
ຄະນະສະເພາະກິດກວດກາ, ສະກັດກັ້ນ ແລະ ແກ້ໄຂການຂາຍຫວຍ ທີ່ບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ(ຫວຍເຖື່ອນ)ຂັ້ນແຂວງໄຊຍະບູລີ ໄດ້ລົງຊຸກຍູ້ ແລະ ເຮັດວຽກຢູ່ເມືອງປາກລາຍ ແຂວງໄຊຍະບູລີ ໃນວັນທີ 10 ມີນາ 2026 ນີ້ ໂດຍພາຍໃຕ້ການນໍາພາຂອງທ່ານ ທ່ານ ສຸກສະເຫຼີມ ເຮືອງຄຳໄຊ ຮອງຫົວໜ້າພະແນກການເງິນແຂວງ ພ້ອມດ້ວຍທິມງານ, ມີທ່ານ ວານິດສາ ສຸນາເຄນ ຮອງປະທານຄະນະກໍາມະການປົກຄອງເມືອງປາກລາຍ, ມີບັນດາຄະນະສະເພາະກິດກວດກາ, ສະກັດກັ້ນ ແລະ ແກ້ໄຂການຂາຍຫວຍ ທີ່ບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການຂັ້ນເມືອງ, ຫົວໜ້າຫ້ອງການ, ອົງການ, ກົມກອງ, ພະນັກງານລັດຖະກອນ, ນັກທຸລະກິດຜູ້ປະກອບການ ແລະ ນາຍບ້ານໃນເທດສະບານເມືອງເຂົ້າຮ່ວມ.
ໃນກອງປະຊຸມ ທ່ານ ບຸນທັນ ມະນີວັນ ຫົວໜ້າຫ້ອງການ-ການເງິນເມືອງປາກລາຍ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃນໄລຍະຜ່ານມາຕໍ່ກອງປະຊຸມວ່າ: ໃນໄລຍະຜ່ານມາ ຄະນະກຳມະການດັ່ງກ່າວ ໄດ້ເອົາໃຈໃສ່ ລົງຕິດຕາມ, ກວດກາ ແລະ ເຊັນຢັ້ງຢືນຜົນການອອກຫວຍ, ບົດສະຫຼຸບລາຍຮັບລາຍຈ່າຍ ຂອງແມ່ຫວຍໃນແຕ່ລະຈຸດ ຂອບເຂດທົ່ວເມືອງ ແລະ ໄດ້ແບ່ງຄວາມຮັບຜິດຊອບໃຫ້ພະນັກງານປະຈຳຢູ່ຫ້ອງການຈຳນວນໜຶ່ງ ລົງຕິດຕາມ, ກວດກາ ຊ່ວຍບາງຈຸດ ໃນແຕ່ລະງວດ ເປັນປົກກະຕິ, ມີຕົວແທນຈຳໜ່າຍຫວຍ ມອບພັນທະເຂົ້າງົບປະມານຢູ່ຫຼວງພະບາງ 01 ຫົວໜ່ວຍ ແລະ ມອບພັນທະອາກອນເຂົ້າງົບປະມານຢູ່ເມືອງປາກລາຍໄດ້ 05 ຫົວໜ່ວຍ ລວມເປັນເງິນທັງໝົດ 138.071.697 ກີບ ຕໍ່ສະພາບການແກ້ໄຂຫວຍເຖື່ອນຄະນະສະເພາະກິດຂັ້ນເມືອງໄດ້ແຕ່ງຕັ້ງຄະນະກຳມະການ ແລະ ມອບໃຫ້ຫົວໜ້າ ປກສ ບໍລິການການປະຊາຊົນຢູ່ແຕ່ລະກຸ່ມບ້ານ ລົງຕິດຕາມ, ກວດກາ ເກັບກຳລາຍຊື່ຜູ້ຂາຍຫວຍເຖື່ອນ ໃນຂອບເຂດທົ່ວເມືອງ ສົ່ງໃຫ້ຄະນະກຳມະການຄຸ້ມຄອງກິດຈະການຫວຍ ແລະ ແກ້ໄຂຫວຍເຖື່ອນຂັ້ນເມືອງ ໃນແຕ່ລະໄລຍະ ສະພາບການຊື້-ຂາຍຫວຍເຖື່ອນເຫັນວ່າຫຼຸດລົງເທື່ອລະກ້າວ.
ພ້ອມນີ້ກອງປະຊຸມ ກໍ່ໄດ້ຮັບຟັງການເຜີຍແຜ່ເຊື່ອມຊຶມ ນຳສະເໜີບາງນິຕິກຳກ່ຽວກັບຫວຍພັດທະນາດັ່ງນີ້: ເຜີຍແຜ່ຄໍາສັ່ງ ເລກທີ16/ນຍ, ລົງວັນທີ 2 ຕຸລາ 2023 ວ່າດ້ວຍການກວດກາ, ສະກັດກັ້ນ ແລະແກ້ໄຂຫວຍທີ່ບໍ່ຖືກຕ້ອງຕາມກົດໝາຍ ແລະລະບຽບການ, ເຜີຍແຜ່ຄໍາແນະນໍາເລກທີ 3422/ກງ, ລົງວັນທີ 30 ຕຸລາ 2023 ກ່ຽວກັບການຄຸ້ມຄອງກິດຈະການຫວຍພັດທະນາ, ເຜີຍແຜ່ຂໍ້ຕົກລົງ ສະບັບເລກທີ 0283/ກງ, ລົງວັນທີ 30 ມັງກອນ 2023 ວ່າດ້ວຍເງື່ອນໄຂ ແລະ ມາດຖານ ຂອງວິສາຫະກິດຕົວແທນຈຳໜ່າຍຫວຍພັດທະນາ ແລະ ຮັບຟັງການປະກອບສ່ວນແລກປ່ຽນຄຳຄິດ ຄຳເຫັນ ແບບກົງໄປກົງມາ ຂອງບັນດາຫົວໜ່ວຍຫວຍພັດທະນາ. ທັ້ງນີ້ ກໍເພື່ອເປັນການເຕືອນປະຊາຊົນຜູ້ທີ່ມັກສ່ຽງໂຊກ-ຊິງລາງວັນ ໃຫ້ມມີສະຕິລະວັງຕົວ ຕໍ່ເລ້ລ່ຽມກົນອຸບາຍຂອງກຸ່ມຄົນທີ່ແອບອ້າງນຳໃຊ້ເຄື່ອງໝາຍ ໂລໂກຫວຍ ຊັກຊວນໃຫ້ໂອນເງິນລົງທະບຽບ ແລກກັບການສະໜອງເລກ 6ໂຕ ວ່າຮູ້ຜົນລາງວັນລ່ວງໜ້າຜ່ານຊື່ສັງຄົມອອນລາຍ, ຜູ້ຈຳໜ່ວຍຫວຍກໍຕ້ອງປະຕິບັດຕາມລະບຽບ ກົດໝາຍ ການຄ້າຂາຍຕ້ອງມີເອກະສານຄົບຊຸດ ປະກອບພັນທະຂອງຕົນຢ່າງຄົບຖ້ວນ.
……………………………..
ຂ່າວ : ນັກຂ່າວເມືອງປາກລາຍ