ໜ່ວຍພັກຫ້ອງການໂຍທາທິການ ແລະ ຂົນສົ່ງ ສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2025

ໃນຕອນບ່າຍວັນທີ 10ມີນາ 2026 ນີ້, ໜ່ວຍພັກຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງປາກລາຍ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມ ສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2025 ເຊິ່ງຈັດຂຶ້ນ ຢູ່ທີ່ຫໍປະຊຸມຫ້ອງການດັ່ງກ່າວ ພາຍໃຕ້ການເປັນປະທານຂອງສະຫາຍ ໄຊວິຈິດ ພິມມະທັດ ກໍາມະການພັກເມືອງເລຂາໜ່ວຍພັກຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງ ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ພຸດທະສອນ ສິດທິວົງ ກໍາມະການປະຈໍາພັກເມືອງ ປະທານກວກາພັກ-ລັດເມືອງ, ມີຄະນະໜ່ວຍພັກ ແລະ ສະມາຊິກພັກເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມ ສະຫາຍໄຊວິຈິດ ພິມມະທັດ ກໍາມະການພັກເມືອງເລຂາໜ່ວຍພັກຫ້ອງການໂຍທາທິການ ແລະ ຂົນສົ່ງ ໄດ້ຜ່ານບົດສະຫຼູບ ຕີລາຄາການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2025 ແລະ ທິດທາງແຜນການ ປີ 2026 ເຊິ່ງໄດ້ຍົກໃຫ້ເຫັນຜົນງານດ້ານດີ, ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ໃນການຊີ້ນໍາ-ນໍາພາໄລຍະ 1 ປີຜ່ານມາ ໜ່ວຍພັກຫ້ອງການ ໂຍທາທິການ ແລະ ຂົນສົ່ງ ເມືອງ,ມີຄະນະພັກ3ສະຫາຍ,ຍິງ0ສະຫາຍ,ມີສະມາຊິກພັກທັງໝົດ 15 ສະຫາຍ, ຍິງ 0ສະຫາຍ,ຂອບ​ເຂດການນຳພາກວມເອົາ 6 ໜ່ວຍງານ  ຫ້ອງການ ໂຍທາທິການ ແລະ ຂົນສົ່ງ 3 ໜ່ວຍງານ, ຫ້ອງການນໍ້າປະປາ 3 ໜ່ວຍງານ ແລະ 3ອົງການຈັດຕັ້ງມະຫາຊົນຂື້ນກັບ ຕະຫຼອດໄລຍະຜ່ານມາ ຄະນະພັກໄດ້ຫັນເອົາແນວທາງ, ແຜນນະໂຍບາຍຂອງພັກ, ມູນເຊື້ອຂອງພັກ, ຂອງຊາດ, ລະບຽບຂອງພັກ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດ ເຊື່ອມຊຶມໃຫ້ສະມາຊິກພັກ ແລະ ພະນັກງານ-ລັດຖະກອນ ຜ່ານການເຊື່ອມຊຶມ ໄດ້ເຮັດໃຫ້ສະມາຊິກພັກ, ພະນັກງານ ພາຍໃນຫ້ອງການ ຮັບຮູ້, ເຂົ້າໃຈ ຕໍ່ແນວທາງນະໂຍບາຍຂອງພັກ, ມີທັດສະນະຫຼັກໝັ້ນຊົນຊັ້ນ, ຈຳແນກມິດ-ສັດຕູຈະແຈ້ງ, ເຊື່ອໝັ້ນຕໍ່ການນຳຂອງພັກ-ລັດ, ປະຕິບັດຕາມລະບຽບພັກ, ມີຄວາມຊື່ສັດ ມີຈັນຍາບັນ ຈັນຍາທຳ ຮັກອາຊີບ ແລະ ໜ້າທີ່ຂອງຕົນ ,ຮັກສາໄດ້ຄວາມສາມັກຄີເປັນປຶກແຜ່ນຢູ່ອ້ອມຂ້າງພັກຜ່ານການກວດກາຕີລາຄາແບ່ງສະມາຊິກພັກໄດ້ປະເພດແຂງ 15ສະຫາຍ ,ປະເພດໜວ່ຍງານ6ໜວ່ຍງານ ໄດ້ປະເພດແຂງ6ໜວ່ຍງານປະເພດອົງການຈັດຕັ້ງມະຫາຊົນ ມີ 3 ອົງການ ໄດ້ປະເພດແຂງ; ຕີລາຄາການນໍາພາຂອງໜ່ວຍພັກຕາມ 5 ມາດຕະຖານ: ປະເພດ ໜ່ວຍພັກ ໄດ້ປະເພດ ແຂງ ແລະ ໄດ້ຮັບຮອງເປັນໜ່ວຍພັກ ປອດໃສ, ເຂັ້ມແຂງ ໜັກແໜ້ນ.

ຕອຍທ້າຍກອງປະຊຸມສະຫາຍ ພຸດທະສອນ ສິດທິວົງ ກໍາມະການປະຈໍາພັກເມືອງ ປະທານກວກາພັກ-ລັດເມືອງ ຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ ແລະ ໄດ້ເນັ້ນໜັກໃຫ້ຄະນະໜ່ວຍພັກ ສືບຕໍ່ເອົາໃຈໃສ່ສຶກສາອົບຮົມ, ເຊື່ອມຊຶມມະຕິ ຄໍາສັ່ງຂອງພັກ-ລັດ ຢ່າງເປັນປົກກະຕິ, ຍຶດໝັ້ນ ແລະ ປະຕິບັດຢ່າງເຂັ້ມງວດ 5 ຫຼັກການ 3 ທິດນໍາ ໃນການກໍ່ສ້າງພັກ, ການດໍາເນີນຊີວິດການເມືອງ ໃຫ້ຮັບປະກັນ 3 ລັກສະນະ (ນໍາພາ, ສຶກສາອົບຮົມ ແລະ ຕໍ່ສູ້ພາຍໃນ), ຍຶດໝັ້ນຫຼັກການລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ ແບ່ງງານໃຫ້ບຸກຄົນຮັບຜິດຊອບຈະແຈ້ງ, ສ້າງແຜນການເຄື່ອນໄຫວລະອຽດ ແລະ ມີການສະຫຼຸບສ່ອງແສງລາຍງານໃຫ້ຂັ້ນເທິງເປັນປົກກະຕິ ແລະ ນຳພາປະຕິບັດໜ້າທີ່ການເມືອງ ເອົາໃຈໃສ່ນຳພາວຽກງານວິຊາສະເພາະ ຕາມພາລະບົດບາດ ແລະ ຄວາມຮັບຜິດຊອບ.

ຂ່າວ: ນັກຂ່າວເມືອງປາກລາຍ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa