ກຳລັງກອງຫຼອນ-ປກສ ແລະ ອົງການປົກຄອງບ້ານ ປາກຫ້ວຍຍາງ ເມືອງຫົງສາ ໄດ້ຮັບການອົບຮົມ-ຫັດແອບ ສ້າງບ້ານປ້ອມໝັ້ນສູ້ຮົບເອກະລາດ ປະຈຳປີ 2026

ພິທີເປີດອົບຮົມ-ຫັດແອບ ສ້າງບ້ານປ້ອມໝັ້ນສູ້ຮົບເອກະລາດໃຫ້ກອງຫຼອນ-ປກສ ແລະ ອົງການປົກຄອງບ້ານ ປາກຫ້ວຍຍາງ, ເມືອງຫົງສາ, ແຂວງໄຊຍະບູລີ ປະຈຳປີ 2026 ໄດ້ຈັດຂື້ນໃນວັນທີ 27 ມີນາ 2026 ຢູ່ທີ່ຫ້ອງປະຊຸມບ້ານດັ່ງກ່າວ, ໂດຍການເປັນປະທານຂອງສະຫາຍ ພັທ ຊຽງ ສຸກ ສີແພງເພັດ ຫົວໜ້າການທະຫານ ກອງບັນຊາການທະຫານເມືອງ, ມີຄະນະພັກ, ຄະນະບັນຊາກອງບັນຊາການທະຫານເມືອງ, ແຂກຖືກເຊີນ, ວິທະຍາກອນຈາກກອງບັນຊາການທະຫານເມືອງ, ອົງການປົກຄອງບ້ານພ້ອມດ້ວຍປະຊາຊົນ ເຂົ້າຮ່ວມຢ່າງພ້ອມພຽງ.

ສະຫາຍ ພັຕ ກອງເງິນ ເພັດນາຊາຍ ຮອງພະແນກເສນາທິການ ກອງບັນຊາການທະຫານເມືອງ ໄດ້ໃຫ້ຮູ້ວ່າ: ຈຸດປະສົງ ກໍ່ເພື່ອເຮັດກອງຫຼອນບ້ານ, ກຸ່ມບ້ານມີຄວາມໜັກແໜ້ນເຂັ້ມແຂງ, ທັງເປັນການກະຕຸກຊຸກຍູ້ຂະບວນການຈັດຕັ້ງປະຕິບັດກົດລະບຽບຂອງບ້ານເພື່ອສ້າງໃຫ້ເປັນບ່ອນອີງໃນການກໍ່ສ້າງທ່າສະໜາມສົງຄາມປະຊາຊົນ 3 ຂັ້ນໃຫ້ກາຍເປັນບໍລິເວນຈັ່ງທ່າຂອງເມືອງ, ຂອງແຂວງ ແລະ ເພື່ອຫັດແອບການທະຫານ-ການເມືອງ ແລະ ສ້າງບ້ານປ້ອມໝັ້ນສູ້ຮົບເອກະລາດໃຫ້ກອງຫຼອນ-ປກສ ບ້ານ ມີຄວາມຊຳນິຊຳນານໃນການປະຕິບັດໜ້າທີ່.

ການຝຶກອົບຮົມຄັ້ງນີ້, ມີກອງຫຼອນບ້ານ 22 ສະຫາຍ, ປກສ ບ້ານ 6 ສະຫາຍ, ອົງການປົກຄອງບ້ານ ແລະ ປະຊາຊົນພາຍໃນບ້ານນັບແຕ່ອາຍຸ 15 ປີຂຶ້ນໄປ ເຂົ້າຮ່ວມອົບຮົມ-ຫັດແອບ. ເຊິ່ງຜູ້ເຂົ້າຮ່ວມແມ່ນຈະໄດ້ພ້ອມກັນເຊື່ອມຊຶມ ເອກະສານປະເທດລາວຄົນລາວເປັນເຈົ້າຂອງ, ເອກະສານ ຕ້ານການຫັນປ່ຽນໂດຍສັນຕິຂອງສັດຕູ, ເອກສານສິດ ແລະ ໜ້າທີ່ພາລະບົດບາດຂອງທະຫານທ້ອງຖິ່ນ, ເອກະສານຂໍ້ກຳນົດຂອງກົມທະຫານທ້ອງຖິ່ນ ເລກທີ 174/ກທຖ ວ່າດ້ວຍການຄຸ້ມຄອງອາວຸດ – ລູກກະສູນ, ຮຽນຮູ້ຫຼັກການ 7 ຈັງຫວະພື້ນຖານຂອງທະຫານຮາບ, ຄຸນຄ່າສະມັດຕະພາບ ການປະກອບສ້າງຂອງປືນ AK, CKC, ວິທີຂຸດຄອງສູ້ຮົບ, ເລັ່ງຍິງເປົ້າໝາຍ, ປະຕິບັດຍິງລູກປືນແທ້( ບົດເປີດສາກ ), ພ້ອມດຽວກັນ, ອົງການປົກຄອງບ້ານ, ປກສ, ກອງຫຼອນບ້ານຍັງໄດ້ຮຽນຮູ້ກ່ຽວກັບການສ້າງແຜນສູ້ຮົບປ້ອງກັນບ້ານ, ມູນເຊື້ອຂອງກອງທັບ, ເນື້ອໃນຫັດແອບບ້ານປ້ອມໝັ້ນສູ້ຮົບເອກະລາດ, ຂຽນແຜນການຮັບໃຊ້ເວລາເກີດສົງຄາມ, ສ້າງຄວາມຕັດສິນໃຈສູ້ຮົບປ້ອງກັນບ້ານ ພ້ອມທັງ ແຕ້ມແຜນຮ່າງ( ແຜນວາດ ) ແລະ ຂຽນແຜນການຍົກຍ້າຍປະຊາຊົນໄປສູ່ລົບໄພເວລາເກີດສົງຄາມ ແລະ ແຜນການຕ້ານອັກຄີໄພ.

ຊຸດອົບຮົມດັ່ງກ່າວ ແມ່ນຈະໄດ້ດຳເນີນໄປເປັນເວລາ 14 ວັນ ຈຶ່ງສຳເລັດ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa