

ໃນຕອນບ່າຍວັນທີ 10 ມີນາ 2026 ນີ້, ຢູ່ທີ່ຫ້ອງປະຊຸມດ່ານສາກົນຂົວມິດຕະພາບນໍ້າເຫືອງ ເມືອງແກ່ນທ້າວ ແຂວງໄຊຍະບູລີ, ໜ່ວຍພັກດ່ານສາກົນຂົວມິດຕະພາບນໍ້າເຫືອງ ໄດ້ຈັດກອງປະຊຸມສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025 ແລະ ວາງທິດທາງແຜນການປີ 2026. ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ສີຄານ ແກ່ນມະນີ ຮອງເລຂາຄະນະບໍລິຫານງານພັກເມືອງ, ປະທານຄະນະກໍາມະການປົກຄອງເມືອງແກ່ນທ້າວ, ສະຫາຍ ອຸ່ມ ພານຸເດດ ເລຂາໜ່ວຍພັກດ່ານສາກົນຂົວມິດຕະພາບນໍ້າເຫືອງ, ມີຄະນະຮັບຜິດຊອບຂັ້ນເມືອງ, ຄະນະໜ່ວຍພັກ ແລະ ສະມາຊິກພັກເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມ, ສະຫາຍ ອຸ່ມ ພານຸເດດ ເລຂາໜ່ວຍພັກດ່ານສາກົນຂົວມິດຕະພາບນໍ້າເຫືອງ ໄດ້ຜ່ານບົດສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025 ແລະ ທິດທາງແຜນການ ປີ 2026 ເຊິ່ງໄດ້ຍົກໃຫ້ເຫັນຜົນງານດ້ານດີ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ໃນ 1 ປີຜ່ານມາ. ປັດຈຸບັນ, ໜ່ວຍພັກດ່ານສາກົນຂົວມິດຕະພາບນ້ຳເຫືອງ ມີສະມາຊິກພັກທັງໝົດ 42 ສະຫາຍ, ຍິງ 6 ສະຫາຍ (ໃນນີ້, ສະມາຊິກພັກສຳຮອງ 2 ສະຫາຍ). ຕະຫຼອດໄລຍະຜ່ານມາ, ຄະນະໜ່ວຍພັກໄດ້ສຸມໃສ່ນໍາພາ-ຊີ້ນໍາການປະຕິບັດວຽກງານຕາມ 5 ເນື້ອໃນຂອງການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໂດຍສະເພາະແມ່ນດ້ານການເມືອງ-ແນວຄິດ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ສະມາຊິກພັກຢ່າງຕໍ່ເນື່ອງ, ສ້າງຄວາມສາມັກຄີເປັນເອກະພາບ ແລະ ສະກັດກັ້ນປະກົດການຫຍໍ້ທໍ້. ດ້ານການຈັດຕັ້ງ ຍຶດໝັ້ນຫຼັກການລວມສູນປະຊາທິປະໄຕ, ນໍາພາເປັນໝູ່ຄະນະ ແລະ ແບ່ງຄວາມຮັບຜິດຊອບໃຫ້ບຸກຄົນຢ່າງຈະແຈ້ງ. ດ້ານວິຊາສະເພາະ ຜົນງານພົ້ນເດັ່ນແມ່ນວຽກງານພາສີ ສາມາດຈັດເກັບລາຍຮັບໄດ້ 523,4 ຕື້ກວ່າກີບ (ເທົ່າກັບ 95,69% ຂອງແຜນການປີ), ວຽກງານບໍລິຫານຜ່ານປະຕູດຽວເກັບລາຍຮັບໄດ້ 10 ຕື້ກວ່າກີບ, ວຽກງານ ຕມ ຄຸ້ມຄອງການເຂົ້າ-ອອກຂອງຄົນໄດ້ 521.000 ກວ່າເທື່ອຄົນ ແລະ ພາຫະນະ 32.000 ກວ່າຄັນ ຮັບປະກັນຄວາມປອດໄພ 100%. ນອກນັ້ນ, ວຽກງານກັກກັນພືດສາມາດຄຸ້ມຄອງການສົ່ງອອກຜະລິດຕະພັນພືດ ມູນຄ່າກວ່າ 64 ລ້ານກວ່າໂດລາ ແລະ ນໍາເຂົ້ານໍ້າມັນເຊື້ອໄຟກວ່າ 132 ລ້ານກວ່າລິດ.
ຜ່ານການປະເມີນ ແລະ ແບ່ງປະເພດສະມາຊິກພັກ ສາມາດຄັດເລືອກໄດ້ສະມາຊິກພັກປະເພດແຂງ 40 ສະຫາຍ, ບໍ່ແບ່ງ 2 ສະຫາຍ ສະມາຊິກພັກສຳຮອງ. ຜ່ານການຕີລາຄາ 5 ດ້ານ, ໜ່ວຍພັກດ່ານສາກົນຂົວມິດຕະພາບນ້ຳເຫືອງ ໄດ້ຄະແນນລວມ 48 ຄະແນນ, ສືບຕໍ່ຮັກສານາມມະຍົດເປັນ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ.
ໃນຕອນທ້າຍ, ສະຫາຍ ສີຄານ ແກ່ນມະນີ ຮອງເລຂາຄະນະບໍລິຫານງານພັກເມືອງ ໄດ້ໃຫ້ກຽດໂອ້ລົມ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້. ພ້ອມທັງ, ເນັ້ນໜັກໃຫ້ຄະນະໜ່ວຍພັກ ແລະ ສະມາຊິກພັກທຸກສະຫາຍ ຈົ່ງສືບຕໍ່ເພີ່ມທະວີຄວາມຮັບຜິດຊອບໃນໜ້າທີ່ການເມືອງ, ຮັກສາມູນເຊື້ອຄວາມສາມັກຄີ, ເຂັ້ມງວດໃນການຄຸ້ມຄອງການເຂົ້າ-ອອກດ່ານສາກົນໃຫ້ມີຄວາມສະຫງົບ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ໃຫ້ຂະຫຍາຍຕົວຂຶ້ນເລື້ອຍໆ.