ວໄປ, ລວມທັງໝົດ 46 ທິມ  ແລະ ມີນັກກິລາເຂົ້າຮ່ວມ 701 ຄົນ, ຍິງ 130 ຄົນ. ການການແຂ່ງຂັນໃນຄັ້ງນີ້້ໄດ້ຮັບການສະໜັບສະໜຸນຈາກທ່ານ ເຕີຍ ສົມສັກ ປະທານສະຫະພັນກິລາບານເຕະ ຈໍານວນ 15,000,000 ກີບ, ທ່ານ ວັນໄຊ ສີກັນໄຈ ປະທານສະຫະພັນກິລາກະຕໍ້ ຈໍານວນ 7,000,000 ກີບ, ທ່ານ ລັດຕະນະພົງ ສະຫວ່າງອ່ອນ ປະທານ ບໍລິສັດ NPK ຈໍານວນ 4,000,000 ກີບ, ທ່ານ ຊູໄຊ ດວງສີຊົນໄຊ ຈໍານວນ 4,000,000 ກີບ ແລະ  ທ່ານ ພູວຽງ ພົມສະຫວັນ ພໍ່ຄ້າບ້ານຫຼວງມີໄຊ ຈໍານວນ 1,200,000 ກີບ. ເຊິງໄດ້ເລີ່ມແຂ່ງຂັນມາຕັ້ງແຕ່ວັນທີ 22 ທັນວາ 2025 ເປັນຕົ້ນມາ ແລະ ໄດ້ສຳເລັດລົງ ໃນວັນທີ 6 ກຸມພາ 2026. ເຊິ່ງສາມາດ  ສະຫຼຸບຜົນການແຂ່ງຂັນ , ອັນດັບທີ 1 , ອັນດັບທີ 2 ແລະ ອັນດັບທີ 3 ຂອງກິລາແຕ່ບະປະເພດດັ່ງລຸ່ມນີ້:  ປະເພດ ກິລາກະຕໍ້ຊາຍ ເຍົາວະຊົນຊັ້ນປະຖົມ: ອັນດັບທີ 1:  ທີມ ປຖ ປະຊາຮ່ວມໃຈ, ອັນດັບທີ 2  ທີມປຖ ນໍ້າເງິນ  ແລະ ອັນດັບທີ 3  : ທີມ ປຖ ບ້ານຂອນ. ປະເພດ ກິລາບານເຕະຊາຍ ເຍົາວະຊົນຊັ້ນປະຖົມ: ອັນດັບທີ 1  ທີມ ປຖ ປະຊາຮ່ວມໃຈ, ອັນດັບທີ 2  ທີມ ປຖ  ນາງົວ ແລະ ອັນດັບທີ 3   ທີມ ປຖ ບ້ານຂອນ. ປະເພດ ກິລາກະຕໍ້ ຊາຍ ຊັ້ນມັດທະຍົມຕອນຕົ້ນ: ອັນດັບທີ 1  ທີມ ມຕ ມສ. ເມືອງ, ອັນດັບທີ 2  ທີມ ມຕ. ມສ. ນໍ້າເງິນ ແລະ ອັນດັບທີ 3  ທີມ ມຕ.ດອກເຜິ້ງ. ປະເພດ ກິລາບານສົ່ງ ຊາຍ ຊັ້ນມັດທະຍົມຕອນຕົ້ນ: ອັນດັບທີ 1  ທີມ ມຕ ດອກເຜິ້ງ, ອັນດັບທີ 2 : ທີມ ມຕ.ມສ. ເມືອງເງິນ ແລະ ອັນດັບທີ 3  ທີມ ມຕ.ມສ. ນໍ້າເງິນ. ປະເພດ ກິລາບານເຕະ ຍິງ ຊັ້ນມັດທະຍົມຕອນຕົ້ນ: ອັນດັບທີ 1 ໄດ່ແກ່ ທີມ ມຕ. ມສ.ນໍ້າເງິນ ແລະ ອັນດັບທີ 2 ໄດ່ແກ່ ທີມ ມຕ.ມສ. ເມືອງເງິນ. ປະເພດບານເຕະ ຊາຍ ຊັ້ນມັດທະຍົມຕອນຕົ້ນ: ອັນດັບທີ 1 ໄດ້ແກ່  ທີມ ມຕ. ມສ.ເມືອງເງິນ ແລະ ອັນດັບທີ 2 ໄດ້ແກ່  ທີມ ມຕ. ມສ. ນໍ້າເງິນ. ປະເພດກະຕໍ້ (ຊາຍ ລຸ້ນຊາວໜຸ່ມ): ອັນດັບ ທີ 1 ໄດ້ແກ່ທິມ ບ້ານຫ້ວຍເຜິິ້ງ 2, ອັນດັບ  ທີ 2 ທິມ ບ້ານຂອນ FC ແລະ ອັນດັບ  ທີ 3 ທິມ  ມສ.ນໍ້າເງິນ: ປະເພດບານ ສົ່ງ ຍິງ (ລຸ້ນຊາວໜຸ່ມ ): ອັນດັບທີ 1 ໄດ້ແກ່ທິມ ກັນເນີ, ອັນດັບ ທີ 2 ທິມ ມສ, ນໍ້າເງິນ ແລະ ອັນດັບ  ທີ 3 ທິມ ມສ. ເມືອງເງິນ. ປະເພດບານສົ່ງຊາຍ  (ລຸ້ນຊາວໜຸ່ມ): ອັນດັບ  ທີ 1  ທິມ ດ່ານສາກົນນໍ້າເງິນ, ອັນດັບ  ທີ 2 ທິມ  ບ້ານຫ້ວຍເຜິ້ງ ແລະ ອັນດັບ  ທີ 3 ທິມ ມສ. ເມືອງເງິນ. ປະເພດບານເຕະ ຍິງ (ລຸ້ນຊາວໜຸ່ມ): ອັນດັບທີ 1ໄດ້ແກ່ທິມ ມສ. ເມືອງເງິນ ແລະ ອັນດັບທີ 2 ໄດ້ແກ່ ທິມ ມສ. ນໍ້າເງິນ:ບານເຕະ ຊາຍ (ລຸ້ນຊາວໜຸ່ມ):​ອັນດັບ  ທີ 1  ໄດ້ແກ່ທິມ ເພື່ອນແທ້, ອັນດັບ  ທີ 2 ທິມ ບໍລິສັດ NPK ແລະ ອັນດັບ  ທີ 3 ທິມ ດາກ໊ອນ.

            ທັງໝົດນີ້ກໍເພື່ອເປັນການພັດທະນາວຽກງານກິລາຢູ່ພາຍໃນເມືອງເງິນ,ສົງເສີມໃຫ້ທຸກຄົນມີສຸຂະພາບສົມບູນ ແຂງແຮງ, ສ້າງໃຫ້ໄດ້ນັກກິລາທີ່ມີພອນສະຫວັນ, ນັກກິລາທີ່ເກັ່ງເປັນທິມຂອງເມືອງເຂົ້າຮ່ວມແຂ່ງຂັນລະດັບຕ່າງໆ, ສົ່ງເສີມ ແລະ ພັດທະນານັກກິລາໃຫ້ມີຄຸນລັກສະນະດ້ານຕ່າງໆໄດ້ແກ່ການເຮັດວຽກເປັນໝູ່ຄະນະ, ມີຄວາມຮັບຜິດ

ຊອບ, ມີວິໄນ, ມີນໍ້າໃຈເສຍສະຫຼະ, ມີຄວາມສັດຊື່ບໍລິສຸດ, ມີຄວາມອົດທົນ, ມີຄວາມຄິດລິເລີ່ມສ້າງສັນ, ການຍອມຮັບໃນກົດກະຕິກາ, ມາລະຍາດ ທັກສະໃນການຢູ່ຮ່ວມກັນ, ຄວາມສາມັກຄີໃນໝູ່ຄະນະ, ປະຕິບັດເພື່ອໃຫ້ບັນລຸເປົ້າໝາຍຂອງການຈັດການແຂ່ງຂັນຄື: ກິລາສ້າງຄວາມສາມັກຄີ  ມີວິໄນ  ໃສ່ໃຈພັດທະນາສັງຄົມ ແລະ ເພື່ອເປັນການກະກຽມນັກກິລາບານເຕະ, ບານສົ່ງ ຍິງ-ຊາຍ ກິລາກະຕໍ້ຫວາຍຊາຍເປັນຕົວແທນກິລາຂອງເມືອງເງິນເຂົ້າຮ່ວມແຂ່ງຂັນກິລາມິດຕະພາບຄັ້ງທີ 27  ລະຫວ່າງ ເມືອງເງິນ ກັບອໍາເພີສະເຫຼີມພະກຽດ, ທີ່ເມືອງເງິນຮັບກຽດເປັນເຈົ້າພາບ.

ພາບ+ຂ່າວ ໂດຍ: ສົມຄິດ ຂຽວສີຟ້າ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa