ພະແນກວັດທະນະທຳແລະການທ່ອງທ່ຽວແຂວງໄຊຍະບູລີລົງຊຸກຍູ້ບ້ານແສງຈະເລີນເມືອງພຽງເປັນບ້ານວັດທະນະທຳຕົວແບບ.

ໃນວັນທີ 27 ມີນາ 2026 ນີ້ທາງທີມງານຂອງພະແນກວັດທະນະທຳແລະການທ່ອງທ່ຽວແຂວງໄຊຍະບູລີໄດ້ລົງຊຸກຍູ້ບ້ານແສງຈະເລີນ ເມືອງພຽງ ແຂວງໄຊຍະບູລີເປັນບ້ານວັດທະນະທຳຕົວແບບຢູ່ທີ່ບ້ານແສງຈະເລີນ.ເຊິ່ງນໍາໂດຍທ່ານ ນາງ ພິລະວັນ ອົງແກ້ວ ກຳມະການພັກແຂວງຫົວໜ້າພະແນກວັດທະນະທຳແລະການທ່ອງທ່ຽວແຂວງພ້ອມທີມງານ,ມີທີມງານຫ້ອງການວັດທະນະທຳແລະການທ່ອງທ່ຽວເມືອງສົມທົບກັບອົງການປົກຄອງບ້ານທຸກຂະແໜງການເຂົ້າຮ່ວມ.
ໃນການລົງຊຸກຍູ້ໃນຄັ້ງນີ້ທ່ານ ອາລຸນ ມິ່ງບຸບຜາ ກຳມະການພັກເມືອງຫົວໜ້າຫ້ອງການວັດທະນະທຳແລະການທ່ອງທ່ຽວເມືອງໄດ້ລາຍງານໃຫ້ຮູ້ກ່ຽວກັບການລົງຕິດຕາມຊຸກຍູ້ແລະປະເມີນການສ້າງບ້ານວັດທະນະທຳຕົວແບບຕາມມາດຖານເງື່ອນໄຂ ທັງໝົດ11ມາດຖານຂອງກະຊວງວັດທະນະທຳແລະການທ່ອງທ່ຽວສະບັບເລກທີ418.
ໃນຕອນທ້າຍທ່ານ ນາງ ພິລະວັນ ອົງແກ້ວຫົວໜ້າພະແນກວັດທະນະທຳ ແລະ ການທ່ອງທ່ຽວແຂວງໄດ້ມີຄຳເຫັນໂອ້ລົມທ່ານໄດ້ຊີ້ນຳເນັ້ນໜັກໃຫ້ຫ້ອງການວັດທະນະທຳແລະການທ່ອງທ່ຽວເມືອງພຽງພ້ອມອົງການປົກຄອງບ້ານແສງຈະເລີນໃຫ້ເອົາໃຈໃສ່ຊຸກຍູ້ສອງມາດຖານທີ່ຍັງບໍ່ທັນບັນລຸໃຫ້ສຳເລັດແລະຄາດວ່າຕົ້ນເດືອນພຶດສະພາໃຫ້ສາມາດໄດ້ປະກາດຮັບຮອງບ້ານແສງຈະເລີນເປັນບ້ານວັດທະນະທຳຕົວແບບເປັນບ້ານທີ່ 3 ຂອງແຂວງໄຊບູລີແລະເປັນບ້ານທີ1ຂອງເມືອງພຽງແລະໃນໂອກາດນີ້ທີມງານຂອງແຂວງຍັງໄດ້ລົງຕິດຕາມຊຸກຍູ້ການສ້າງຫໍມູນເຊື້ອຂອງບ້ານແລະການປູກດອກໄມ້ປະດັບປະດາຕາມທາງຮ່ອມທາງຊອຍຕາມມາດຖານເງື່ອນໄຂແລະຢ້ຽມຊົມເຄື່ອງຫັດຖະກຳຕ່ຳແຜ່ນຂອງບ້ານຕື່ມອີກ.
ໂດຍ:ແສງສຸດາ ກິ່ງສະຫວັດ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa