

ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີປາຖະກະຖາວັນແມ່ຍິງສາກົນ ຄົບຮອບ 116 ປີ ( 8 ມີນາ 1910-8 ມີນາ 2026) ຂຶ້ນ ໃນວັນທີ 12 ມີນາ 2026 ນີ້, ຢູ່ທີ່ສະໂມສອນຫ້ອງວ່າການເມືອງ. ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຈິນດາ ກະທາທອງ ຮອງເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ກົມກອງ, ອົງການຈັດຕັ້ງ, ລັດວິສາຫະກິດ, ດ່ານສາກົນ, ໂຮງຮຽນ, ໂຮງໝໍ, ນັກທຸລະກິດຜູ້ປະກອບການ, ພະນັກງານອາວຸໂສບຳນານ, ຄະນະກຸ່ມຄອບຄົວການນໍາ, ຄະນະບໍລິຫານງານສະຫະພັນແມ່ຍິງເມືອງ, ປະທານຮາກຖານສະຫະພັນແມ່ຍິງ, ຫົວໜ້າໜ່ວຍສະຫະພັນແມ່ຍິງອ້ອມຂ້າງເມືອງ, ສະມາຊິກສະຫະພັນແມ່ຍິງ ແລະ ນາຍບ້ານເທດສະບານເມືອງ ພ້ອມດ້ວຍສະຫະພັນແມ່ຍິງບ້ານເຂົ້າຮ່ວມ 100 ກວ່າຄົນ.
ໃນພິທີ ທ່ານ ຈິນດາ ກະທາທອງ ຮອງເລຂາຄະນະບໍລິຫານງານພັກເມືອງ ໄດ້ໃຫ້ກຽດປາຖະກະຖາ ເຊິ່ງໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາຂອງວັນແມ່ຍິງສາກົນ ວັນທີ 8 ມີນາ ແມ່ນເຫດການ-ການເມືອງ ທີ່ສຳຄັນ, ເປັນຂີດໝາຍ ແຫ່ງໄຊຊະນະອັນພື້ນຖານຂອງຂະບວນການແມ່ຍິງສາກົນ ໃນການຕໍ່ສູ້ທວງເອົາສິດຜົນປະໂຫຍດອັນເປັນທໍາ ໃຫ້ແກ່ແມ່ຍິງຊາວຜູ້ອອກແຮງງານໃນທົ່ວໂລກ, ເປັນວັນລະນຶກເຖິງການຕໍ່ສູ້ຂອງແມ່ຍິງ ເພື່ອປົດປ່ອຍຕົນເອງ ແລະ ທວງໃຫ້ມີສິດສະເໝີພາບ ປະຊາທິປະໄຕ ຄືກັນກັບຜູ້ຊາຍ, ທວງໃຫ້ພວກນາຍທຶນແກ້ໄຂຊີວິດການເປັນຢູ່ພາຍໃຕ້ຄຳຂວັນ: } ຜູ້ໜຶ່ງເຮັດວຽກມື້ລະ 8 ຊົ່ວໂມງ, ແມ່ຍິງ ແລະ ຜູ້ຊາຍ ເຮັດວຽກຄືກັນ ຕ້ອງໄດ້ຮັບເງິນເດືອນເທົ່າກັນ, ຕ້ອງມີລະບອບປ້ອງກັນສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ, ຕ້ານສົງຄາມຮຸກຮານ, ປົກປັກຮັກສາສັນຕິພາບຂອງໂລກ ~ ປີຕໍ່ມາຄືໃນວັນທີ 19 ມີນາ 1911 ວັນແມ່ຍິງສາກົນໄດ້ຮັບການສະເຫຼີມສະຫຼອງໂດຍມີປະຊາຊົນເຂົ້າຮ່ວມເປັນລ້ານໆຄົນຢູ່ໃນບັນດາປະເທດເອີລົບເຊັ່ນ: ປະເທດ ໂອຕິດ, ແດນມາກ, ເຢຍລະມັນ, ສະວິດເຊີແລນ. ນັບແຕ່ນັ້ນມາ ວັນທີ 8 ມີນາ ຈຶ່ງເປັນ }ວັນແມ່ຍິງ ສາກົນ” ໄດ້ຮັບການສະເຫຼີມ ສະຫຼອງຢູ່ໃນຫຼາຍປະເທດທົົ່ວໂລກ ແລະ ໄດ້ຖືເອົາການສະເຫຼີມສະຫຼອງໃນປີ 1911 ນີ້ເປັນປີທໍາອິດ. ທ່ານຮອງເລຂາຄະນະບໍລິຫານງານພັກເມືອງ ຍັງໄດ້ຍົກໃຫ້ເຫັນຜົນງານພົ້ນເດັ່ນຂອງສະຫະພັນແມ່ຍິງແຂວງໃນໄລຍະ 1 ປີຜ່ານມາ ຕື່ມອີກ.
ຂ່າວ: ແກ່ນທ້າວ.