

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຂອງຄະນະສະມາຄົມບໍານານບ-ເສຍອົງຄະ ເມືອງພຽງ ແຂວງໄຊຍະບູລີ ປະຈໍາ ປີ 2025 ແລະ ທິດທາງແຜນການປີ 2026 ໄດ້ຈັດຂື້ຍໃນວັນທີ 27 ມີນາ 2026 ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງເມືອງໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ບຸນທະວີ ຊົງເຮີ ຮອງປະທານຄະນະກໍາມະການປົກຄອງເມືອງ, ມີທ່ານ ນ. ສີໄວ ມະນີວົງ ຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ, ທ່ານ ທອງອອນ ອິນອຸດົມ ປະທານສະມາຄົມບໍານານ-ເສຍອົງຄະເມືອງພຽງ, ມີຄະນະສະມາຄົມບໍານານ-ເສຍອົງຄະ, ຫົວໜ້າຈຸບໍານານ-ເສຍອົງຄະ, , ພະນັກງານຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ ເມືອງເຂົ້າຮ່ວມ ກອງປະຊຸມຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດ ວຽກງານຂອງສະມາຄົມບຳນານ-ເສຍອົງຄະ ໃນໄລຍະ 1 ປີແລະ ວາງທິດທາງແຜນການ ປີ 2026 ເຊິ່ງທົ່ວເມືອງມີຜູ້ອາຍຸສູງທັງໝົດ 7,282 ທ່ານ,ຍິງ 3,883 ທ່ານ ໃນນີ້ເປັນພະນັກງານບໍານານ-ເສຍອົງຄະທັງໝົດ420ທ່ານ, ຍີງ 95ທ່ານ ເຊິ່ງປະກອບມີພະນັກງານບໍານານທີ່ມາຈາກປົກຄອງ 122ທ່ານ,ຍິງ 29 ທ່ານ, ພະນັກງານບໍານານທີ່ມາຈາກພະນັກງານຄູ 138 ທ່ານ, ຍິງ 61 ທ່ານ, ພະນັກງານບໍານານມາຈາກ ປກສ ຈໍານວນ 5 ທ່ານ ຍິງ 1 ທ່ານ, ພະນັກງານມາຈາກ ປກຊ ຈໍານວນ 59ທ່ານ, ຍິງ 0 ທ່ານ ພະນັກງານເສຍອົງຄະຮາກຖານ 96 ທ່ານ,ຍິງ 4 ທ່ານສັງກັດຢູ່ໃນບ້ານໂດຍແບ່ງອອກເປັນ 21 ຈຸໜ່ວຍ ໂດຍໃນໄລຍະຜ່ານມາໄດ້ເອົາໃຈໃສ່ເບິ່ງແຍງຊ່ວຍເຫຼືອເຊີ່ງກັນ ແລະກັນ ໃນເວລາເຈັບເປັນ, ນອນໂຮງໝໍ ແລະ ໄດ້ສົມທົບກັບການນໍາຂັ້ນເມືອງ ຮ່ວມພິທີຊາປານະກິດສົບໃນເວລາເສຍຊີວິດ ແລະ ໄດ້ປະກອບສ່ວນຊ່ວຍເຫຼືອວຽກງານຕ່າງໆ ເປັນທີ່ປຶກສາໃຫ້ແກ່ອຳນາດການປົກຄອງບ້ານທີ່ຕົນເອງສັງກັດ, ເປັນເຈົ້າການການເຕົ້າໂຮມຄວາມສາມັກຄີພາຍໃນ, ພ້ອມທັງຖ່າຍທອດຄວາມຮູ້ໃຫ້ຜູ້ເປັນລູກຫຼານ ຕາມພາລະບົດບາດຂອງຕົນໄດ້ເປັນຢ່າງດີ ແລະ ໃນໂອກາດນີ້ກໍ່ໄດ້ຜ່ານຂໍ້ຕົກລົງການແບ່ງຄວາມຮັບຜິດຊອບຂອງຄະນະສະມາຄົມບໍານານ-ເສຍອົງຄະ, ຂໍ້ຕົກລົງຄະນະຮັບຜິດຊອບກອງທຶນ, ຜ່ານກົດລະບຽບຂອງກອງທຶນຊ່ວຍເຫຼືອເຊີ່ງກັນ ແລະ ກັນ ຂອງບໍານານ-ເສຍອົງຄະ ບາງມາດຕາ ຈາກນັ້ນກໍ່ດ້ພ້ອມກັນສຸມໃສ່ຄົ້ນຄວ້າ ປະກອບຄໍາເຫັນ, ປຶກສາຫາລື ໂດຍສະເພາະແມ່ນ ການປະຕິບັດນະໂຍບາຍຕໍ່ສະມາຊິກກອງທຶນບຳນານ-ເສຍອົງຄະ ການປະຕິບັດນະໂຍບາຍສະແດງຄວາມກະຕັນຍູຮູ້ບຸນຄຸນຕໍ່ຜູ້ມີຜົນງານ ແລະ ຄຸນງາມຄວາມດີຕໍ່ປະເທດຊາດໃນໄລຍະຜ່ານມາ ແນໃສ່ເຮັດໃຫ້ວຽກງານ ສະມາຄົມບຳນານ-ເສຍອົງຄະ ບັນລຸຕາມຄາດໝາຍ ທີ່ໄດ້ກໍານົດໄວ້.