ຂົງເຂດການເມືອງ ເຊື່ອມຊືມເອກະສານ ເພື່ອກະກຽມ ແລະ ດໍາເນີນກອງປະຊຸມກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025

ກອງປະຊຸມເຊື່ອມຊືມເອກະສານ ເພື່ອກະກຽມ ແລະ ດໍາເນີນກອງປະຊຸມການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງໄຊຍະບູລີ ໂດຍກາານໃຫ້ກຽດເຜີຍແຜ່ຂອງ ສະຫາຍ ຄໍາພຽນ ປັນຍາວົງ ຄະນະປະຈໍາພັກເມືອງ ປະທານຄະນະກວດກາພັກເມືອງ, ປະທານອົງການກວດກາລັດເມືອງ, ມີເລຂາ- ຮອງເລຂາ, ຄະນະພັກຮາກຖານ, ໜ່ວຍພັກ, ສະມາຊິກພັກ ເຂົ້າຮ່ວມຢ່າງພ້ອມພຽງ.

ສະຫາຍ ຄໍາພຽນ ປັນຍາວົງ ຄະນະປະຈໍາພັກເມືອງ ປະທານຄະນະກວດກາພັກເມືອງ, ປະທານອົງການກວດກາລັດເມືອງ ໄດ້ເຜີຍແຜ່ເອກະສານຜົນສໍາເລັດກອງປະຊຸມໃຫຍ່ອົງຄະນະພັກແຂວງໄຊຍະບູລີ ສະໄໝທີ 8 , ເອກະສານການເມືອງ-ແນວຄິດສໍາລັບສະມາຊິກພັກ-ພະນັກງານທົ່ວໄປ ແລະ ປະຊາຊົນ, ຜ່ານບົດແນະນໍາຂອງທ່ານເຈົ້າເມືອງ ສະບັບເລກທິ 1136/ຈມ.ຊຍ, ລົງວັນທີ 12 ຕຸລາ 2025 ກ່ຽວກັບການຂື້ນແຜນກໍານົດພະນັກງງານນໍາພາ-ຄຸ້ມຄອງພາຍໃນທົ່ວເມືອງໄຊຍະບູລີ,ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 28/ຄຈສພ, ລົງວັນທີ 14 ກຸມພາ 2025 ກ່ຽວກັບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຮັບຟັງການແນະນໍາວິທີຂຽນໃບສຳຫຼວດຂອງສະມາຊິກພັກ, ວິທີຕີລາຄາໃຫ້ຄະແນນ ແລະ ແບ່ງປະເພດສະມາຊິກພັກ, ວິທີທາບທາມຄໍາເຫັນສົ່ງຂ່າວຕໍ່ບຸກຄົນສະມາຊິກພັກ (ແບບປິດລັບ), ວິທີຕີລາຄາໃຫ້ຄະແນນ ແລະ ແບ່ງປະເພດສະມາຊິກພັກ (ແບບປິດລັບ), ວິທີທາບທາມຄໍາເຫັນສົ່ງຂ່າວຂອງສະມາຊິກພັກ ຕໍ່ການນໍາພາລວມ  ຂອງໜ່ວຍພັກ(ແບບປິດລັບ), ແນະນໍາຄະນະພັກຂຽນບົດສະຫຼຸບ ແລະ ທິດທາງແຜນການ ແລະ ແນະນໍາວຽກສ້າງຂະບວນການຮອບດ້ານ, ກະກຽມກອງປະຊຸມ ແລະ ວຽກປິ່ນອ້ອມອື່ນໆ ເພື່ອການກະກຽມ ແລະ ດໍາເນີນກອງປະຊຸມການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025.

ຂ່າວ-ພາບ: ລັດດວອນ ແກ້ວໄພທູນ ນັກຂ່າວ ຄ ອ ມ ເມືອງໄຊຍະບູລີ

 

 

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa