
ໃນວັນທີ 5 ມີນາ 2026 ນີ້, ໜ່ວຍພັກ ອົງການໄອຍະການປະຊາຊົນເຂດ II ປະຈໍາເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມ ສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2025 ຂຶ້ນ, ຢູ່ທີ່ອົງການໄອຍະການປະຊາຊົນເຂດ II. ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ສິງຄໍາ ຈັນທິຮັກ ກໍາມະການປະຈໍາພັກເມືອງ, ປະທານຄະນະກວດກາພັກເມືອງ, ສະຫາຍ ຄໍາປ່ວນ ແກ້ວດວງຕາ ເລຂາໜ່ວຍພັກ ອົງການໄອຍະການປະຊາຊົນເຂດ II, ມີຄະນະຮັບຜິດຊອບຂັ້ນເມືອງ, ຄະນະໜ່ວຍພັກ ແລະ ສະມາຊິກພັກເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມ ສະຫາຍ ຄໍາປ່ວນ ແກ້ວດວງຕາ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຮອບດ້ານ ເຊິ່ງໄດ້ຍົກໃຫ້ເຫັນຜົນງານທີ່ພົ້ນເດັ່ນໃນ 5 ດ້ານ ຕາມທິດທາງການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໜ່ວຍພັກ ອົງການໄອຍະການປະຊາຊົນເຂດ II ມີສະມາຊິກພັກທັງໝົດ 5 ສະຫາຍ ໃນໄລຍະ 1ປີຜ່ານມາ ຄະນະໜ່ວຍພັກ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ສະມາຊິກພັກຢ່າງຕໍ່ເນື່ອງ, ສ້າງຄວາມສາມັກຄີເປັນເອກະພາບ ແລະ ສະກັດກັ້ນປະກົດການຫຍໍ້ທໍ້, ຍຶດໝັ້ນຫຼັກການລວມສູນປະຊາທິປະໄຕ, ນໍາພາເປັນໝູ່ຄະນະ ແລະ ແບ່ງຄວາມຮັບຜິດຊອບໃຫ້ບຸກຄົນຢ່າງຈະແຈ້ງ. ຄະນະໜ່ວຍພັກ ຍັງໄດ້ຊີ້ນໍາ-ນໍາພາ ພະນັກງານ ປະຕິບັດໜ້າທີ່ວຽກງານທາງດ້ານວິຊາສະເພາະ ເຊິ່ງສະແດງ ໄດ້ຮັບສໍານວນຄະດີອາຍາ 12 ເລື່ອງ, ຄົ້ນຄວ້າແກ້ໄຂສໍາເລັດ 100 ສ່ວນຮ້ອຍ, ອອກຄໍາສັ່ງກັກຂັງພາງ 99 ສະບັບ ແລະ ອອກຄໍາສັ່ງຈັບຕົວ 8 ສະບັບ, ຮັບສໍານວນຄະດີແພ່ງ 1 ເລື່ອງ, ແກ້ໄຂສໍາເລັດ 100 ສ່ວນຮ້ອຍ ແລະ ໄດ້ຕິດຕາມກວດກາຊີວິດການເປັນຢູ່ຂອງຜູ້ຖືກຫາ ແລະ ນັກໂທດຢ່າງໃກ້ຊິດ ຕາມທີ່ກົດໝາຍກໍານົດ.ຜ່ານການກວດກາຕີລາປະເມີນຜົນ ແລະ ແບ່ງປະເພດສະມາຊິກພັກ ໄດ້ປະເພດແຂງ 5 ສະຫາຍ ແລະ ຜ່ານການຕີລາຄາປະເພດໜ່ວຍພັກ ຕາມເນື້ອໃນ 5 ດ້ານ ຄື: ດ້ານການເມືອງ ໄດ້ 9 ຄະແນນ, ດ້ານແນວຄິດ ໄດ້ 8 ຄະແນນ, ດ້ານການຈັດຕັ້ງ ໄດ້ 9 ຄະແນນ, ດ້ານປັບປຸງແບບແຜນການນໍາພາ ແລະ ວິທີເຮັດວຽກ ໄດ້ 8 ຄະແນນ, ນໍາພາປະຕິບັດພາລະບົດບາດ, ສິດໜ້າທີ່ ແລະ ຄວາມຮັບຜິດຊອບ ໄດ້ 9 ຄະແນນ ລວມຄະແນນ ໄດ້ 8,6 ຄະແນນ ໜ່ວຍພັກເປັນ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ.
……………………
ຂ່າວ: ແກ່ນທ້າວ.